spot_img
Homeຂ່າວພາຍ​ໃນກົງສູນໄທສົ່ງຈົດໝາຍເຕືອນ ຄົນໄທເຂົ້າລາວຕ້ອງລະວັງ

ກົງສູນໄທສົ່ງຈົດໝາຍເຕືອນ ຄົນໄທເຂົ້າລາວຕ້ອງລະວັງ

Published on

ມື້ນີ້, ວັນທີ 22 ກຸມພາ 2017 ສະຖານກົງສູນໄທປະຈຳ ນະຄອນຫຼວງວຽງຈັນ ໄດ້ອອກຈົດໝາຍເຕືອນຄົນໄທທີ່ມາທ່ອງທ່ຽວ ແລະເຮັດວຽກຢູ່ໄທ ໃຫ້ລະວັງຫຼາຍບັນຫາ ໂດຍສະເພາະແມ່ນໃຫ້ປະຕິບັດຕາມກົດໝາຍ ແລະຮີດຄອງປະເພນີຂອງລາວຢ່າງເຄັ່ງຄັດ ບໍ່ດັ່ງນັ້ນອາດຈະຖືກປັບໃໝ ຫຼືຈັບໃສ່ຄຸກ ດັ່ງລາຍລະອຽດຈົດໝາຍທາງການດັ່ງກ່າວລາວໂພສຕ໌ໄດ້ນຳມາສະເໜີດັ່ງນີ້:

ດຽວນີ້ໄທ-ລາວ ໃກ້ຊິດກັນ ໄປມາຕິດຕໍ່ຫາກັນສະດວກຫຼາຍ ຄົນໄທມາທ່ຽວລາວ ຄົນລາວໄປທ່ຽວໄທ ມື້ໜຶ່ງຫຼວງຫຼາຍ ບໍ່ເຊື່ອໄປເບິ່ງຢູ່ໜ້າດ່ານຂົວມິດຕະພາບທັງສອງຝັ່ງ (ໜອງຄາຍ – ວຽງຈັນ) ວັນເສົາ-ອາທິດໄດ້ ຮັບຮອງວ່າບໍ່ມີເຫງົາແນ່ນອນ ເດິນທາງຫຼາຍໆແບບນີ້ ແລະຍິ່ງຈະເຂົ້າລະດູຝົນພ້ອມ ເຊື່ອວ່າຫຼາຍໆຄົນຄົງຈະມາທ່ຽວລາວນຳກັນ ກໍຢາກຈະໃຫ້ເພື່ອນໆ ກຽມໂຕຈັກໜ້ອຍດັ່ງນີ້:

1. ເອກະສານເດິນທາງທີ່ໃຊ້ເດິນທາງມາລາວດຽວນີ້ສະດວກ ຈະໃຊ້ໜັງສືເດິນທາງຫຼືໃບຜ່ານແດນກໍໄດ້ ແລ້ວແຕ່ຈຸດປະສົງໃນການເດິນທາງ ເຊັ່ນ ຖ້າຢູ່ໜອງຄາຍຈະມາທ່ຽວແຕ່ວຽງຈັນ 3 ມື້ 2 ຄືນ ໃຊ້ໃບຜ່ານແດນກໍສະດວກດີ ແຕ່ຖ້າຈະເຂົ້າໄປທ່ຽວເຖິງເມືອງວັງວຽງຫຼືຫຼວງພະບາງ ກໍຄົງຕ້ອງໃຊ້ໜັງສືເດິນທາງ (Passport) ເທົ່ານັ້ນ ເຊິ່ງຄົນໄທສາມາດຢູ່ໃນ ສປປ ລາວ ໄດ້ເທື່ອລະ 30 ມື້ ໂດຍບໍ່ຕ້ອງຂໍວີຊ່າ ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງລາວ ຈະປະທັບຕາອະນຸຍາດໃຫ້ຢູ່ໃນລາວເລີຍເທື່ອລະ 30 ມື້ ເຊິ່ງໃນຖານະກົງສຸນກໍຢາກຈະເຕືອນວ່າ ທີ່ດ່ານທັງສອງຝັ່ງເວລາມີຄົນຫຼາຍໆ ຂໍໃຫ້ກວດສອບໃຫ້ດີວ່າ ເຈົ້າໜ້າທີ່ໄດ້ປະທັບຕາໃນໜັງສືເດິນທາງຂອງເຮົາຫຼືບໍ່ ເພາະບາງເທື່ອມັນກໍພາດໄດ້ ທັງນີ້ ຖ້າບໍ່ມີກາປະທັບ ກໍຈະກາຍເປັນວ່າ ເຮົາເຂົ້າ-ອອກປະເທດໂດຍບໍ່ໄດ້ຮັບອະນຸຍາດ ຫຼືເຂົ້າເມືອງຜິດກົດໝາຍນັ້ນເອງ ເຊິ່ງມີໂທດຕາມກົດໝາຍຂອງທຸກປະເທດ.
(ລາວໂພສຕ໌) ທີ່ຜ່ານມາເຄີຍມີກໍລະນີທີ່ນັກທ່ອງທ່ຽວໄທ ແຊເຫດການທີ່ບອກວ່າຖືກເຈົ້າໜ້າທີ່ ຕມ ລາວ ປັບໃໝຍ້ອນເອກະສານຜ່ານແດນບໍ່ໄດ້ປະທັບກາຜ່ານ ໃນທຳນອງທີ່ວ່າເຈົ້າໜ້າທີ່ລາວຕັ້ງໃຈໃຫ້ເກີດບັນຫາແບບນັ້ນ.
2. ການເອົາລົດເຂົ້າ ສປປ ລາວ ກໍບໍ່ຍາກເລີຍ ພຽງລົດເປັນຂອງເຮົາແລະບໍ່ຕິດໄຟແນ້ນ ໄປເຮັດພາສປອດລົດທີ່ກົມການຂົນສົ່ງທາງບົກ ພຽງເທົ່ານີ້ກໍສາມາດຂັບຂ້າມມາທ່ຽວລາວໄດ້ງ່າຍໆ ແຕ່ໃນຄວາມງ່າຍໆ ກໍມີຫຼາຍເລື່ອງທີ່ຕ້ອງລະວັງ ເລື່ອງທຳອິດຄື ໄທຂັບແອບຊ້າຍ ລາວຂັບແອບຂວາ ທີ່ເຄີຍພົບຄືເວລາຄັບຂັນ ຄົນໄທມັກຈະຫັກຫຼີກອອກທາງຊ້າຍດ້ວຍຄວາມຊິນເຄີຍ ຜົນຄືຕຳປະສານງາກັບລົດຟາກທີ່ສວນທາງມາເລີຍ ຕ້ອງລະວັງໃຫ້ຫຼາຍໆ ສູນເສຍມາແລ້ວຫຼວງຫຼາຍ ເລື່ອງທີສອງ ປະກັນໄພລາວຕ້ອງເຮັດທຸກຄັ້ງ ເພື່ອຄວາມບໍ່ປະໝາດ ຢູ່ດ່ານຝັ່ງລາວມີໃຫ້ເລືອກຫຼາຍບໍລິສັດ ລາຄາບໍ່ແພງເລີຍ ແຕ່ຈະຊ່ວຍທ່ານໄດ້ຫຼາຍເວລາເກີດອຸບັດເຫດ ເລື່ອງທີ່ສາມ ຫ້າມຂັບລົດໄວ ຄົນໄທມັກຂັບລົດໄວບໍ່ນ້ອຍໜ້າຊາດໃດໃນໂລກ ແຕ່ມາລາວຕ້ອງຂັບຊ້າໆ ໃຈເຢັນໆ ໃຫ້ທາງເພື່ອນຮ່ວມທາງ ເພື່ອປ້ອງກັນອຸບັດເຫດ ແລະເວລາຈະລ້ຽວໃຫ້ເບິ່ງທາງເບື້ອງຊ້າຍກ່ອນ (ຢ່າເຜີເບິ່ງທາງຂວາກ່ອນຕາມຄວາມຊິນເລີຍເດີ).
(ລາວໂພສຕ໌) ເຄີຍມີຂ່າວຢ່າງບໍ່ເປັນທາງການມາວ່າ ຄົນໄທບາງຄົນຂີ່ລົດທີ່ຕິດໄຟແນນເຂົ້າມາລາວ ແລ້ວຂາຍໃຫ້ຄົນລາວ ແລ້ວກັບໄປແຈ້ງເສຍຢູ່ເມືອງໄທ ໃຫ້ປະກັນໄພເປັນຄົນຈ່າຍຄ່າເສຍຫາຍໃຫ້ (ໄດ້ທັງຂຶ້ນທັງລ່ອງ) ຕໍ່ມາທາງການດ່ານ ຕມ ທັງສອງຝ່າຍຈຶ່ງບໍ່ອະນຸຍາດໃຫ້ເອົາລົດທີ່ຕິດໄຟແນນຜ່ານເຂົ້າມາລາວ.
3. ຂອງຕ້ອງຫ້າມຜິດກົດໝາຍຕ່າງໆ ບໍ່ຕ້ອງເອົາມາ ເຄີຍມີບາງຄົນເອົາປືນແລະລູກປືນມາທ່ຽວ ສປປ ລາວ ສະຫຼຸບຄືໄດ້ຢູ່ຄຸກລາວດົນເລີຍ ຂຶ້ນຊື່ວ່າປືນ ບໍ່ວ່າຈະເປັນປືນລົມ ສະໜັບມື ມີດພັບ ກະໂພກໃຫຍ່ ແລະອື່ນໆ ບໍ່ຕ້ອງເອົາມາທ່ຽວນຳ ຫຼືມາທ່ຽວແລ້ວ ມີໃຜຊວນໃຫ້ທົດລອງຂອງອິຫຍັງ ທີ່ມັນບໍ່ດີ ຫ້າມລອງໂດຍເດັດຂາດ.
(ລາວໂພສຕ໌) ການລັກລອບຊື້-ຂາຍຫຼືຖືອາວຸດເສິກ ເປັນຄວາມຜິດສະຖານໜັກທີ່ສຸດໃນ ສປປ ລາວ ເພາະເປັນຄະດີຄວາມໝັ້ນຄົງຂອງຊາດ.
4. ເອກະສານເດິນທາງ (ຫນັງສືເດິນທາງ ຫຼືໃບຜ່ານແດນ) ຕ້ອງຮັກສາໄວ້ໃຫ້ດີ ເອົາໄວ້ແຍກຈາກເງິນແລະຊັບສິນມີຄ່າຕ່າງໆ ເອົາຕິດໂຕໄວ້ສະເໝີ ແລະໃຫ້ອັດສຳເນົາເກັບໄວ້ນຳພ້ອມຢ່າງໜ້ອຍ 1 ຊຸດ ເພື່ອເວລາສູນເສຍຈະໄດ້ມີໄວ້ເປັນຫຼັກຖານປະຈຳໂຕ.
5. ມາທ່ຽວລາວໃນຖານະນັກທ່ອງທ່ຽວ ຕ້ອງພັກໂຮງແຮມ ຖ້າມີຄົນລາວທີ່ຮູ້ຈັກກັນຊວນໄປພັກຢູ່ເຮືອນກໍບໍ່ຄວນໄປ ເພາະອາດຈະເປັນຄວາມຜິດຕາມກົດໝາຍໄດ້ ຖາມວ່າ ຖ້າຈັ່ງຊັ້ນເຮົາໄປພັກຢູ່ເຮືອນຂອງໝູ່ຄົນລາວໄດ້ບໍ ແທ້ຈິງແລ້ວກໍໄດ້ ຖ້າຮັບອະນຸຍາດໃຫ້ເຂົ້າພັກໄດ້ຈາກເຈົ້າໜ້າທີ່ຕຳຫຼວດ ໂດຍທາງຕຳຫຼວດລາວຈະອອກ ໃບອະນຸຍາດພັກເຊົາ ໃຫ້ ແຕ່ວ່າຄົນທີ່ໄດ້ຮັບໃບອະນຸຍາດປະເພດນີ້ ຈະເປັນຄົນທີ່ເຂົ້າມາລາວເພື່ອເຮັດວຽກໃນ ສປປ ລາວ ຢ່າງເປັນທາງການຫຼາຍກວ່າ.
(ລາວໂພສຕ໌) ບັນຫານີ້ມັກເກີດຂຶ້ນໃນເຂດນອກ ເພາະເຈົ້າໜ້າທີ່ກອງຫຼອນບ້ານມັກຈະເຄັ່ງຄັດຫຼາຍ ເຊິ່ງຖ້າກອງຫຼອນບ້ານ(ບາງບ້ານ)ຮູ້ວ່າມີຄົນຕ່າງປະເທດເຂົ້າມາພັກໃນບ້ານຂອງຕົນເອງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກຈັບດຳເນີນຄະດີ ຫຼືປັບໃໝເປັນຈຳນວນເງິນຂ້ອນຂ້າງສູງ (ແຕ່ຕໍ່ລອງໄດ້ ພ້ອມທັງບໍ່ມີໃບຮັບເງິນ).
6. ຄົນໄທຈຳນວນຫຼາຍເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງໃນ ສປປ ລາວ ເຊັ່ນ ໃຊ້ການປະທັບອະນຸຍາດເຂົ້າ ສປປ ລາວ ເພື່ອການທ່ອງທ່ຽວ 30 ມື້ ມາປະກອບອາຊີບ ເຮັດທຸລະກິດ ເຮັດວຽກ ເປີດຮ້ານອາຫານ ແລະອື່ນໆ ຢາກຈະບອກວ່າ ທ່ານກຳລັງເຮັດຜິດກົດໝາຍຂອງ ສປປ ລາວ ເຊິ່ງມີໂທດປັບໃໝຕາມກົດໝາຍ ແລະດຽວນີ້ ທາງການລາວກຳລັງເຂັ້ມງວດແລະປາບປາມການລັກລອບປະກອບທຸລະກິດບໍ່ຖືກຕ້ອງ ຈຶ່ງຂໍແນະນຳໃຫ້ທ່ານໃດທີ່ໃຊ້ວິຊ່າຜິດປະເພດໃນການເຮັດວຽກໃນ ສປປ ລາວ ຂໍໃຫ້ຕິດຕໍ່ກະຊວງແຮງງານແລະສະຫວັດດີການສັງຄົມ ຂອງ ສປປ ລາວ ເພື່ອຂຶ້ນທະບຽນແລະແລ່ນຂໍອະນຸຍາດເຮັດວຽກໃຫ້ຖືກຕ້ອງ ຢາກບອກວ່າ ເຮັດທຸລະກິດມັນກໍຄູ່ກັບບັນຫາແລະຄວາມຂັດແຍ້ງ ແຕ່ບາງທີການທີ່ເຮົາເຂົ້າມາເຮັດທຸລະກິດແບບບໍ່ຖືກຕ້ອງ ເວລາມີບັນຫາທາງລະກິດເກີດຂຶ້ນ ກໍມັກຈະຕົກເປັນຝ່າຍເສຍປຽບເກືອບທຸກເທື່ອ.
(ລາວໂພສຕ໌) ເປັນເລື່ອງຈິງທີ່ມັກເກີດຂຶ້ນກັບຄົນຕ່າງປະເທດ ທີ່ເຂົ້າມາຄ້າຂາຍໃນ ສປປ ລາວ ສ່ວນຫຼາຍມັກຈະມາໃຊ້ວິຊ່າທ່ອງທ່ຽວ ເຊິ່ງບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.
7. ອັນນີ້ເປັນບັນຫາຍອດນິຍົມ ຄືພວກຜູ້ບ່າວໄທ ທີ່ຕົກຂຸມຮັກສາວລາວ ຂໍເຕືອນວ່າ ຢ່າຊິງສຸກກ່ອນເຫີ່ມ ການລັກລອບຢູ່ກິນນຳກັນແບບຜົວເມຍ ເປັນຄວາມຜິດຕາມກົດໝາຍ ສປປ ລາວ ຍິ່ງຖ້າມີເມຍຢູ່ແລ້ວແລະມາມີເມຍນ້ອຍໃນລາວ ມີໂທດຕາມກົດໝາຍທີ່ຮຸນແຮງ ອາດຈະຖືກຈັບຕິດຄຸກໄດ້.
(ລາວໂພສຕ໌) ປະເທດລາວຖືວ່າຍັງເປັນປະເທດທີ່ເຄັ່ງຄັດຕໍ່ຈາຮີດປະເພນີ ການລັກລອບຢູ່ນຳກັນແບບຜົວເມຍຂອງຍິງແລະຊາຍ ຈະຖືວ່າຜິດຕໍ່ຮີດຄອງປະເພນີ ແລະກົດໝາຍຂອງ ສປປ ລາວ ໂດຍສະເພາະແມ່ນຄົນຕ່າງປະເທດ ຫຼືຄົນທີ່ມີຄອບຄົວຢູ່ແລ້ວຈະຖືວ່າເປັນຄວາມຜິດອັນຮ້າຍແຮງ ສາມາດຟ້ອງຈັບເຂົ້າຄຸກໄດ້.

ສຸດທ້າຍນີ້ ຂໍຮັບຮອງວ່າ ລາວເປັນປະເທດທີ່ເປັນຕາທ່ຽວ ມີຫຼາຍສິ່ງໃຫ້ຄົ້ນຫາອີກຫຼວງຫຼາຍ ແຕ່ກໍຄວນຈະເຂົ້າໃຈແລະເຄົາລົບກົດໝາຍຂອງລາວ ປະຕິບັດຕາມຈາຮີດປະເພນີ ແລະທ່ອງທ່ຽວຢ່າງມີສະຕິ ຂໍໃຫ້ທ່ຽວໃຫ້ມ່ວນໆ ເດີ.

ດ້ວຍຄວາມປາຖະໜາດີ
ກົງສຸນໄທໃນວຽງຈັນ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...