Homeຊີວິດແລະຄວາມຮັກ9 ນິໄສທີ່ຄວນປ່ຽນ ຖ້າບໍ່ຢາກເລີກກັບແຟນ

9 ນິໄສທີ່ຄວນປ່ຽນ ຖ້າບໍ່ຢາກເລີກກັບແຟນ

Published on

ຄົນເຮົາຮັກກັນ ຕ້ອງໃຫ້ກຽດກັນ, ເຊື່ອໃຈກັນ, ບໍ່ນອກໃຈກັນ ແລະຈິງໃຈຕໍ່ກັນເປັນສິ່ງສຳຄັນ ແລະທີ່ສຳຄັນຖ້າເຈົ້າມີນິໄສແບບລຸ່ມນີ້ ຄວນປ່ຽນນິໄສ ເພື່ອເຮັດໃຫ້ຊີວິດຮັກຍືນຍາວ ແລະຮັກກັນດົນໆ

  1. ລົມກັບແຟນເກົ່າ: ເມື່ອເຈົ້າເລີກກັນ ແລະມີແຟນໃໝ່ແລ້ວ ກໍບໍ່ຄວນກັບໄປລົມກັບແຟນເກົ່າອີກ,​ເຖິງແມ່ນວ່າເຈົ້າຈະວ່າບໍ່ມີຫຍັງກໍຕາມ ແຕ່ຜູ້ຍິງ ຫຼືຜູ້ຊາຍຖ້າພົບສະຖານະການແບບນີ້ກໍຕ້ອງຄິດຫຼາຍແນ່ນອນ
  2. ຂີ້ຕົວະ: ການຕົວະພຽງຄັ້ງດຽວ ກໍຈະບໍ່ມີຄວາມໄວ້ໃຈກັນອີກເລີຍ, ຄົນຮັກກັນ ບໍ່ຄວນປິດບັງຫຍັງກັນ ມີຫຍັງກໍເວົ້າກັນຕົງໆໂລດ
  3. ບອກເລີກເວລາຜິດກັນ: ການຜິດກັນແຕ່ລະຄັ້ງ ແລ້ວບອກເລີກກັນທຸກຄັ້ງນັ້ນ ບໍ່ແມ່ນເລື່ອງດີເລີຍ ເພາະມັນຈະຄ່ອຍໆທຳລາຍຄວາມຮູ້ສຶກຂອງອີກຝ່າຍ ຈົນອີກຝ່າຍທົນບໍ່ໄດ້ ສຸດທ້າຍກໍເລີກກັນແທ້
  4. ໄປໃສບໍ່ບອກກັນ: ເວລາທີ່ເຈົ້າໄປໃສບໍ່ບອກຄົນທີ່ຕົນຮັກ ນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ໄວ້ໃຈ ຫຼືບໍ່ໃຫ້ກຽດຄົນທີ່ຕົນຮັກ ຖ້າເຂົາຮູ້ພາຍຫຼັງຍິ່ງເຮັດໃຫ້ເຂົາເສຍໃຈ
  5. ຄົບເທື່ອດຽວຫຼາຍຄົນ: ບໍ່ມີໃຜຢາກເປັນຕົວເລືອກ ຖ້າຫາກມີຄົນດຽວບໍ່ໄດ້ກໍຕ້ອງໄດ້ຈົບກັນ, ເພາະຜູ້ຍິງ ຫຼືຜູ້ຊາຍ ບໍ່ມີໃຜທີ່ຢາກເປັນຕົວສຳຮອງ ຂອງອີກຝ່າຍ
  6. ຄຽດແລ້ວບໍ່ເວົ້ານຳ: ມີການສຳຫຼວດພົບວ່າ ການເກັບຄວາມຮູ້ສຶກ ຫຼືມີຫຍັງບໍ່ເວົ້າອອກມາ ເປັນຕົ້ນເຫດເຮັດໃຫ້ຄູ່ຮັກເລີກກັນໄດ້ຫຼາຍທີ່ສຸດ
  7. ເອົາແຕ່ໃຈຕົນເອງ: ການເອົາແຕ່ໃຈຕົນເອງ ກໍຄວນມີເຫດ ແລະຜົນ, ບໍ່ດັ່ງນັ້ນ ຈະເຮັດໃຫ້ອີກຝ່າຍເບື່ອ ທີ່ຕ້ອງມານັ່ງຕາມໃຈເຈົ້າຕະຫຼອດເວລາ ເຊິ່ງນີ້ເປັນສາເຫດໜຶ່ງເຮັດໃຫ້ຊີວິດຮັກຕ້ອງຈົບລົງ
  8. ເວົ້າຈາຂົ່ມຕໍ່ໜ້າຄົນອື່ນ: ເວລາຢູ່ຕໍ່ໜ້າຫຼາຍຄົນ ບໍ່ຄວນເວົ້າຂົ່ມເພື່ອເຮັດໃຫ້ເຂົາເບິ່ງແລ້ວດ້ອຍຄ່າ ຕໍ່ໜ້າຄົນອື່ນເດັດຂາດ ເພາະບໍ່ມີໃຜທີ່ຢາກເບິ່ງບໍ່ດີຕໍ່ໜ້າຄົນອື່ນ
  9. ພະຍາຍາມປ່ຽນແປງເຂົາຕະຫຼອດເວລາ: ເຈົ້າຄວນຮັກ ແລະໃຫ້ກຽດເຂົາໃນສິ່ງທີ່ເຂົາເປັນດີທີ່ສຸດ ຢ່າເຮັດໃຫ້ອີກຝ່າຍອຶດອັດຫຼາຍເກີດໄປ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...