spot_img
Homeຂ່າວພາຍ​ໃນSCG ເມືອງທອງ ຍົກທັບມາເຖິງລາວແລ້ວ ແຟນບານຊາວລາວຕ້ອນຮັບຢ່າງອົບອຸ່ນ

SCG ເມືອງທອງ ຍົກທັບມາເຖິງລາວແລ້ວ ແຟນບານຊາວລາວຕ້ອນຮັບຢ່າງອົບອຸ່ນ

Published on

ເມື່ອຕອນບ່າຍຂອງວັນທີ 23 ມັງກອນ 2017 ທີ່ຜ່ານມາ ທີມສະໂມສອນ ເອັສຊີຈີ ເມືອງທອງ ຢູໄນເຕັດ ແຊັມໄທລີກ 2016 ໄດ້ເດີນທາງມາເຖິງສະໜາມບິນ ສາກົນວັດໄຕ  ນຳທີມໂດຍ ທິລະສິນ ແດງດາ ກອງໜ້າປະສົບການສູງຂອງທີມຊາດໄທ ແລະ ຊະນາທິບ ສົງກຣາສິນ (ເມສຊີເຈ) ກອງກາງທີມຊາດໄທ ພາທັບນັກກີລາ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກແຟນບານຊາວລາວ ທີ່ໄປລໍຖ້າຕ້ອນຮັບທີ່ສະໜາມບິນກັນຢ່າງໜາ ແໜ້ນ

7360

ສໍາລັບ ການແຂ່ງຂັນກີລາບານເຕະມິດຕະພາບ ໃນລາຍການ SCG Muangthong United ASEAN Tour 2017 ຈະຈັດຂຶ້ນໃນວັນທີ 25 ມັງກອນ 2017 ເວລາ 18:30 ໂມງທີ່ສະໜາມກີລາເຈົ້າອານຸວົງ ນັດນີ້ເປັນການພົບກັນລະຫວ່າງ ລາວພຣີເມຍລີກ ອໍສະຕາ ພົບກັບ ເອັສຊີຈີ ເມືອງທອງ ຢູໄນເຕັດ

ແຟນບານສາມາດຊື້ ບັດເຂົ້າຊົມລາຄາ 20.000 ກີບ ໄດ້ທີ່ຮ້ານ M-POINT MART, Jiffy ແລະ True Coffee ທຸກສາຂາ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນ ເພາະລາຍໄດ້ຈາກການຂາຍປີ້ທັງໝົດແມ່ນມອບໃຫ້ໂຄງການການກຸສົນ ແລະ ທ່ານສາມາດຊົມຜ່ານການຖ່າຍທອດສົດທາງຊ່ອງ TVLAO HD.

4477

6212

ພາບ ແລະ ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ພາບປະກອບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...