spot_img
Homeຂ່າວການຮ່ວມມືລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

Published on

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ

ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມຄັ້ງທີ 11ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກຳປູເຈຍແລະກຳປູເຈຍ-ລາວ, ສະບັບລົງວັນທີ 28 ເມສາ2025 ທີ່ແຂວງຫຼວງພະບາງ, ສປປ ລາວ ແລະ ບົດບັນທຶກຂອງກອງປະຊຸມລະຫວ່າງປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກຳປູເຈຍ ແລະກຳປູເຈຍ-ລາວ, ຄັ້ງວັນທີ25ກໍລະກົດ2025ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍກ່ຽວກັບການຮັບຮອງຜົນການປະຕິບັດວຽກງານຂອງຄະນະວິຊາການເຕັກນິກຂອງທັງສອງຝ່າຍຢູ່ພາກສະໜາມໃນການກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນເພື່ອປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍຊາຍແດນແບບເກົ່າແລະປັກຫຼັກໝາຍຊາຍແດນເພີ່ມເຕີມໃສ່ຕາມເສັ້ນຊາຍແດນຕະຫລອດເສັ້ນຊາຍແດນລາວ-ກຳປູເຈຍນັບແຕ່ເດືອນມິຖຸນາ 2024 ຫາເດືອນກໍລະກົດ2025 ສອງຝ່າຍສາມາດກໍານົດຈຸດທີ່ຕັ້ງຫຼັກໝາຍຢູ່ພື້ນທີ່ຕົວຈິງໄດ້ທັງໝົດຈໍານວນ 75ຈຸດ (ຫຼັກໝາຍ) ແລະສໍາເລັດການກໍ່ສ້າງຫຼັກໝາຍຊາຍແດນໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມ (ຫຼັກໝາຍຖີ່) ທີ່ແໜ້ນໜາຖາວອນຈໍານວນ 134 ຫຼັກໝາຍ. ໂດຍລວມແລ້ວນັບແຕ່ຈັດຕັ້ງປະຕິບັດວຽກງານການປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍແບບເກົ່າ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມແຕ່ເດືອນພຶດສະພາ 2023 ເປັນຕົ້ນມາ, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງໄດ້ທັງໝົດຈໍານວນ 241ຈຸດ (ຫຼັກໝາຍ) ກວມເອົາ 47.25% ແລະ ກໍ່ສ້າງໄດ້ຫຼັກໝາຍຊາຍແດນສໍາເລັດແລ້ວຈໍານວນ 207 ຫຼັກໝາຍກວມເອົາ 40.58% ໃນຈໍານວນຫຼັກໝາຍຊາຍແດນທັງໝົດ 510 ຫຼັກໝາຍທີ່ຈະປັກຕະຫລອດເສັ້ນຊາຍແດນລາວ-ກຳປູເຈຍ.

ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນໄລ ຍະຜ່ານມາແລະ ປຶກສາຫາລືກ່ຽວກັບກິດຈະກຳສະເຫຼີມສະຫຼອງຄົບຮອບ 30 ປີວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມລາວ-ກຳປູເຈຍ. ພ້ອມດຽວກັນນີ້, ຍັງໄດ້ເປັນເອກະພາບກັນວາງທິດທາງແຜນການເຮັດວຽກຮ່ວມກັນໃນຕໍ່ໜ້າໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງປະຕິບັດວຽກງານຢູ່ພື້ນທີ່ຕົວຈິງຮ່ວມກັນເພື່ອບູລະນະຫຼັກໝາຍຊາຍແດນແລະກໍ່ສ້າງຫຼັກໝາຍຊາຍແດນເພີ່ມເຕີມໃຫ້ສຳເລັດຕາມແຜນການ.

ຄວາມຄືບໜ້າທີ່ສອງຝ່າຍສາມາດຍາດມາໄດ້ໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນຂອງວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດພາຍໃຕ້ບັນຍາກາດແຫ່ງການພົວພັນຮ່ວມມືອັນດີແລະນັບມື້ນັບແໜ້ນແຟ້ນລະຫວ່າງລັດຖະບານກໍຄືປະຊາຊົນສອງປະເທດ, ບັນຫາຊາຍແດນໄດ້ຮັບການແກ້ໄຂເທື່ອລະກ້າວແລະມີຄວາມຈະແຈ້ງ, ສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງໄປພ້ອມໆກັບການຮັບປະກັນໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບແລະໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະໜອງໃຫ້ແກ່ການສ້າງຊາຍແດນລະຫວ່າງສອງປະເທດລາວ-ກຳປູເຈຍໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບແລະການຮ່ວມມືພັດທະນາຕາມຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດລາວແລະກໍາປູເຈຍ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...