spot_img
Homeຊີວິດແລະຄວາມຮັກຜູ້ຊາຍສ່ວນຫຼາຍ ຈະມັກຜູ້ຍິງແບບນີ້ທີ່ສຸດ

ຜູ້ຊາຍສ່ວນຫຼາຍ ຈະມັກຜູ້ຍິງແບບນີ້ທີ່ສຸດ

Published on

ການທີ່ຜູ້ຍິງ ຈະຖືກໃຈຜູ້ຊາຍນັ້ນ ມີອົງປະກອບຫຼາຍຢ່າງ ເຊິ່ງສ່ວນຫຼາຍຈະປະກອບໄປດ້ວຍ ຮູບຮ່າງໜ້າຕາ, ບຸກຄະລິກ, ລັກສະນະ ນິໄສໃຈຄໍ, ຄວາມຄິດ, ເມື່ອສະຫຼຸບແລ້ວ ຜູ້ຊາຍສ່ວນຫຼາຍຈະມັກຜູ້ຍິງທີ່ມີລັກສະນະດັ່ງນີ້

  1. ເວົ້າຈາສຸພາບ: ຜູ້ຊາຍສ່ວນຫຼາຍຈະມັກຜູ້ຍິງ ທີ່ເວົ້າຈາສຸພາບ ບໍ່ເວົ້າຈາຄຳຮ້າຍດ່າ
  2. ບໍ່ແຕ່ງໜ້າຈົນເກີນໄປ: ຜູ້ຍິງສ່ວນຫຼາຍມັກແຕ່ງໜ້າຢູ່ແລ້ວ ແຕ່ການແຕ່ງກໍຄວນໃຫ້ພໍດີ, ບໍ່ຫຼາຍຈົນເກີນໄປຫຼືຄວນແຕ່ງໃຫ້ເປັນທຳມະຊາດຫຼາຍທີ່ສຸດ, ບໍ່ໃສ່ຂົນຕາປອມຈົນໜາເກີນໄປ, ບໍ່ປັດແກ້ມ, ທາລິບສະຕິກ ດ້ວຍສີທີ່ແຈ້ງຈົນເກີນໄປ ເພາະການແຕ່ງໜ້າເກີນໄປ ຜູ້ຊາຍສ່ວນຫຼາຍກໍບໍ່ມັກ ເພາະເບິ່ງແລ້ວບໍ່ເປັນທຳມະຊາດເລີຍ
  3. ຜູ້ຍິງຮຽບຮ້ອຍ: ຜູ້ຊາຍສ່ວນຫຼາຍມັກຜູ້ຍິງທີ່ຮຽບຮ້ອຍ ຫຼືຜູ້ຍິງທີ່ຄ່ຽມຄົມ ບໍ່ເຮັດລັກສະນະຄືກັບຫ້າວເກີນໄປ, ບໍ່ວ່າຈະການແຕ່ງຕົວ ຫຼືການເວົ້າກໍຕາມ
  4. ການແຕ່ງຕົວ: ຜູ້ຊາຍສ່ວນຫຼາຍ ມັກຜູ້ຍິງທີ່ແຕ່ງຕົວຮຽບຮ້ອຍ, ບໍ່ສັ້ນ ຫຼືເຂີນຈົນເກີນໄປ, ບໍ່ນຳແຟຊັ່ນຈົນເກີນໄປ ເພາະການແຕ່ງຕົວຕາມແຟຊັ່ນເກີນໄປ ບາງຄັ້ງອາດບໍ່ເໝາະສົມກັບບຸກຄະລິກຂອງຕົນເອງ, ຜູ້ຊາຍເຖິງແມ່ນຈະມັກຜູ້ຍິງທີ່ເຊັກຊີ່ ແຕ່ບໍ່ແມ່ນຄຳຕອບສຸດທ້າຍຂອງການທີ່ຜູ້ຊາຍຈະເລືອກມາເປັນແຟນ
  5. ຮູບຮ່າງໜ້າຕາ: ຮູບຮ່າງໜ້າຕາເປັນອັນດັບທຳອິດທີ່ເຮົາສາມາດເຫັນກັນ ທີ່ເຮັດໃຫ້ຜູ້ຊາຍຫຼຽວມາເບິ່ງ ແຕ່ກໍບໍ່ແມ່ນຜູ້ຍິງທີ່ງາມເທົ່ານັ້ນ ທີ່ຈະສະກົດສາຍຕາໜຸ່ມໆ ເພາະຄຳວ່າຮູບຮ່າງຄື ຮູບຊົງຫຸ່ນຂອງເຮົາ ທີ່ສະດຸດຕາເຊັ່ນ: ບາງຄົນອາດມັກຜູ້ຍິງທີ່ຂາຍາວ, ບາງຄົນອາດມັກຜູ້ຍິງຫຸ່ນດີ, ບາງຄົນກໍມັກຄົນທີ່ຢູ່ນຳແລ້ວສະບາຍໃຈ ເຖິງໜ້າຕາອາດບໍ່ງາມ, ບາງຄົນມັກຄົນອາລົມດີ ເຂົ້າກັບຄົນອື່ນໄດ້ງ່າຍ
  6. ຜູ້ຍິງຜົມຍາວ: ຜູ້ຊາຍສ່ວນຫຼາຍມັກຜູ້ຍິງທີ່ຜົມຍາວ ເພາະການທີ່ຜູ້ຍິງຜົມຍາວ ເບິ່ງແລ້ວໜ້າຮັກ, ໜ້າທະນຸຖະໜອມ
  7. ມັກຜູ້ຍິງທີ່ໃສໆ: ຜູ້ຍິງສ່ວນຫຼາຍມັກຜູ້ຍິງທີ່ໃສໆຄືເດັກນ້ອຍ ເພາະເບິ່ງແລ້ວໜ້າຮັກ ຄືກັບເດັກນ້ອຍ
  8. ຄົນອ້ອນເກັ່ງ: ຜູ້ຊາຍເປັນຄົນທີ່ເຂັ້ມແຂງ ດັ່ງນັ້ນຈຶ່ງຕ້ອງການຄວາມອ່ອນຫວານເຂົ້າມາເຕີມເຕັມຊີວິດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...