Homeຊີວິດແລະຄວາມຮັກ5 ວິທີມັດໃຈພໍ່ແມ່ແຟນ ໃຫ້ເພິ່ນຮັກເຮົາ

5 ວິທີມັດໃຈພໍ່ແມ່ແຟນ ໃຫ້ເພິ່ນຮັກເຮົາ

Published on

ໃນເວລາທີ່ແຟນຈະພາໄປເປີດຕົວກັບພໍ່ແມ່ ແລະພີ່ນ້ອງຄັ້ງທຳອິດ ບໍ່ວ່າສາວໆຈະມີປະສົບການຫຼາຍປານໃດ ກໍຕ້ອງຕື່ນເຕັ້ນເປັນເລື່ອງທຳມະດາ, ພໍ່ແມ່ເຂົາຈະຖືກໃຈເຮົາບໍ? ເຮົາຈະເຂົ້າກັບຄອບຄົວເຂົາໄດ້ບໍ? ລອງມາເບິ່ງວິທີການກຽມຕົວ 6 ຂັ້ນຕອນ ທີ່ຮັບຮອງວ່າຊ່ວຍໃຫ້ສາວໆ ກຽມຕົວໄດ້ຖືກວິທີແນ່ນອນ

  1. ຕ້ອງຖາມແຟນໃຫ້ລະອຽດ: ມີການວິໄຈພົບວ່າ ຄົນເຮົາຈະມັກຄົນທີ່ມີລັກສະນະນິໄສຄືກັນ, ດັ່ງນັ້ນກ່ອນຈະໄປພົບຄອບຄົວແຟນ ຕ້ອງຖາມແຟນລະອຽດກ່ອນວ່າ ຢູ່ບ້ານມັກຫຍັງ, ເປັນຄົນແນວໃດ ເຮົາຈະໄດ້ກຽມເລື່ອງທີ່ຈະລົມໄດ້ຖືກ ແຕ່ຢ່າລົມເລື່ອງສາສະໜາ ແລະເລື່ອງການເມືອງເດັດຂາດ
  2. ແຕ່ງຕົວໃຫ້ເໝາະສົມ: ຜູ້ໃຫຍ່ຈະມັກຜູ້ຍິງທີ່ຮຽບຮ້ອຍ ຕ້ອງນຸ່ງເຄື່ອງທີ່ສຸພາບ ບໍ່ໂປ້ຫຼາຍຈົນເກີນໄປ
  3. ກຽມເຄື່ອງຝາກຕິດມືໄປນຳ: ເປັນຕົ້ນແມ່ນໝາກໄມ້, ເຂົ້າໜົມ ຫຼືເຄື່ອງກິນ, ແຕ່ກໍບໍ່ເຖິງຂັ້ນເປັນສິ່ງທີ່ມີລາຄາແພງກໍໄດ້
  4. ມີວຽກຫຍັງຕ້ອງຊ່ວຍເຫຼືອເພິ່ນ: ເຖິງແມ່ນວ່າເຮົາຈະເປັນແຂກ ແຕ່ຖ້າມີຫຍັງທີ່ເຮົາສາມາດຊ່ວຍໄດ້ ກໍຕ້ອງຮີບເຂົ້າໄປຊ່ວຍເຫຼືອ ທ່ານຈະໄດ້ເຫັນຄວາມດຸໝັ່ນຂອງເຮົາ
  5. ກ່ອນກັບຕ້ອງຄອບເພິ່ນ: ສາວໆ ທີ່ໄປເຮືອນແຟນ ກ່ອນຈະກັບຕ້ອງຄອບເພີ່ນສາກ່ອນ ດ້ວຍການຍົກມືນົບທ່ານ ພຽງເທົ່ານີ້ກໍສາມາດເອົາຊະນະໃຈພໍ່ແມ່ແຟນໄດ້ແລ້ວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...