Homeຊີວິດແລະຄວາມຮັກ7 ຄຳເວົ້າດີໆທີ່ລູກທຸກຄົນຢາກໄດ້ຍິນຈາກພໍ່ແມ່

7 ຄຳເວົ້າດີໆທີ່ລູກທຸກຄົນຢາກໄດ້ຍິນຈາກພໍ່ແມ່

Published on

ພໍ່ແມ່ທຸກຄົນຮູ້ບໍວ່າ ສິ່ງສຳຄັນທີ່ລູກໆທຸກຄົນຢາກໄດ້ ຈາກພໍ່ແມ່ຫຼາຍທີ່ສຸດອາດບໍ່ແມ່ນເງິນຄຳ ຫຼືສິ່ງຂອງທີ່ມີຄ່າ ແຕ່ລູກຕ້ອງການຄວາມຮັກ, ຄວາມຫ່ວງໄຍຈາກພໍ່ແມ່ຫຼາຍກວ່າ, ເຊິ່ງນີ້ເປັນ 7 ຄຳເວົ້າທີ່ລູກໆຢາກໄດ້ຍິນ ຈາກພໍ່ແມ່, ບໍ່ວ່າລູກຈະຢ່ໃນສະຖານະການທີ່ດີ ຫຼືບໍ່ດີ ສິ່ງດຽວທີ່ລູກຕ້ອງການນັ້ນຄື ກຳລັງໃຈຈາກພໍ່ແມ່

  1. ພໍ່ແມ່ຮັກລູກ: ການບອກຮັກລູກເປັນຄຳເວົ້າທີ່ມີຄວາມໝາຍທີ່ສຸດ ເພາະຄວາມຮັກທີ່ດີທີ່ສຸດຄືການເລີ່ມຕົ້ນຈາກຄອບຄົວ, ຫາກລູກບໍ່ເຄີຍໄດ້ຍິນຄຳວ່າ “ຮັກ” ຈາກພໍ່ແມ່ຈັກເທື່ອ ກໍບໍ່ຮູ້ວ່າລູກຈະໄດ້ຍິນຄຳນີ້ຈາກໃຜ
  2. ພໍ່ແມ່ພູມໃຈໃນຕົວລູກ: ການໃຫ້ຄຳຍ້ອງຍໍລູກ ເປັນສິ່ງທີ່ດີງາມ ເປັນລາງວັນທີ່ດີທີ່ສຸດຫຼາຍກວ່າການຊື້ຂອງຂວັນເປັນການຕອບແທນ ເພາະຈະເຮັດໃຫ້ລູກເກີດຄວາມພູມໃຈໃນຕົວເອງ ແລະພະຍາຍາມເຮັດສິ່ງທີ່ຕັ້ງໃຈຢ່າງປະສົບຄວາມສຳເລັດ
  3. ເວົ້າຄຳວ່າ “ຂໍໂທດ” ແບບບໍ່ຕ້ອງອາຍ: ໃຜກໍສາມາດເຮັດຜິດໄດ້ ການເວົ້າວ່າ “ຂໍໂທດ” ໃນເວລາພໍ່ແມ່ເຮັດຜິດ ຖືເປັນຕົວຢ່າງທີ່ດີໃຫ້ລູກ ເພາະລູກຈະໄດ້ຮຽນຮູ້ວ່າ ການເຮັດສິ່ງໃດໜຶ່ງທີ່ເຮັດຜິດໂດຍຕັ້ງໃຈ ຫຼືບໍ່ຕັ້ງໃຈ ການຂໍໂທດ ຄືສິ່ງທຳອິດທີ່ຄວນເຮັດ
  4. ການໃຫ້ອະໄພລູກ: ເດັກນ້ອຍເລີ່ມໃຫຍ່ ຍິ່ງເລີ່ມມີຄວາມຜິດເປັນຂອງຕົວເອງ ແລະການເຮັດໃນສິ່ງທີ່ຕົນບໍ່ຮູ້ ເຊິ່ງອາດເຮັດໃຫ້ພໍ່ແມ່ໃຈຮ້າຍ ແຕ່ແນວໃດລູກ ກໍເປັນລູກ ພໍ່ແມ່ຍິນດີທີ່ຈະ “ໃຫ້ອະໄພລູກ” ແລະໃຫ້ເຫດຜົນຕໍ່ລູກ ເຮັດໃຫ້ລູກຮຽນຮູ້ເຫດຜົນ ແລະພະຍາຍາມບໍ່ເຮັດຜິດອີກ
  5. ແມ່ຮັບຟັງລູກສະເໝີ: ເມື່ອລູກກຳລັງເລີ່ມເຂົ້າສູ່ໄວລຸ້ນ ເລີ່ມມີໂລກສ່ວນຕົວ ແລະເປັນຕົວຂອງໂຕເອງ ພໍ່ແມ່ອາດບໍ່ສາມາດບັງຄັບລູກເຮັດນັ້ນນີ້ໄດ້ອີກຕໍ່ໄປ ແຕ່ພໍ່ແມ່ເຮັດໄດ້ດີທີ່ສຸດຄື ການຕັ້ງຄຳຖາມໃຫ້ລູກຄິດ ແລະພ້ອມທີ່ຈະຮັບຟັງລູກທຸກເລື່ອງ
  6. ນີ້ຄືສິ່ງທີ່ລູກຕ້ອງຮັບຜິດຊອບດ້ວຍຕົວເອງ: ພໍ່ແມ່ບໍ່ຄວນຊ່ວຍລູກແກ້ໄຂບັນຫາທຸກເລື່ອງ ເພາະຖ້າເຮົາໄປແກ້ໄຂບັນຫາໃຫ້ລູກທຸກເລື່ອງ ຈະເຮັດໃຫ້ລູກບໍ່ມີຄວາມຮັບຜິດຊອບ, ດັ່ງນັ້ນ ພໍ່ແມ່ຄວນໃຫ້ລູກແກ້ໄຂບັນຫາໃນສິ່ງທີ່ລູກເຮັດຜິດ ຫຼືສິ່ງທີ່ຄວນຮັບຜິດຊອບ
  7. ລູກຢາກເປັນຫຍັງກໍໄດ້ໃນສິ່ງທີ່ລູກຢາກເປັນ: ການທີ່ລູກໃຫຍ່ມາຈະເປັນຫຍັງ ເປັນສິ່ງທີ່ພໍ່ແມ່ຫຼາຍຄົນ ມັກຄາດຫວັງ ແລະຕັ້ງຄວາມຫວັງໄວ້ໃນຕົວລູກ ແຕ່ສິ່ງສຳຄັນຄື ການຮັບຮູ້ໃນຄວາມສາມາດ ແລະເຊື່ອໝັ້ນໃນຕົວລູກ ຫຼາຍກວ່າການທີ່ພໍ່ແມ່ຕ້ອງການໃຫ້ເປັນ, ເມື່ອຮອດເວລາ ເຮົາສາມາດສອນລູກໄດ້ວ່າ “ລູກຢາກເປັນຫຍັງກໍໄດ້ໃນສິ່ງທີ່ລູກຢາກເປັນ” ພໍ່ແມ່ຈະເປັນຄົນທີ່ສະໜັບສະໜູນໃນສິ່ງທີ່ລູກຢາກເປັນ ເພື່ອໃຫ້ເຂົາສາມາດກຽມຕົວ ແລະກຽມຄວາມພ້ອມປະເຊີນກັບສະຖານະການຕໍ່ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...