spot_img
Homeຊີວິດແລະຄວາມຮັກ5 ເຫດຜົນທີ່ທ່ານບໍ່ຄວນຈັບຜິດຄົນຮັກຫຼາຍຈົນເກີນໄປ

5 ເຫດຜົນທີ່ທ່ານບໍ່ຄວນຈັບຜິດຄົນຮັກຫຼາຍຈົນເກີນໄປ

Published on

ການຈັບຜິດຄົນເວົ້າມາລະເຈັບເສັ້ນ ໂດຍສະເພາະການຈັບຜິດຄົນຮັກ ໃຜວ່າການຈັບຜິດຄົນໆໜຶ່ງເປັນສິ່ງທີ່ບໍ່ເມື່ອຍ ບອກເລີຍວ່າຄິດຜິດ! ມື້ນີ້ແອັດມິນເລີຍເຫດຜົນວ່າເປັນຫຍັງພວກບັນດາທ່ານທັງຫຼາຍຈິ່ງບໍ່ຄວນຫາແຕ່ຈັບຜິດຄົນອື່ນຫຼາຍຈົນເກີນໄປ ໂດຍສະເພາະແມ່ນການຈັບຜິດຄົນຮັກມາຝາກ ເອົາເປັນວ່າເວົ້າຫຼາຍມັນກໍ່ແຮງເມື່ອຍ ສະນັ້ນເຮົາມາເຂົ້າເລື່ອງກັນເລີຍ

ເຫດຜົນທີ່ທ່ານບໍ່ຄວນຈັບຜິດຄົນຮັກຫຼາຍຈົນເກີນໄປ

  1. ຄຸນຄ່າໃນຕົວຂອງທ່ານຈະຫຼຸດລົງໄປເລື່ອຍໆ ເພາະການຈັບຜິດຕັ້ງຢູ່ພື້ນຖານຂອງການທຳລາຍຄວາມໄວ້ເນື້ອເຊື່ອໃຈຂອງຄົນສອງຄົນ
  2. ທ່ານຈະເກີດຄວາມກັງວົນໃຈຢູ່ຕະຫຼອດເວລາ ຖ້າທ່ານມົວແຕ່ຈະຈັບຜິດຄົນຮັກຂອງທ່ານ ຫົວໃຈແລະຄວາມຄິດຂອງທ່ານກໍ່ບໍ່ມີຄວາມສຸກສະຫງົບໄດ້ ເພາະຄິດແຕ່ລະແວງ ແມ່ນແຕ່ຄຳເວົ້າເລັກໆນ້ອຍໆກໍ່ເກັບມາຄິດ
  3. ທ່ານກຳລັງທຳລາຍຄວາມເຊື່ອໃຈຂອງຄົນຮັກທ່ານໄປເທື່ອລະໜ້ອຍແບບບໍ່ຮູ້ຕົວ ຖ້າທ່ານສະແດງຄວາມບໍ່ເຊື່ອໃຈໃຫ້ອີກຝ່າຍໄດ້ຮັບຮູ້ ແນ່ນອນວ່າເລີຍວ່າຄວາມບໍ່ເຊື່ອໃຈບໍ່ໝັ້ນໃຈຂອງອີກຝ່າຍໜຶ່ງກໍ່ຕ້ອງເກີດຂຶ້ນເຊັ່ນດຽວກັນ
  4. ບໍ່ມີໃຜດັອກທີ່ມັກຖືກຈັບຜິດ ລອງຄິດງ່າຍໆຄືຫາກມື້ໜຶ່ງມີຄົນມາຈັບຜິດເຮົາເຖິງແມ່ນວ່າເລື່ອງທີ່ເຂົາຈັບຜິດຢູ່ນັ້ນຈະແມ່ນເລື່ອງຈິງ ຫຼື ບໍ່ຈິງແຕ່ເຮົາກໍ່ບໍ່ມັກ ແມ່ນບໍ່?
  5. ຍິ່ງຈັບຜິດ ຍິ່ງເຮັດໃຫ້ເລື່ອງລາວຊັບຊ້ອນຂຶ້ນ ທ່ານລອງສັງເກດເບິ່ງແຟນຂອງທ່ານ ຫາກວັນໜຶ່ງທ່ານຈັບຜິດເຂົາໄດ້ໃນເລື່ອງໜຶ່ງ ສອງເລື່ອງ ສາມເລື່ອງ ລະດັບເລື່ອງທີ່ທ່ານຈັບຜິດນັ້ນຈະນັ້ນມື້ນັບຊັບຊ້ອນຂຶ້ນ ເພາະຄົນຮັກຂອງທ່ານກໍ່ຈະລະວັງຕົວຫຼາຍຂຶ້ນ ແລະ ພະຍາຍາມເຮັດທຸກຢ່າງເພື່ອປົກປິດເລື່ອງລາວໃຫ້ດີທີ່ສຸດ

ເອົາເປັນວ່າເມື່ອອ່ານໄປທັງໝົດ 5 ເຫດຜົນທີ່ກ່າວມາຂ້າງເທິງນີ້ທ່ານກໍ່ລອງເອົາກັບໄປຄິດທົບທວນເບິ່ງວ່າແມ່ນຄວາມແອັດເວົ້າ ຫຼື ບໍ່ ເພາະແອັດຮູ້ວ່າມັນເມື່ອຍໃຈພຽງໃດທີ່ຕ້ອງຈັບຜິດໃຜຈັກຄົນໜຶ່ງ ທັງຕົວເອງ ແລະ ຄົນທີ່ເຮົາຮັກຕ່າງກໍ່ບໍ່ມີຄວາມສຸກ ຊີວິດຄົນເຮົາມັນສັ້ນ ສະນັ້ນເມື່ອຍາມມີຄວາມຮັກກໍ່ຮັກສາໄວ້ໃຫ້ດີ ຢ່າລືມວ່າຄວາມສຸກມັກຈະຜ່ານໄປໄວ ສະນັ້ນຍາມມີຄວາມຮັກກໍ່ຕ້ອງພະຍາຍາມເຮັດໃຫ້ມີຄວາມສຸກ ໂດຍບໍ່ຕ້ອງຄິດໜ້ອຍຄິດຫຼາຍເປັນດີທີ່ສຸດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...