spot_img
Homeຊີວິດແລະຄວາມຮັກ9 ສິ່ງທີ່ຜູ້ຊາຍເຮັດແລ້ວ ຜູ້ຍິງຮັກທີ່ສຸດ

9 ສິ່ງທີ່ຜູ້ຊາຍເຮັດແລ້ວ ຜູ້ຍິງຮັກທີ່ສຸດ

Published on

ຜູ້ຊາຍ ສ່ວນຫຼາຍຮັກແຟນຕົນເອງຫຼາຍປານໃດ ແຕ່ບໍ່ສະແດງອອກມາ, ແຕ່ຮູ້ບໍວ່າ ການສະແດງອອກມາໃຫ້ແຟນຕົນເອງໄດ້ເຫັນນັ້ນ ຈະເຮັດໃຫ້ແຟນຕົນເອງຮູ້ເຖິງຄວາມຮັກ ທີ່ຕົນເອງມີໃຫ້ນັ້ນຫຼາຍພຽງໃດ ແລະເຮັດໃຫ້ຮັກກັນຫຼາຍຂຶ້ນກວ່າເດີມຫຼາຍເທົ່າ

  1. ລູບຫົວ: ຜູ້ຍິງ ເຖິງວ່າຊິເກັ່ງ ຫຼືເຂັ້ມແຂງປານໃດ ແຕ່ໃນໃຈເລິກໆ ກໍຍັງຢາກເປັນເດັກນ້ອຍ ທີ່ຖືກແຟນລູບຫົວຢູ່ຕະຫຼອດ
  2. ໃຫ້ນອນໝູນຕັກ: ຜູ້ຊາຍຫຼາຍຄົນ ຄືຈະບໍ່ຮູ້ວ່າ ການທີ່ສາວໆ ໄດ້ນອນໝູນຕັກແຟນ ມັນເປັນສິ່ງທີ່ໜ້າຮັກ ແລະສາວໆກໍມັກເຊັ່ນກັນ
  3. ຍ່າງຈັບມື: ສຳລັບຜູ້ຍິງການຍ່າງຈັບມືນັ້ນ ບໍ່ແມ່ນເປັນພຽງແຕ່ການຈັບມືເທົ່ານັ້ນ ແຕ່ມັນຄືຄວາມອົບອຸ່ນ ແລະທີ່ສຳຄັນມັນຄືຄວາມໝັ້ນໃຈ ທີ່ສາວໆຮູ້ສຶກວ່າ ໜຸ່ມໆຢາກໃຫ້ຄົນອື່ນຮູ້ວ່າ ຄົນນີ້ແຟນຕົນເອງ
  4. ໂທປຸກທຸກມື້ ແລະບອກຝັນດີທຸກຄືນ: ເພາະການທີ່ໄດ້ເປັນຄົນທຳອິດຂອງທຸກໆເຊົ້າ ແລະຄົນສຸດທ້າຍ ຂອງທຸກໆຄືນ ມັນເປັນເລື່ອງທີ່ດີຕໍ່ໃຈຂອງສາວໆທຸກຄົນ
  5. ຈື່ເລື່ອງລາຍລະອຽດເລື່ອງເລັກນ້ອຍຂອງແຟນສາວໄດ້: ການທີ່ຈື່ຈຳ ເລື່ອງເລັກນ້ອຍເຊັ່ນ: ມັກກິນຫຍັງ, ວັນເກີດວັນທີເທົ່າໃດ, ມັກໄປໃສ ເຊິ່ງເລື່ອງນີ້ໜຸ່ມໆອາດຄິດວ່າເປັນເລື່ອງນ້ອຍ ແຕ່ສຳລັບສາວໆແລ້ວ ຖ້າຫາກແຟນຕົນເອງຫາກຈື່ໄດ້ ຖືເປັນເລື່ອງທີ່ຍິ່ງໃຫຍ່ ແລະດີທີ່ສຸດເລີຍ
  6. ແຟນຄຽດໃຫ້ ກໍຫາວິທີງໍ້ທັນທີ: ເພາະຊ່ວງເວລາທີ່ຜູ້ຍິງຄຽດ ຄືຊ່ວງເວລາທີ່ຢາກໃຫ້ແຟນເອົາໃຈໃສ່ຫຼາຍທີ່ສຸດ, ເຖິງແຟນສາວຈະໄລ່ ກໍຢ່າໄປໃສ ເພາະຜູ້ຍິງສ່ວນຫຼາຍ ປາກບໍ່ກົງກັບໃຈ, ປາກບອກໃຫ້ໄປ ແຕ່ໃນໃຈກັບຢາກໃຫ້ຢູ່ ຢາກໃຫ້ງໍ້ ແລະຢາກໃຫ້ເອົາໃຈ
  7. ມີເວລາໃຫ້: ບໍ່ຈຳເປັນຕ້ອງຢູ່ນຳກັນຕະຫຼອດເວລາ ແຕ່ມີເວລາຮັບສາຍ, ມີເວລາແຊັດຫາ ໃນເວລາທີ່ແຟນຄິດຮອດ ຫຼືໂທກັບເວລາທີ່ ແຟນໂທຫາແຕ່ບໍ່ໄດ້ຮັບ ພຽງເທົ່ານີ້ ກໍພຽງພໍແລ້ວ
  8. ພາໄປທ່ຽວ: ກໍບໍ່ແມ່ນວ່າ ຕ້ອງໄປທ່ຽວນຳກັນຕະຫຼອດ, ແຕ່ວ່າດົນໆ ກໍພາແຟນໄປທ່ຽວເທື່ອໜຶ່ງ ເພື່ອຈະໄດ້ມີເວລາຫວ່າງຢູ່ນຳກັນຕະຫຼອດວັນ
  9. ຮັກຄອບຄົວ: ຜູ້ຍິງທີ່ສະຫຼາດ ຈະສັງເກດເບິ່ງວ່າ ເຈົ້າປະຕິບັດກັບຄອບຄົວເຈົ້າແບບໃດ, ເບິ່ງແຍງພໍ່ແມ່ແບບໃດ ເພາະຈະໄດ້ຮູ້ເຖິງອະນາຄົດ ຄອບຄົວທີ່ຈະສ້າງນຳກັນນັ້ນເປັນແບບໃດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...