spot_img
Homeຊີວິດແລະຄວາມຮັກຄົນທີ່ "ແມ່ນ" ກັບ ຄົນທີ່ "ຮັກ" ຕ່າງກັນແບບໃດ?

ຄົນທີ່ “ແມ່ນ” ກັບ ຄົນທີ່ “ຮັກ” ຕ່າງກັນແບບໃດ?

Published on

ຄົນທີ່ “ແມ່ນ” ກັບ ຄົນທີ່ “ຮັກ” ຕ່າງກັນແບບໃດ? ເຮີ້ຍ…! ແອັດຂໍຖອນຫາຍໃຈຍາວໆ ຖ້າເວົ້າກ່ຽວກັບສອງຄຳນີ້ ເພາະ ເປັນສອງຄຳທີ່ມີຄວາມໝາຍຄ້າຍກັນເຫຼືອເກີນ ຈົນບາງຄັ້ງຈົນເກືອບແຍກກັນບໍ່ອອກ ຈະໃຊ້ຫົວໃຈ ຫຼື ສະໝອງ ວິເຄາະ ສຳລັບສອງຄຳນີ້ດີ ແຕ່ສຳລັບຕົວຜູ້ຂຽນ ກໍ່ຄືຕົວແອັດມິນເອງ ກໍ່ມີຄຳນິຍາມ ຫລື ຄວາມໝາຍຂອງ ຄົນທີ່ “ແມ່ນ” ກັບ ຄົນທີ່ “ຮັກ” ຕ່າງກັນແບບໃດ? ກໍ່ລອງອ່ານນຳກັນເບິ່ງເນາະ ຫາກທາງແຟນເພສມີຄວາມຄິດເຫັນແນວໃດຢາກປະກອບໃສຕື່ມຂໍສາມາດສະແດງຄວາມຄິດເຫັນເພີ່ມເຕີມໄດ້

ຄົນທີ່ “ແມ່ນ”: ຄືຄົນທີ່ເຮົາຕັດສິນໃຈແລ້ວວ່າຄົນນີ້ແຫຼະແມ່ນຄົນທີ່ເຮົາຢາກເຫັນໜ້າ, ແມ່ນຄົນນີ້ແຫຼະທີ່ເຮົາຮັກ, ແມ່ນຄົນນີ້ແຫຼະທີ່ເຮົາຢາກໃຊ້ຊີວິດຮ່ວມນຳ, ຄົນນີ້ແຫຼະ “ແມ່ນ” ຄົນທີ່ເຮົາຊອກຫາ ແລະ ລໍຄອຍມາດົນນານ, ເຊື່ອວ່າທ່ານກວ່າຈະພົບຄົນທີ່ “ແມ່ນ” ທ່ານຕ້ອງເຄີຍເສຍຄົນທີ່ຮັກໄປແລ້ວຫຼາຍຄົນ ເພາະຄົນທີ່ “ແມ່ນ” ມັນຈະປູພື້ນຖານເລີ່ມມາຈາກການ “ມັກ” ກາຍເປັນ “ຮັກ” ສຸດທ້າຍກາຍເປັນ “ແມ່ນ”

ຄົນທີ່ “ຮັກ”: ຄົນທີ່ຮັກຄືຄົນທີ່ເຮົາຮັກ ແລະ ສາມາດປ່ຽນແປງຕົນເອງເພື່ອເຂົາໄດ້ ອາດຈະເປັນຄົນທີ່ໄດ້ໃຊ້ຊີວິດຮ່ວມກັບເຮົາຕະຫຼອດໄປ ຫຼື ບໍ່ກໍ່ເປັນໄປໄດ້ ເພາະເວລາທີ່ເຮົາຮັກໃຜຈັກຄົນໜຶ່ງເຮົາກໍ່ໃຊ້ແຕ່ຫົວໃຈເປັນຜູ້ຕັດສິນ ເມື່ອຕັດສິນໃຈຮັກ ແລະ ຄົບກັນແລ້ວກໍ່ຄ່ອຍສຶກສານິໃສໃຈຄໍກັນໄປ ອານາຄົດອາດຈະເລີກລາກັນກໍ່ເປັນໄປໄດ້ ເພາະເຮົາອາດຈະບໍ່ເປັນຄົນທີ່ “ແມ່ນ” ສຳລັບເຂົາ ຫຼື ເຂົາ ອາດຍັງບໍ່ເປັນຄົນທີ່ “ແມ່ນ” ສຳລັບເຮົາ ແບບປະມານວ່າ: ສາວຄົນນີ້ຂ້ອຍສົນໃຈ ແລະ ກໍ່ຮູ້ສຶກຮັກລາວຢູ່ ແຕ່ຄິດໄປຄິດມາລາວຍັງບໍ່ທັນ “ແມ່ນຄົນທີ່ຂ້ອຍຢາກໃຊ້ຊີວິດນຳ”
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...