spot_img
Homeຊີວິດແລະຄວາມຮັກຮູ້ເຂົາຮູ້ເຮົາ! ສັງເກດອາການແມ່ຍິງທີ່ກຳລັງຄິດນອກໃຈແຟນ ພວກນາງຈະມີພຶດຕິກຳແນວໃດ?

ຮູ້ເຂົາຮູ້ເຮົາ! ສັງເກດອາການແມ່ຍິງທີ່ກຳລັງຄິດນອກໃຈແຟນ ພວກນາງຈະມີພຶດຕິກຳແນວໃດ?

Published on

ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ ເຮົາຈະມາຮຽນຮູ້ພຶດຕິກຳການນອກໃຈຂອງແມ່ຍິງ ທ່ານຊາຍຮູ້ ຫຼື ບໍ່ວ່າ… ແມ່ຍິງນອກຈາກຈະເປັນເພດທີ່ອ່ອນໂຍນແລ້ວ ຍັງເປັນເພດທີ່ເດົາໃຈຍາກອີກຕ່າງຫາກ ໂດຍສະເພາະແມ່ຍິງບາງກຸ່ມທີ່ເດົາໃຈຍາກແບບສຸດໆ ເພາະນາງຈະສະແດງອາການຕີນຽນ ໂດຍເຮັດໃຫ້ທ່ານຊາຍຕາຍໃຈເຊື່ອໃຈນາງຈົນໝົດທັງໃຈວ່ານາງຮັກທ່ານ ແລະ ສື່ສັດກັບທ່ານພຽງຄົນດຽວເທົ່ານັ້ນ ສະນັ້ນ ມື້ນີ້ເຮົາມາຮູ້ເຂົາຮູ້ເຮົາຮູ້ທັນມານຍາຍິງ ມາສັງ ເກດອາການແມ່ຍິງທີ່ກຳລັງຄິດນອກໃຈແຟນ ພວກນາງຈະມີພຶດຕິກຳແນວໃດ? ເຮົາມາອ່ານນຳກັນເລີຍ

  1. ເມືອເວລານາງຢູ່ກັບເພື່ອນໆ ນາງຈະບໍ່ເວົ້າເຖິງເລື່ອງລາວຂອງແຟນຕົນເອງສູ່ຄົນອື່ນຟັງ ຄືກັນກັບເມື່ອກ່ອນທີ່ນາງມັກຈະເອີ່ຍເຖິງສັບພະຄຸນຂອງແຟນນາງໃນການສົນທະນາກັບເພື່ອນສະໜິດ ຫຼື ຄົນຮູ້ຈັກສະເໝີ
  2. ໃສ່ໃຈເລື່ອງການແຕ່ງຕົວ, ຜິວພັນໜ້າຕາ ແລະ ດູແລຮູບຮ່າງໃຫ້ເບິ່ງດີເບິ່ງຫຼາຍຂຶ້ນກວ່າເກົ່າ ໂດຍທີ່ເມື່ອກ່ອນນາງບໍ່ໄດ້ໃສ່ໃຈເລື່ອງຈຳພວກນີ້
  3. ນາງເລີ່ມເຮັດຕົວບໍ່ວ່າງ ແລະ ເຮັດຕົວເຫີນຫ່າງກັບທ່ານ ດຽວກໍ່ຄາຢູ່ກັບຄອບຄົວ, ດຽວກໍ່ຄາຢູ່ກັບເພື່ອນ, ພີ່ນ້ອງ ຕ່າງຈາກເມື່ອກ່ອນຕິດທ່ານປານເງົາ ທ່ານໄປທາງໃດຕ້ອງຂໍໄປນຳສະເໝີ
  4. ເລີ່ມມີເພື່ອນໃໝ່ໆເຂົ້າມາຮູ້ຈັກນາງເພີ່ມຂຶ້ນທຸກວັນ ບໍ່ວ່າຈະຢູ່ໃນຊີວິດຈິງ ຫຼື ຊີວິດໃນໂລກໂຊຊ້ຽວ
  5. ໃນໂລກໂຊຊຽວເລີ່ມມີການໂພສຕ໌ຮູບພາບຄູ່ກັບແຟນໜ້ອຍລົງ, ເລີ່ມປ່ຽນຮູບໂປຣຟາຍຈາກຄູ່ເປັນດ່ຽວດຍອາດຈະອ້າງວ່າ ຢາກປ່ຽນສິ່ງໃໝ່ໆ ແລະ ສຸດທ້າຍກໍ່ປ່ຽນສະຖານະພາບໃນໂຊຊ້ຽວເປັນໂສດ ເຊິ່ງຕ່າງຈາກເມື່ອກ່ອນທີ່ມັກອັບຮູບຖ່າຍຄູ່ກັບແຟນລົງ ແລະ ມັກບອກໃຫ້ແຟນອັບຮູບຄູ່ລົງໂລກໂຊຊຽວຄືກັນ.
  6. ຂໍ້ຄວາມນານຕອບ, ໂທຫານານຮັບ ເຊິ່ງຜິດຈາກເມື່ອກ່ອນທີ່ເຄີຍຕັ້ງໃຈລໍຖ້າຮັບໂທລະສັບ ແລະ ລໍຖ້າອ່ານຂໍ້ຄວາມ
  7. ເວລາໄປໃສມາໃສນຳກັນ ເລີ່ມບໍ່ຢາກນັ່ງໃກ້ ຫຼື ຢືນໃກ້ແຟນຄືເມື່ອກ່ອນ ເຊິ່ງຜິດຈາກເມື່ອກ່ອນທີ່ມັກເຮັດຕົວຕິດຂ້າງທຸກສະຖານະການ ແລະ ກໍ່ເລີ່ມຄ່ອຍໆປະຕິເສດການມີເພດສຳພັນກັບແຟນໜຸ່ມ
  8. ເລີ່ມໃຫ້ອິດສະຫຼະກັບຝ່າຍຊາຍຫຼາຍຂຶ້ນ ບໍ່ວ່າຈະເປັນການອອກໄປທ່ຽວ ຫຼື ແມ່ນແຕ່ເລື່ອງໂທລະສັບ ຜິດຈາກເມື່ອກ່ອນທີ່ບໍ່ເຄີຍປ່ອຍ
  9. ມີອາການທຳມະດາເມື່ອໄດ້ຂອງຂັວນຈາກແຟນໜຸ່ມ ຫຼື ສິ່ງດີໆທີ່ແຟນໜຸ່ມເຮັດໃຫ້.

ຄວາມຮູ້ສຶກທີ່ປ່ຽນໄປຈາກເດີມ ກໍ່ເຮັດໃຫ້ເກີດມີໄລຍະຫ່າງຂອງຄວາມສຳພັນ ບາງຄົນອາດຈະບໍ່ໄດ້ບອກດ້ວຍຄຳເວົ້າ ແຕ່ຈະສື່ສານດ້ວຍການກະທຳແທນ.
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...