spot_img
Homeຊີວິດແລະຄວາມຮັກ5 ເຫດຜົນທີ່ບໍ່ຄວນຈັບຜິດແຟນ

5 ເຫດຜົນທີ່ບໍ່ຄວນຈັບຜິດແຟນ

Published on

ຄົນເຮົາຮັກກັນ ຄວາມເຊື່ອໃຈກັນ ແລະກັນ ເປັນເລື່ອງທີ່ສຳຄັນທີ່ສຸດ ທີ່ທຸກຄູ່ຮັກຄວນຢຶດຖື ເພາະໂລກທຸກວັນນີ້ເຕັມໄປດ້ວຍ ສິ່ງຕ່າງໆທີ່ເຮັດໃຫ້ເຈົ້າກັບແຟນຕ້ອງຜິດກັນບໍ່ຫຼາຍກໍໜ້ອຍ, ເຊິ່ງໂອກາດທີ່ຈະນອກໃຈແຟນ ກໍເຮັດໄດ້ງ່າຍ ຈົນບາງຄົນຈັບຜິດແຟນຢູ່ຫ່າງໆ ຈົນກາຍເປັນນິໄສ, ແຕ່ຖ້າເຮັດສິ່ງໃດໜຶ່ງ ທີ່ຫຼາຍເກີນໄປ ກໍຈະບໍ່ເປັນເລື່ອງດີສະເໝີໄປ, ຖ້າເຈົ້າຈັບຜິດແຟນເລື້ອຍໆ ຈະເຮັດໃຫ້ເຈົ້າເປັນແບບນີ້

  1. ຄຸນຄ່າໃນຕົວເຈົ້າຈະຫຼຸດລົງເລື້ອຍໆ: ເພາະການຈັບຜິດ ຕັ້ງຢູ່ບົນພື້ນຖານການທຳລາຍຄວາມເຊື່ອໃຈ, ຖ້າເຈົ້າມີຄວາມຄິດລະແວງຫຼາຍເທົ່າໃດ, ໃນສາຍຕາເຂົາ ເຈົ້າຈະມີຄຸນຄ່າຫຼຸດລົງຫຼາຍເທົ່ານັ້ນ
  2. ເຮັດໃຫ້ເຈົ້າມີຄວາມກັງວົນໃຈ: ຖ້າເຈົ້າໄດ້ຈັບຜິດແຟນແລ້ວ ເຈົ້າຈະຈັບຜິດແຟນຕະຫຼອດໄປ, ເຊິ່ງການຈັບຜິດນີ້ ຈະເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ, ເປັນການສ້າງຄວາມກັງວົນໃຈຫຼາຍຈົນເກີນໄປ ໃຫ້ກັບຕົວເອງ
  3. ເຈົ້າກຳລັງທຳລາຍຄວາມໄວ້ໃຈຂອງແຟນແບບບໍ່ຮູ້ຕົວ: ຄົນເຮົາຈະຄົບກັນໄປເພື່ອຫຍັງ ຖ້າບໍ່ມີຄວາມເຊື່ອໃຈກັນ ຖ້າເຈົ້າສະແດງອອກວ່າ ເຈົ້າກຳລັງຈັບຜິດແຟນ ນັ້ນຄືເຈົ້າກຳລັງທຳລາຍຄວາມໄວ້ໃຈຂອງອີກຝ່າຍ ເທື່ອລະເລັກລະໜ້ອຍ, ທຳອິດແຟນອາດເຂົ້າໃຈ ຖ້າດົນໄປຍັງມີພຶດຕິກຳນີ້ຢູ່ ກໍກຽມຕົວເປັນໂດໄດ້ອີກຄັ້ງເລີຍ
  4. ບໍ່ມີໃຜທີ່ຈະມັກໃຫ້ຄົນອື່ນ ຈັບຜິດຕະຫຼອດເວລາ: ການທີ່ມີຄົນອື່ນມາຈັບຜິດຕະຫຼອດເວລານັ້ນ ຈະເຮັດໃຫ້ອີກຝ່າຍຮູ້ສຶກອຶດອັດ, ຈະເຮັດຫຍັງກໍຄອຍຈະຈັບຜິດຢູ່ຕະຫຼອດເວລາ ຖ້າເຈົ້າມີນິໄສແບບນີ້ ບໍ່ມີໃຜທີ່ຈະຢູ່ນຳເຈົ້າໄດ້
  5. ຖ້າແຕ່ຈັບຜິດ ຍິ່ງເຮັດໃຫ້ເລື່ອງຊັບຊ້ອນຫຼາຍ: ຖ້າເຈົ້າຫາກຈັບຜິດແຟນໄດ້ ສອງເລື່ອງ ຫຼືສາມເລື່ອງ ລະດັບຄວາມຊັບຊ້ອນຂອງເລື່ອງ ທີ່ເຈົ້າຈັບຜິດຈະຍິ່ງເພີ່ມຂຶ້ນຕາມລຳດັບ ເພາະອີກຝ່າຍຫາທາງຫຼີກໜີບໍ່ໃຫ້ເຈົ້າຈັບຜິດເຂົາໄດ້, ເມື່ອເຈົ້າຮູ້ແບບນີ້ແລ້ວ ກໍຄວນເຊົາທີ່ຈະຈັບຜິດເຂົາຕັ້ງແຕ່ດຽວນີ້ ເພື່ອວ່າເຈົ້າຈະບໍ່ຕ້ອງພົບກັບເລື່ອງທີ່ເຈົ້າອາດຄິດບໍ່ເຖິງມາກ່ອນ

ຄົນເຮົາຮັກກັນ ສິ່ງໜຶ່ງທີ່ຕ້ອງເຮັດໃຫ້ໄດ້ຄື ທັງສອງຄົນຕ້ອງເຊື່ອໃຈເຊິ່ງກັນ ແລະກັນ ເພາະຖ້າເຈົ້າຫຫາກທຳລາຍລົງຄັ້ງໜຶ່ງແລ້ວ ເປັນເລື່ອງຍາກຫຼາຍ ຫຼືຕ້ອງໃຊ້ເວລາອີກດົນທີ່ເຈົ້າຈະສ້າງມັນຂຶ້ນມາໃໝ່ ເພາະຖ້າກຳແພງຄວາມເຊື່ອໃຈເຈົ້າແຂງແຮງດີ ນັ້ນໝາຍເຖິງເຈົ້າບໍ່ຈຳເປັນທີ່ຈະ ຄອຍຈັບຜິດແຟນໃຫ້ເສຍເວລາອີກຕໍ່ໄປ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...