Homeສຸຂະພາບ ແລະ ສີ່ງແວດລ້ອມສູດກຳຈັດຮອຍແຕກລາຍເທິງຜິວໜັງ ດ້ວຍວິທີທຳມະຊາດ

ສູດກຳຈັດຮອຍແຕກລາຍເທິງຜິວໜັງ ດ້ວຍວິທີທຳມະຊາດ

Published on

ຮອຍແຕກລາຍ ທີ່ປາກົດຂຶ້ນເທິງຜິວໜັງ ເປັນຜົນມາຈາກການຫຼຸດນໍ້າໜັກຢ່າງໄວ ຫຼືນໍ້າໜັກເພີ່ມຂຶ້ນ, ເຊິ່ງມັກເກີດຂຶ້ນລະຫວ່າງຖືພາ ຫຼືການປ່ຽນແປງໂຮໂມນບາງຢ່າງ, ຜູ້ຍິງຫຼາຍຄົນມັກຄິດວ່າມັນເປັນບັນຫາກ່ຽວກັບຄວາມງາມ ເຊິ່ງຕ້ອງການກຳຈັດຮອຍແຕກລາຍ ແລະໃຫ້ມີຜິວທີ່ງາມສົດໃສ, ບາງຄົນຄິດວ່າຜົນເສຍຈາກຮອຍແຕກລາຍນີ້ ບໍ່ສາມາດທີ່ຈະກັບມາເປັນເໝືອນເດີມໄດ້ ແຕ່ຈາກວິໄຈຂອງຕ່າງປະເທດສະແດງໃຫ້ເຫັນວ່າ ມີຫຼາຍວິທີຈາກທຳມະຊາດ ທີ່ສາມາດໃຊ້ແກ້ບັນຫາເຫຼົ່ານີ້ໄດ້. ມື້ນີ້ລາວໂພສຕ໌ ຈະມາແນະນໍາໃຫ້ເຈົ້າລອງໃຊ້ສູດທໍາມະຊາດນີ້ ແລະຈະຊ່ວຍໃຫ້ເຈົ້າໄດ້ຮັບຜົນດີຕາມທີ່ເຈົ້າຕ້ອງການ ເຊິ່ງວິທີເຮັດນັ້ນຄື ເອົາສ່ວນປະສົມຈາກທຳມະຊາດຈຳນວນເລັກໜ້ອຍ ມາປະສົມລວມກັນ ແລ້ວເອົາໄປທາ ແລະນວດບໍລິເວນທີ່ມີຜິວແຕກລາຍຕະຫຼອດ ຮອຍແຕກລາຍນັ້ນ ຈະຄ່ອຍໆດີຂຶ້ນໄດ້ ພາຍໃນ 1 ​ເດືອນ

ສ່ວນປະສົມ:

  • ເກືອ 8.8 ອອນ ຫຼື 250 ກຣາມ
  • ນໍ້າຕານ 8.8 ອອນ ຫຼື 250 ກຣາມ (ສາມາດໃຊ້ນໍ້າຕານຊາຍແດງໄດ້)
  • ນໍ້າມັນພືດປະມານ 3.3 ອອນ ຫຼື 100 ມິນລີລິດ

ວິທີເຮັດ:

ເອົາສ່ວນປະສົມທັງໝົດມາປະສົມກັນ ໃຫ້ເປັນເນື້ອດຽວກັນ ແລ້ວເອົາສ່ວນປະສົມນັ້ນມາທານວດບໍລິເວນທີ່ມີຜິວແຕກລາຍ ແລ້ວລ້າງອອກໃຫ້ສະອາດ, ຈາກນັ້ນກໍໃຊ້ຄີມບຳລຸງຜິວ ທາປົກກະຕິ ເຮັດແບບນັ້ນ 1 ເດືອນ ຮັບຮອງວ່າເຫັນຜົນແນ່ນອນ

ທີ່ມາ: http://www.sh2t.com/2017/01/1.html

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...