Homeຂ່າວຕ່າງປະເທດຈີນກຽມສ້າງອຸທະຍານແຫ່ງຊາດ ສຳລັບໝີແພນດ້າແຫ່ງທຳອິດ

ຈີນກຽມສ້າງອຸທະຍານແຫ່ງຊາດ ສຳລັບໝີແພນດ້າແຫ່ງທຳອິດ

Published on

ສື່ຕ່າງປະເທດລາຍງານເມື່ອວັນທີ 3 ມີນາ 2017 ຜ່ານມາວ່າ ປະເທດຈີນກຳລັງມີໂຄງການສ້າງອຸທະຍານແຫ່ງຊາດສຳລັບໝີແພນດ້າແຫ່ງທຳອິດ ເຊິ່ງຈະຕັ້ງຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດ ເຊິ່ງເປັນບໍລິເວນທີ່ໝີແພນດ້າໃນທຳມະຊາດອາໄສຢູ່

ອຸທະຍານແຫ່ງຊາດດັ່ງກ່າວ ມີເນື້ອທີ່ທັງໝົດ 27,134 ຕາລາງແມັດ ເຊິ່ງປະກອບດ້ວຍເນື້ອທີ່ຈາກມົນທົນເສສວນ ທີ່ເປັນບ້ານຂອງບັນດາໝີແພນດ້າ 20,177 ຕາລາງແມັດ, ມົນທົນການຊູ່ 2,571 ຕາລາງແມັດ ແລະມົນທົນສ່ານຊີ 4,400 ຕາລາງແມັດ

ກົມປ່າໄມ້ຂອງມົນທົນສ່ານຊີເວົ້າວ່າ ໝີແພນດ້າ ທີ່ອາໄສຢູ່ຕາມທຳມະຊາດໃນ 3 ມົນທົນນີ້ ຕ້ອງອາໄສຢູ່ພາຍໃຕ້ປັດໄຈທຳມະຊາດ ເຊິ່ງເຊື່ອວ່າການເຂົ້າມາບໍລິຫານຈັດການ ເຊິ່ງອາໄສເຕັກນິກຕ່າງໆ ທີ່ມີມາດຕະຖານ ຈະຊ່ວຍຫຼຸດຄວາມສ່ຽງຂອງການສູນພັນຂອງໝີແພນດ້າໄດ້

ໂຄງການນີ້ຫາກສຳເລັດ ຈະເປັນແຫຼ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວ ແລະຍັງເປັນບໍລິເວນສຳລັບອະນຸລັກໝີແພນດ້ານຳອີກ, ເຊິ່ງໃນປະຈຸບັນຍັງບໍ່ທັນມີອຸທະຍານສຳລັບໝີແພນດ້າໃນປະເທດຈີນ ແຕ່ກໍຍັງມີສູນວິທະຍາສາດທີ່ວິໄຈ ແລະປະສົມພັນເພື່ອເພີ່ມຈຳນວນແພນດ້າຫຼາຍບ່ອນ, ແຕ່ໝີແພນດ້າອາໄສຢູ່ບ່ອນທີ່ຈັດໄວ້ໃຫ້ ບໍ່ໄດ້ອາໄສຢູ່ຕາມທຳມະຊາດ

ກອງທຶນສັດປ່າໂລກສາກົນລາຍງານວ່າ ໃນປີ 2014 ຜ່ານມາ ມີໝີແພນດ້າ ທີ່ອາໄສຢູ່ຕາມທຳມະຊາດ ໃນປະເທດຈີນ 1,864 ໂຕ ເພີ່ມຂຶ້ນ 16,8% ຈາກປີ 2004

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...