Homeຊີວິດແລະຄວາມຮັກຖ້າພົບຜູ້ຊາຍແບບນີ້ ຖືວ່າໂຊກດີທີ່ສຸດ

ຖ້າພົບຜູ້ຊາຍແບບນີ້ ຖືວ່າໂຊກດີທີ່ສຸດ

Published on

ໃຜໆກໍບອກວ່າຜູ້ຊາຍດີໆຫາຍາກ ເຮັດໃຫ້ຜູ້ຍິງຫຼາຍໆຄົນຕ້ອງຂຶ້ນຄານ ແຕ່ຖ້າໃຜທີ່ມີແຟນແລ້ວ ລອງເອົານິໄສຂອງແຟນເຈົ້າມາສົມທຽບກັບ 16 ພຶດຕິກຳຂອງຜູ້ຊາຍ ຖ້າຫາກພົບແບບນີ້ ຖືວ່າໂຊກດີທີ່ສຸດ ເຈົ້າຄວນຮັກສາເຂົາໄວ້ໃຫ້ດີ

  1. ເຂົາປ່ຽນຕົວເອງເພື່ອເຮົາ ເຖິງແມ່ນບາງຂໍ້ຈະຍາກ
  2. ເຂົາເຮັດທຸກຢ່າງເພື່ອໃຫ້ເຈົ້າມີຄວາມສຸກ ແລະມີຮອຍຍີ້ມສະເໝີ
  3. ເຂົາຈະບອກຊີວິດຂອງເຂົາໃຫ້ເຮົາຟັງທຸກຢ່າງ ພ້ອມທັງເວົ້າເຖິງອະນາຄົດ ແລະແຜນການທີ່ເຂົາຄິດໄວ້ ເຊິ່ງມີເຈົ້າຢູ່
  4. ເຂົາບໍ່ປິດບັງຫຍັງເຈົ້າ ເລື່ອງເລັກນ້ອຍ ຫຼືໃຫຍ່ກໍບອກສະເໝີ
  5. ເຂົາຈະເຮັດໃນສິ່ງທີ່ເຂົາເວົ້າສະເໝີ
  6. ເຂົາເປັນຫ່ວງເຈົ້າ ຈົນບາງທີອາດເຮັດໃຫ້ເຈົ້າອຶດອັດ
  7. ວັນສຳຄັນຕ່າງໆເຂົາຈະບໍ່ລືມ ເຖິງແມ່ນວ່າຈະຫຍຸ້ງວຽກປານໃດກໍຕາມ ກໍຈະບໍ່ມີລືມ
  8. ເຂົາພະຍາຍາມເຮັດທຸກຢ່າງ ເພື່ອໃຫ້ເຈົ້າໝັ້ນໃຈ ແລະເຊື່ອໃຈເຂົາ
  9. ເຂົາເປັນຄືເດັກໃນເວລາທີ່ຢູ່ນຳເຈົ້າ ແລະມັກເຮັດໃຫ້ເຈົ້າປະຫຼາດໃຈສະເໝີ
  10. ເຂົາຈະບໍ່ປ່ຽນໄປຫຼັງຈາກທີ່ມີຫຍັງກັບເຈົ້າ ແລະສະແດງອອກໃຫ້ເຫັນວ່າຮັກເຈົ້າຫຼາຍຂຶ້ນ
  11. ເຂົາຈະບໍ່ນອກໃຈເຈົ້າ ແລະພ້ອມທີ່ຈະບອກກັບທຸກຄົນວ່າ: ເປັນແຟນກັບເຈົ້າ
  12. ເຂົາຈະເຂົ້າຫາພໍ່ແມ່ຍາດພີ່ນ້ອງຂອງເຮົາໄດ້ດີ
  13. ເຂົາຈະຄຽງຂ້າງເຈົ້າໃນວັນທີ່ເຈົ້າອ່ອນແອບໍ່ມີໃຜ ເຖິງແມ່ນວັນທີ່ເຂົາກໍບໍ່ມີໃຜຄືກັນ
  14. ເຂົາຈະເຮັດທຸກຢ່າງເພື່ອໃຫ້ໝູ່ເພື່ອນອິດສາເຈົ້າ ທີ່ມີແຟນຄືເຂົາ
  15. ເຂົາຈະລົມກັບເຈົ້າຕະຫຼອດເວລາໃນເວລາທີ່ເຂົາວ່າງ ເພື່ອບໍ່ໃຫ້ເຈົ້າເຫງົາ ບໍ່ວ່າເຂາຈະເຮັດຫຍັງກໍຕາມ

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...