Homeຊີວິດແລະຄວາມຮັກ8 ສັນຍານທີ່ສື່ຄວາມໝາຍ ເຂົາຍັງຮັກເຈົ້າຫຼາຍຢູ່

8 ສັນຍານທີ່ສື່ຄວາມໝາຍ ເຂົາຍັງຮັກເຈົ້າຫຼາຍຢູ່

Published on

ຫຼາຍໆຄູ່ເມື່ອເຮົາຮັກກັນທຳອິດ ຄວາມຮັກກໍຫວານຊື່ນ, ແຕ່ເມື່ອຮັກກັນດົນໆໄປ ຄວາມຮັກກໍເລີ່ມຈາງລົງ ບາງຄູ່ຈົນເຖິງຂັ້ນເລີກລາກັນໄປກໍມີ, ແຕ່ກໍມີຫຼາຍຄູ່ທີ່ຮັກກັນດົນໆ ກໍຍັງຮັກກັນຄືເກົ່າ ເຊິ່ງສະແດງອອກມາໃຫ້ເຮົາໄດ້ຮູ້ວ່າເຂົາຍັງຮັກເຮົາຫຼາຍດັ່ງນີ້

  1. ເຂົາບໍ່ເຄີຍເຮັດທ່າທີລຳຄານເຈົ້າເລີຍ: ບໍ່ວ່າເຈົ້າຈະເຮັດແນວໃດກໍຕາມ ຫຼືອາດເຮັດເປັນຄືເດັກນ້ອຍໃນບາງຄັ້ງ ແຕ່ເຂົາກໍບໍ່ມີທ່າທີທີ່ຈະລຳຄານເຈົ້າເລີຍ ແຕ່ກົງກັນຂ້າມເຂົາກັບຮັກເຈົ້າຫຼາຍກວ່າເດີມສາອີກ
  2. ເຂົາຢາກຢູ່ກັບເຈົ້າ: ແມ່ນຢູ່ວ່າບາງຄັ້ງເຂົາອາດຢາກໄປສັງສັນກັບໝູ່ເພື່ອນ ແຕ່ເຂົາບໍ່ເຄີຍລືມວ່າຍັງມີເຈົ້າຢູ່ ແລະເວລາທີ່ເຂົາວ່າງ ໝູ່ເພື່ອນບໍ່ແມ່ນຄົນທຳອິດທີ່ເຂົາຄິດຮອດ, ຄົນທີ່ເຂົາຄິດຮອດ ແລະຢາກຢູ່ນຳ ເຮັດກິດຈະກຳຕ່າງໆນຳຄື “ເຈົ້າ”
  3. ບໍ່ເຄີຍປະຕິເສດທີ່ຈະໄປນອກກັບເຈົ້າ: ຜູ້ຊາຍບາງຄົນມັກຢູບ້ານ ເບິ່ງໂທລະພາບ ຫຼືພັກຜ່ອນ ແຕ່ເມື່ອເຈົ້າເວົ້າວ່າຢາກອອກໄປນອກ ເຂົາກໍຈະເອີ່ຍປາກພາເຈົ້າອອກໄປ ແລະຍັງຊ່ວຍເຈົ້າຄິດເຖິງສະຖານທີ່ ທີ່ຈະໄປ
  4. ເຂົາເອີ້ນເຈົ້າຄືກັບຕອນຄົບກັນໃໝ່ໆ: ຕອນຄົບກັບເຈົ້າໃໝ່ໆ ເຂົາມັກຈະເວົ້າກັບເຈົ້າ ດ້ວຍຄຳເວົ້າທີ່ເຈົ້າກັບເຂົາເວົ້າກັນສອງຄົນ ເມື່ອມາຢູ່ນຳກັນສອງຄົນ ເຂົາກໍຍັງເອີ້ນເຈົ້າດ້ວຍຊື່ນັ້ນຢູ່
  5. ເຂົາປ່ອຍວາງທຸກຢ່າງເມື່ອຢູ່ກັບເຈົ້າ: ໃນສະໄຫມນີ້ ໃຜກໍມັກໃຊ້ໂທລະສັບ ຫຼືອຸປະກອນຕ່າງໆ ທີ່ສາມາດເຊື່ອມຕໍ່ກັບໂລກໂຊຊຽວມີເດຍໄດ້ ແຕ່ເມື່ອເຂົາມາຢູ່ກັບເຈົ້າ ເຂົາພ້ອມທີ່ຈະວາງທຸກສິ່ງ ເພື່ອລົມ ແລະໃຫ້ຄວາມສຳຄັນກັບເຈົ້າ
  6. ເຖິງຈະຜິດກັນປານໃດເຂົາກໍຈະບໍ່ບອກເລີກເຈົ້າ: ບໍ່ວ່າຈະຜິດກັນ ຫຼືເຈົ້າຮ້າຍໃຫ້ເຂົາຫຼາຍເກີນໄປ ເຂົາກໍບໍ່ເຄີຍທີ່ຈະເວົ້າບອກເລີກ ຫຼືເວົ້າວ່າຂໍຫ່າງກັນຊົ່ວຄາວ, ແຕ່ເຂົາເລືອກທີ່ຈະມິດຫຼາຍກວ່າຜິດກັບເຈົ້າ
  7. ເຂົາທ້າທາຍເຈົ້າ: ບໍ່ວ່າເຈົ້າຈະເຮັດຫຍັງ ເຂົາຈະທ້າທາຍເຈົ້າ, ຕົວຢ່າງວ່າເຈົ້າຊິຫຼຸດນໍ້າໜັກ ເຂົາຈະບໍ່ເວົ້າວ່າ ເຈົ້າບໍ່ມີທາງເຮັດໄດ້ ແຕ່ເຂົາເລືອກທີ່ຈະຊອກຫາຂໍ້ມູນເລື່ອງອາຫານ, ການອອກກຳລັງກາຍ ແລະເຂົາເຂົາຈະທ້າທາຍໂດຍ ມີຂອງຂວັນໃຫ້ ຖ້າເຈົ້າເຮັດໄດ້ ເຊິ່ງນັ້ນມັນສະແດງໃຫ້ເຫັນວ່າ ເຂົາຢາກໃຫ້ເຈົ້າມີສຸຂະພາບດີ
  8. ເຂົາຈະເຊີ້ໄພຣເຈົ້າຕະຫຼອດ: ເຖິງແມ່ນເວລາທີ່ເຈົ້າກັບເຂົາຄົບກັນຈະຜ່ານໄປດົນປານໃດ ຄວາມຮັກຂອງເຂົາກໍຈະບໍ່ຫຼຸດລົງ, ທຸກຢ່າງທີ່ເຂົາເຮັດຕັ້ງແຕ່ຕອນທຳອິດທີ່ຄົບກັນໃໝ່ໆ ຈົນມາດຽວນີ້ ເຂົາຍັງເຊີ້ໄພຣເຈົ້າຢູ່ຕະຫຼອດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...