Homeຂ່າວພາຍ​ໃນວາລະສານຂອງສາຍການບິນລາວກັບການປັບຮູບໂສມໃໝ່! ກຳລັງເປີດຮັບລົງໂຄສະນາ!

ວາລະສານຂອງສາຍການບິນລາວກັບການປັບຮູບໂສມໃໝ່! ກຳລັງເປີດຮັບລົງໂຄສະນາ!

Published on

ຈຳປາເມືອງລາວ ເຊິ່ງເປັນວາລະສານເທິງຖ້ຽວບິນສະບັບທາງການຂອງ ສາຍການບິນລາວ ໄດ້ມິການປັບປ່ຽນຄັ້ງຍິ່ງໃຫຍທີ່ຈະສະແດງໃຫ້ເຫັນເຖິງຄວາມທັນສະໄໝ ແລະ ຄວາມງົດງາມຂອງປະເທດລາວ.

ວາລະສານເທິງຖ້ຽວບິນຈະໄດ້ຮັບການຕີພິມພາຍໃຕ້ການດູແລຂອງ ບໍລິສັດ SMP Consultants ຮ່ວມກັບ ບໍລິສັດ RDK Group.​ ທັງສອງບໍລິສັດຈະໄດ້ໃຊ້ປະສົບການໃນການໃຫ້ຄຳປຶກສາທາງທຸລະກິດ,​ ສື່ມວນຊົນ ແລະ ສື່ພິມເພື່ອເສີມສ້າງ, ເພີ່ມສີສັນ ແລະ ຊີວິດຊີວາໃຫ້ແກ່ວາລະສານເພື່ອໃຫ້ຜູ້ອ່ານວາລະສານເທິງເຮືອບິນສາມາດໄດ້ຮັບຜົນປະໂຫຍດແລະຄວາມເພີດເພີນໃຈ.

 

ນອກຈາກນີ້ແລ້ວ,​ ດ້ວຍການອອກແບບໂລໂກໃໝ່, ການປັບປຸງຮູບໂສມໃໝ່, ແລະຈັດພິມໃນທຸກໆສອງເດືອນ ເຊິ່ງຈະຄ້າຍຄືກັບສາຍການບິນແມ່ ທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນລາວ, ສະແດງໃຫ້ເຫັນເຖິງສີລະປະວັດທະນະທຳທີ່ງົດງາມຂອງປະເທດ, ອາຫານທີ່ມີຊື່ສຽງລະດັບໂລກ ແລະເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສູງສຸດ.

ວາລະສານ ຈຳປາເມືອງລາວ ຍັງຈະເນັ້ນໃສ່ນະວັດຕະກຳທາງດ້ານທຸລະກິດ ແລະ ການພັດທະນາຢ່າງກ້າວກະໂດດຂອງນະຄອນຫລວງວຽງຈັນໃນການກ້າວຂຶ້ນມາເປັນສູນກາງທາງດ້ານການຄ້າໃນຂົງເຂດ.

ນອກເໜືອຈາກບົດຄວາມທີ່ໜ້າອ່ານຈາກວາລະສານ, ຜູ້ອ່ານຍັງຈະໄດ້ຮັບຮູ້ຂໍ້ມູນຕ່າງໆຈາກການໂຄສະນາ ເຊິ່ງມັນຈະຊ່ວຍໃຫ້ພວກເຂົາສາມາດຊອກຫາສິນຄ້າແລະບໍລິການໃນ ສ ປປ ລາວ ແລະໃນປະເທດທີ່ ການບິນລາວບິນໄປໄດ້ງ່າຍຂຶ້ນ. ກັບພື້ນທີ່ໃນການນັ່ງທີ່ສະດວກສະບາຍແລະສະພາບແວດລ້ອມອັນງຽບສະຫງົບເທິງເຮືອບິນ, ໂຄສະນາຂອງທ່ານແມ່ນມີໂອກາດທີ່ຈະສາມາດຖືກຈົດຈຳໄດ້ງ່າຍທີ່ສຸດ.

ວາລະສານຈຳປາເມືອງລາວ ປຽບສະເໝືອນພາຫານະຊັ້ນດີຂອງຊາດ ທີ່ນຳເອົາຂໍ້ຄວາມສຳຄັນຂອງທ່ານໄປໃຫ້ກັບບຸກຄົນສຳຄັນທີ່ສຸດໃຫ້ຮັບຮູ້.

ມີຂໍ້ມູນຕົວຈິງຫລາກຫລາຍຢ່າງທີ່ຜູ້ລົງໂຄສະນາກັບ ວາລະສານ ຈຳປາເມືອງລາວຈະໄດ້ຮັບມີຄື:

–        ຈຳນວນຜູ້ອ່ານທີ່ຫລາຍກວ່າ 900,000 ຄົນຕໍ່ປີ

–         ສົ່ງໄປຍັງ ໂຮງແຮມ ແລະ ຫ້ອງການຂາຍປີ້ໂດຍສານໃນທົ່ວປະເທດ ແລະຕ່າງປະເທດ

–        ກັບອາຍຸການເກັບຮັກສານານເຖິງສອງເດືອນຕໍ່ຄັ້ງ, ຈະເຮັດໃຫ້ສາມາດປະຢັດຄ່າໃຊ້ຈ່າຍໄດ້ຫລາຍຂຶນ   ເມື່ອທຽບກັບການໂຄສະນາແບບລາຍວັນຫລືລາຍອາທິດ

–        ການຜະລິດໂຄສະນາທີ່ມີປະສິດທິພາບ

–         ຂະໜາດແລະຮູບແບບຂອງໂຄສະນາມີຫລາກຫລາຍເພື່ອຕອບສະໜອງກັບງົບປະມານ

ສົນໃຈຂໍ້ມູນເພີ່ມເຕີມ, ຕິດຕໍ່ RDK Group ອີເມວທີ່ info@rdkgroup.la ຫຼືທາງໂທລະສັບທີ່ +85620 55999456, + 856 20 55285580, ຫຼື +85620 55731717.

ຂໍ້ມູນປະກອບຂ່າວຈາກ: The Laotian Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...