spot_img
Homeຂ່າວຕ່າງປະເທດລັດແຄລິຟໍເນຍ ເລັ່ງຮວບຮວມລາຍຊື່ຂໍແຍກຕົວອອກຈາກສະຫະລັດອາເມລິກາ ເພື່ອກໍ່ຕັ້ງເປັນປະເທດ

ລັດແຄລິຟໍເນຍ ເລັ່ງຮວບຮວມລາຍຊື່ຂໍແຍກຕົວອອກຈາກສະຫະລັດອາເມລິກາ ເພື່ອກໍ່ຕັ້ງເປັນປະເທດ

Published on

ເມື່ອວັນທີ 2 ກຸມພາ 2017 ສະຖານີ pptvthailand ຊ່ອງ 36 ແລະ ເວັບໄຊ ໄທລັດ ໄດ້ລາຍງານຂ່າວ ຄວາມແຕກແຍກພາຍໃນປະເທດຂອງສະຫະລັດອາເມລິກາ ປະຊາຊົນໃນລັດແຄລິຟໍເນຍ ກຳລັງຮວບຮວມລາຍຊື່ຂໍແຍກຕົວອອກຈາກສະຫະລັດອາເມລິກາ ແລະ ສະຖາປະນາລັດແຄລິຟໍເນຍຂຶ້ນເປັນປະເທດ ເພາະຂະບວນການທາງກົດໝາຍຂັ້ນຕົ້ນໄດ້ເລີ່ມຕົ້ນຂຶ້ນແລ້ວ ຫຼັງຈາກທີ່ທ່ານ ເລັກຊ໌ ພາດິລຢ່າ ສະມາຊິກສະພາທ້ອງຖິ່ນລັດ ແຄລິຟໍເນຍ ອະນຸຍາດໃຫ້ມີການຮວບຮວມລາຍຊື່ຢ່າງເປັນທາງການແລ້ວ ແລະ ຖ້າສາມາດລວມລາຍຊື່ໄດ້ປະມານ 6 ແສນລາຍຊື່ກໍ່ສາມາດເປີດໃຫ້ມີການລົງປະຊາມັດຕິໄດ້ ເຊິ່ງກຳນົດໄວ້ໃນເດືອນ ພະຈິກ 2018

ລັດແຄລິຟໍເນຍ ເປັນລັດທີ່ມີເຊື້ອຊາດຫຼາກຫຼາຍທີ່ສຸດ ໂດຍສະເພາະຄົນເຊື້ອສາຍ ຮິສແປນິກ, ເອເຊຍ, ຜິວດຳ, ລາຕິນອາເມລິກາ ແລະ ແມັກຊິໂກ ທີ່ ໂດນັລ ທຣັມ ປະທານາທິບໍດີສະຫະລັດອາເມລິກາ ປະກາດຈະສ້າງກຳແພງກີດ ກັນລະຫວ່າງປະເທດສະຫະລັດອາເມລິກາ ກັບ ແມັກຊິໂກ ເພື່ອປ້ອງກັນແຮງງານທີ່ທຸກຍາກເຂົ້າມາເຮັດວຽກໃນສະຫະລັດ

ລັດແຄລິຟໍເນຍ ບໍ່ພຽງແຕ່ມີພື້ນທີ່ທີ່ໃຫຍ່ທີ່ສຸດໃນສະຫະລັດອາເມລິກາເທົ່ານັ້ນ ແຕ່ມີພື່ນຖານເສດຖະກິດທີ່ໃຫຍ່ເປັນອັນດັບ 1 ໃນສະຫະລັດອາເມລິກາ ເພາະທຸກມື້ນີ້ ລັດແຄລິຟໍເນຍເປັນທີ່ຕັ້ງຂອງບໍລິສັດຍັກໃຫຍ່ທີ່ມີລາຍຮັບຫຼາຍທີ່ສຸດໃນໂລກເຖິງ 20 ແຫ່ງ, ດ້ານຄວາມບັນເທີງ ລັດແຄລິຟໍເນຍ ຍັງເປັນແຫຼ່ງກຳເນີດ ແລະ ທີ່ຕັ້ງຂອງເມືອງ ມາຍາ ຢ່າງ ຮໍລິວູດ ທີ່ຜະລິດຮູບເງົາ ແລະ ເພງອອກທົ່ວໂລກ. ຄວາມຈິງແລ້ວ ລັດແຄລິຟໍເນຍ ສາມາດເປັນປະເທດໄດ້ບໍ່ຍາກ ເພາະຈາກຂໍ້ມູນຂອງທະນາຄານໂລກ ແລະ “ໄອເອັມເອຟ” ລະບຸວ່າ ເສດຖະກິດຂອງແຄລິຟໍເນຍ ໃຫຍ່ເປັນອັນດັບ 11 ຂອງໂລກ.

ສົມມຸດວ່າ ຜົນປະຊາມັດຕິອອກມາໃຫ້ແຍກຕົວອອກຈາກສະຫະລັດ ກໍ່ຈະເຂົ້າຂັ້ນຕອນການພິຈາລະນາແກ້ໄຂລັດ ຖະທຳມະນູນ ເຊິ່ງໃນຂັ້ນຕອນນີ້ ຖ້າສະມາຊິກສະພາ ກັບ ສະມາຊິກວຸດທິສະພາ ລົງຄະແນນເຫັນດີເກີນ 2 ໃນ 3 ກໍ່ໝາຍຄວາມວ່າ ອານາຄົດເຮົາອາດຈະໄດ້ເຫັນປະເທດໃໝ່ທີ່ມີຊື່ວ່າ ແຄລິຟໍເນຍ 
ແຫລ່ງຂ່າວຈາກ: https://www.pptvthailand.com/news/%E0%B8%9B%E0%B8%A3%E0%B8%B0%E0%B9%80%E0%B8%94%E0%B9%87%E0%B8%99%E0%B8%A3%E0%B9%89%E0%B8%AD%E0%B8%99/45628
ແລະ http://www.thairath.co.th/content/782611

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...