Homeຊີວິດແລະຄວາມຮັກ5 ສິ່ງທີ່ຄວນເຮັດ ຫຼັງຈາກອົກຫັກ

5 ສິ່ງທີ່ຄວນເຮັດ ຫຼັງຈາກອົກຫັກ

Published on

ເມື່ອເລີກລາຈາກຄົນຮັກ ບາງຄົນກໍເສຍໃຈ ຫຼືຄິດແກ້ແຄ້ນຄົນຮັກ, ແຕ່ຮູ້ບໍວ່ານັ້ນ ເປັນສິ່ງທີ່ບໍ່ມີປະໂຫດຍດເລີຍ ມີແຕ່ຈະສ້າງຄວາມເສຍຫາຍ ແລະເຮັດໃຫ້ເຈົ້າເສຍສຸຂະພາບນຳອີກ, ດັ່ງນັ້ນ ເມື່ອເລີກລາກັບຄົນຮັກແລ້ວ ຄວນຫັນມາອອກກຳລັງກາຍ ຫຼືອາດເປັນອາສາສະໝັກ ເພື່ອເຮັດໃຫ້ຊີວິດມີຄວາມສຸກກວ່າເກົ່າ

  1. ອອກກຳລັງກາຍ: ເມື່ອເຮົາໃຊ້ຄວາມຄິດກັບເລື່ອງອົກຫັກ ຈະເປັນຊ່ວງທີ່ໃຊ້ພະລັງງານຫຼາຍ, ເຈົ້າຈະຮູ້ສຶກເມື່ອຍເປັນພິເສດ, ດັ່ງນັ້ນ ການທີ່ເຮົາໃຊ້ຄວາມຄິດແກ້ແຄ້ນເລື່ອງແຟນເກົ່ານັ້ນ ຈະບໍ່ມີປະໂຫຍດ ແຕ່ຄວນຫັນມາອອກກຳລັງກາຍດີກວ່າ ເພາະນອກຈາກຈະເປັນການເມື່ອຍທີ່ບໍ່ເສຍລ້າແລ້ວ ເຈົ້າຈະໄດ້ຮ່າງກາຍທີ່ມີສຸຂະພາບດີນຳອີກ
  2. ເປັນອາສາສະໝັກ: ໃນຊ່ວງທີ່ອົກຫັກຢ່າມົວແຕ່່່ຮ້ອງໄຫ້ເສຍໃຈ, ເຈົ້າອາດຄິດວ່າເປັນຊ່ວງເວລາທີ່ໝົດຫວັງທີ່ສຸດ, ແຕ່ຮູ້ບໍວ່າ ຍັງມີອີກຫຼາຍຄົນທີ່ເຂົາພົບເລື່ອງທີ່ບໍ່ດີຫຼາຍກວ່າເຈົ້າ, ລອງຫັນມາເຮັດວຽກປະເພດ ເປັນອາສາສະໝັກເບິ່ງ ລອງປ່ຽນເປັນຜ້ໃຫ້ ການໃຫ້ຈະຊ່ວຍເຈົ້າມີມຸມມອງຊີວິດໃນທາງບວກຫຼາຍຂຶ້ນ
  3. ຂຽນຄວາມຮູ້ສຶກອອກມາ: ຫາກເຈົ້າເປັນຄົນທີ່ມັກຂີດຂຽນ ຄວນໃຊ້ຄວາມມັກນີ້ໃຫ້ເປັນປະໂຫຍດ ດ້ວຍການຂຽນອອກມາໃຫ້ໝົດເຊັ່ນ: ເລື່ອງທີ່ເຈົ້າກຳລັງຮູ້ສຶກ, ສິ່ງທີ່ກ່ຽວກັບແຟນເກົ່າ… ເຊິ່ງຫຼັງຈາກທີ່ເຈົ້າຂຽນອອກມາແລ້ວ ໃຫ້ກັບມາອ່ານຢ່າງມີສະຕິ ເຊິ່ງຈະເຮັດໃຫ້ເຈົ້າໃຈເຢັນລົງຫຼາຍ
  4. ຍົກເລີກການເປັນເພື່ອນກັບແຟນເກົ່າ: ຖ້າການເປັນໝູ່ກັນໃນເຟສບຸກກັບແຟນເກົ່າ ເປັນເລື່ອງທີ່ເຮັດໃຫ້ທຸກໃຈ ແລະທໍລະມານໃຈ, ດັ່ງນັ້ນ ຄວນເລືອກທີ່ຈະຍົກເລີກກັບເຂົາໄປ ຈະເຮັດໃຫ້ເຈົ້າຮູ້ສຶກດີຂຶ້ນ ເພາະບໍ່ເຫັນສິ່ງທີ່ເຂົາໂພສລົງມາໃຫ້ເຈົ້າຕ້ອງຄິດເສຍໃຈ
  5. ໄດ້ເວລາເຮັດງາມ: ຫຼັງຈາກທີ່ເຄິ່ງຊີວິດເຈົ້າຕ້ອງຜູກພັນກັບອີກຄົນມາເປັນເວລາດົນນານ, ເຈົ້າອາດບໍ່ຊິນເຄີຍ ແລະຄິດຄຽດແຄ້ນໄດ້ງ່າຍເມື່ອອົກຫັກ ຫລືຖືກຖິ້ມ, ເຊິ່ງເຈົ້າຄວນປ່ຽນຄວາມຄິດ ແລະໃຫ້ຄິດວ່າ ຮອດເວລາເຮັດງາມຂຶ້ນກວ່າເກົ່າ, ດ້ວຍການອອກໄປສະປາ, ເຮັດຜົມ, ເຮັດແນວໃດກໍໄດ້ບໍ່ໃຫ້ຕົນເອງຕ້ອງຈົມຢູ່ກັບອະດີດ ຫັນມາໃຫ້ເວລາກັບຕົວເອງດີກວ່າ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...