Homeຂ່າວຕ່າງປະເທດໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

Published on

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ ອອກຖະແຫຼງການຢືນຢັນວ່າ: ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ຫຼື  (Chronic Venous Insufficiency) ພາຍຫຼັງມີພາບປະກົດຕາມສື່ສັງຄົມອອນລາຍ ມີອາການມືຊ້ຳ-ຂາບວມ ເຮັດໃຫ້ເກີດກະແສວິພາກວິຈານໄປຕ່າງໆນາໆ ກ່ຽວກັບສຸຂະພາບຂອງຜູ້ນຳສະຫະລັດ.

ຕາມການລາຍບງານຈາກແພດປະຈຳຕົວຂອງ ໂດນັລ ທຣຳ ເປີດເຜີຍ: ອາການຂອງ ໂດນັລ ທຣຳ ບໍ່ແມ່ນໂຣກຮຸນແຮງ ແລະ ສາມາດພົບໄດ້ທົ່ວໄປ ໂດຍສະເພາະໃນຜູ້ທີ່ມີອາຍຸ 70 ປີ ແລະ ຈາກການກວດສອບເພີ່ມເຕີມ ບໍ່ພົບສັນຍານຂອງໂຣກຫົວໃຈລົ້ມເຫຼວ, ໄຕວາຍ ຫຼື ໂຣກປະເພດອື່ໆ ແຕ່ຢ່າງໃດກໍຂໍຢືນຢັນວ່າປະທານາທິບໍດີສະຫະລັດຍັງມີສຸຂະພາບແຂງແຮງດີ.

ສຳລັບໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ເກີດຈາກຄວາມເຊື່ອມສະພາບຂອງເພດານຫຼອດເລືອດ  ແລະ ລິ້ມເລືອດພາຍໃນຫຼອດເລືອດ ເຮັດໃຫ້ລະບົບທີ່ຄວບຄຸມເລືອດໃຫ້ດຳກັບສູ່ຫົວໃຈທີ່ເສຍໄປ  ເລືອດຈະຄັ່ງໃນລອດເລືອດດຳບໍລິເວນສ່ວນລົມຂອງຮ່າງກາຍ.

ສ່ວນໃຫຍ່ມັກພົບໃນຜູ້ສູງອາຍຸ ໂດຍະສເພະຜູ້ສູງອາຍຸ ຫຼື ຜູ້ທີ່ມີນ້ຳໜັກເກີນ ຫຼື ເຮັດວຽກທີ່ຕ້ອງໄດ້ຢືນເປັນເວລາດົນ ທາງດ້ານແພດຜູ້ຊ່ຽວຊານຢືນຢັນວ່າ: ໂຣກນີ້ບໍ່ແມ່ນໂຣກອັນຕະລາຍຫາກໄດ້ຮັບການປິ່ນປົວຢ່າງເໝາະສົມ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...