spot_img
Homeຊີວິດແລະຄວາມຮັກ5 ສັນຍານທີ່ບົ່ງບອກວ່າ ຮັກຄັ້ງນີ້ອາດຕ້ອງຈົບລົງ

5 ສັນຍານທີ່ບົ່ງບອກວ່າ ຮັກຄັ້ງນີ້ອາດຕ້ອງຈົບລົງ

Published on

ຄວາມຮັກທຳອິດກໍຫວານຈົນມີຄຳໜຶ່ງເວົ້າວ່າ “ນໍ້າຕົ້ມຜັກກໍວ່າຫວານ” ແຕ່ເມື່ອເຮົາຄົບກັນດົນໄປ ຄວາມສຳພັນກໍເລີ່ມຈາງລົງ ຈົນເຮັດໃຫ້ຫຼາຍຄູ່ຕ້ອງຈົບຄວາມສຳພັນລົງດ້ວຍການເລີກລາ, ເຊິ່ງສັນຍານເບື້ອງຕົ້ນທີ່ບົ່ງບອກໃຫ້ຮູ້ວ່າ ຄວາມຮັກຂອງເຈົ້າຄັ້ງນີ້ ອາດຕ້ອງຈົບລົງ

  1. ເບິ່ງອີກຝ່າຍໃນແງ່ຮ້າຍ: ແຕ່ກ່ອນອາດຄິດວ່າ ເມື່ອອີກຝ່າຍເຮັດຫຍັງ ເຈົ້າກໍພ້ອມທີ່ຈະເຂົ້າໃຈ ແລະໃຫ້ອະໄພຢູ່ສະເໝີ, ແຕ່ມາຮອດທຸກວັນນີ້ ເຈົ້າ ແລະເຂົາຕ່າງຕັ້ງແງ່ຮ້າຍ ແລະຈັບຜິດອີກຝ່າຍຕະຫຼອດເວລາ ເຊິ່ງສຸດທ້າຍກໍຕ້ອງຈົບລົງດ້ວຍການເລີກລາ
  2. ຄິດເຫັນຕອນຕົນເອງໂສດ: ຢູ່ດີໆກໍຄິດເຫັນເວລາທີ່ເຈົ້າໂສດຂຶ້ນມາຕະຫຼອດ, ທັງໆທີ່ເຈົ້າກໍມີຄົນຢູ່ຂ້າງກາຍ, ເຊິ່ງນີ້ອາດເປັນການບອກວ່າ ເຈົ້າໝົດຮັກ ແລະໝົດເຍື່ອໃຍຄວາມສຳພັນ ກັບແຟນເຈົ້າແລ້ວ ຫຼືບໍ່, ເຈົ້າລອງເຊັກຄວາມສຳພັນຄັ້ງນີ້ດີໆ ກ່ອນທີ່ຈະຈົບລົງ
  3. ບໍ່ສົນໃຈກັນ ແລະກັນ: ຄວາມຮັກຂອງເຈົ້າສອງຄົນ ປຽບເໝືອນແມ່ເຫຼັກຕ່າງຂົ້ວທີ່ດຶງດູດເຂົ້າຫາກັນ, ແຕ່ເມື່ອໃດທີ່ເຈົ້າຮູ້ສຶກວ່າເຈົ້າ ແລະເຂົາ ເປັນແມ່ເຫຼັກຂົ້ວດຽວກັນ ເຊິ່ງນັ້ນສະແດງໃຫ້ເຫັນວ່າ ເມື່ອເຈົ້າຢູ່ໃກ້ກັນກໍຈະຍູ້ກັນໃຫ້ຫ່າງກັນຫຼາຍເທົ່ານັ້ນ, ຖ້າອີກຝ່າຍເຮັດຫຍັງ ເຈົ້າກໍເລືອກທີ່ຈະເສີຍໆ,​ ບໍ່ສົນໃຈ, ເຮັດຄືບໍ່ເຫັນ, ບໍ່ໃສ່ໃຈ ນັ້ນເປັນພຶດຕິກຳທີ່ຊັດເຈນແລ້ວວ່າ ເຈົ້າອາດບໍ່ຢາກໃຫ້ເຂົາເຂົ້າມາໃນຊີວິດອີກຕໍ່ໄປ
  4. ເອົາເລື່ອງອະດີດມາເປັນບັນຫາ: ເພາະອະດີດເປັນເລື່ອງທີ່ບໍ່ສາມາດກັບໄປແກ້ໄຂໄດ້, ເຊິ່ງແຕ່ກ່ອນເຈົ້າສາມາດໃຫ້ອະໄພເຂົາໄດ້ ແຕ່ມາຮອດປະຈຸບັນເຈົ້າກັບເອົາເລື່ອງອະດີດນັ້ນມາເປັນບັນຫາເຮັດໃຫ້ຜິດກັນ ເຊິ່ງຖ້າເປັນແບບນີ້ຕະຫຼອດຄວາມສຳພັນຕ້ອງຂາດສະບັ້ນອາດຈົບລົງໄດ້
  5. ຄົບກັນດົນຍິ່ງບໍ່ເປັນຕົວຂອງຕົວເອງ: ການເປັນຕົວຂອງຕົວເອງ ເປັນສິ່ງສຳຄັນຂອງຄວາມຮັກ ເພາະຖ້າເຈົ້າເປັນຕົວເຈົ້າເອງ ຈະເຮັດໃຫ້ເຈົ້າສະບາຍໃຈ ແລະຮູ້ສຶກບໍ່ຝືນທີ່ຈະເຮັດ, ຖ້າຫາກມື້ໃດໜຶ່ງ ເຈົ້າຫາກອຶດອັດບໍ່ເປັນຕົວເອງ ນັ້ນສະແດງໃຫ້ເຫັນວ່າ ຄວາມຮັກຂອງເຈົ້າເດີນທາງມາໃກ້ຈຸດຈົບ ເຈົ້າລອງເຊັກສະຖານະຄວາມຮູ້ສຶກຕົວເອງໃຫ້ດີກ່ອນຕັດສິນໃຈໄປ

ສິ່ງທີ່ກ່າວມາຂ້າງເທິງນັ້ນ ເປັນສັນຍານເຕືອນເບື້ອງຕົ້ນ ທີ່ບອກໃຫ້ເຮົາຮູ້ວ່າຮັກຄັ້ງນີ້ໃກ້ເດີນທາງມາຮອດຈຸດຈົບແລ້ວ ແລະຖ້າຫາກເຈົ້າບໍ່ຢາກໃຫ້ຮັກຄັ້ງນີ້ຕ້ອງຈົບລົງ, ເຈົ້າຕ້ອງຮຽນຮູ້ຫາທາງແກ້ໄຂ ແລະປັບຕົວໃຫ້ຄວາມສຳພັນດີຂຶ້ນ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...