Homeຂ່າວ​ໄອ​ທີApple ຫັກດິບ ໂດນັລ ທຣັມ ບໍ່ຍອມຍ້າຍໂຮງງານຜະລິດ iPhone ກັບອາເມລິກາ

Apple ຫັກດິບ ໂດນັລ ທຣັມ ບໍ່ຍອມຍ້າຍໂຮງງານຜະລິດ iPhone ກັບອາເມລິກາ

Published on

ນະໂຍບາຍສົ່ງເສີມການຈ້າງງານຄົນອາເມລິກັນ ແລະ ການເຮັດໃຫ້ອາເມລິກາກັບມາຍິ່ງໃຫຍ່ອີກຄັ້ງ ເປັນເປົ້າໝາຍຫຼັກຂອງ ໂດນັລ ທຣັມ ຕັ້ງແຕ່ທຳອິດທີ່ລາວໄດ້ຂຶ້ນດຳລົງຕຳແໜ່ງປະທານາທິບໍດີ ສະຫະລັດອາເມລິກາ ໂດຍສະເພາະປະເດັນການຍ້າຍໂຮງງານຜະລິດສິນຄ້າແບຣນ ອາເມລິກາກັບສູ່ບ້ານເກີດນັ້ນ ເໝືອນວ່າເປັນການສົ່ງສັນຍານໂດຍກົງໄປທີ່ Tim Cook ໃຫ້ຍ້າຍໂຮງງານຜະລິດ iPhone ຈາກຈີນ ມາຕັ້ງຢູ່ສະຫະລັດອາເມລິກາບ່ອນດຽວ ຢ່າງໃດກໍ່ດີທາງ ບໍລິສັດ Apple ຍັງຄົງເມີນເສີຍຕໍ່ຄວາມຕ້ອງການຂອງທ່ານປະທານາທິບໍດີ ແຖມ CFO (Chief Financial Officer ຜູ້ບໍລິຫານສູງສຸດທາງດ້ານການເງິນ) ຂອງບໍລິສັດ Apple ທ່ານ Luca Maestri ຍັງອອກມາປະກາດຢ່າງຊັດເຈນວ່າ Apple ຈະບໍ່ສັ່ງຍົກເລີກໂຮງງານຜະລິດ iPhone ທີ່ເມືອງຈີນພາຍໃນມໍ່ໆນີ້ຢ່າງແນ່ນອນ. 

 

ແຫລ່ງຂ່າວ: news.thaiware.com

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...