Homeຊີວິດແລະຄວາມຮັກ7 ບຸກຄະລິກຂອງສາວງາມ ທີ່ຜູ້ຊາຍມັກທີ່ສຸດ

7 ບຸກຄະລິກຂອງສາວງາມ ທີ່ຜູ້ຊາຍມັກທີ່ສຸດ

Published on

ແມ່ນຢູ່ວ່າຜູ້ຊາຍ ມັກຜູ້ຍິງທີ່ຂາວ, ງາມ, ເຊັກຊີ່ ແຕ່ຄວາມຈິງແລ້ວ ເມື່ອຮອດຈຸດໜຶ່ງໆ ຜູ້ຊາຍກໍຕ້ອງການຄູ່ຊີວິດ ຫຼືຜູ້ຍິງທີ່ຕ້ອງການໃຊ້ຊີວິດຄູ່ຮ່ວມກັນ ແລະເປັນແມ່ຂອງລູກໃນອະນາຄົດ, ມື້ນີ້ ແອັດມິນມີ ສາວໆ 7 ແບບທີ່ໜຸ່ມໆຫຼົງຮັກທີ່ສຸດ

  1. ສາວງາມທີ່ສົດໃສຄືກັບເດັກນ້ອຍ: ຄວາມລ່າເລີງຂອງເດັກນ້ອຍ ມັກຈະເຮັດໃຫ້ຜູ້ໃຫຍ່ສົງສານ, ຖ້າຫາກສາວໆຫາກມີນິໄສຄືກັບເດັກນ້ອຍ ກໍຈະເຮັດໃຫ້ໜ້າຮັກສົດໃສ ແລະອ້ອນເກັ່ງຈົນໜຸ່ມໆຫຼົງຮັກ
  2. ສາວງາມໜ້າຄົ້ນຫາ: ມຸມລັບໆທີ່ໜ້າຄົ້ນຫາໃຫ້ເຂົາສົນໃຈ ຜູ້ຊາຍສົນໃຈຫຼົງຮັກ, ເຊິ່ງຜູ້ຊາຍບໍ່ມັກຍອມໃຜ ແຕ່ກໍຕ້ອງມາຍອມເຈົ້ານີ້ລະ, ສາວເລິກລັບໜ້າຄົ້ນຫາ ຈະເຮັດໃຫ້ຜູ້ຊາຍຢູ່ໃນກຳມືໄດ້ ແຕ່ກໍຢ່າເລິກລັບຫຼາຍເກີນໄປ ເພາະຈະເຮັດໃຫ້ເບື່ອໄດ້
  3. ສາວງາມໄຟແຮງສູງ: ຜູ້ຊາຍຫຼາຍໆຄົນມັກຜູ້ຍິງທີ່ເຊັກຊີ່ໄຟແຮງສູງ ເພາະຜູ້ຊາຍບາງຄົນຕ້ອງການຄູ່ຊີວິດທີ່ເຕີມເຕັມເລື່ອງເຊັກສ໌ ໃຫ້ເຂົາໄດ້ເຕັມທີ່ ເຊິ່ງກໍເຊັກຊີ່ພໍເໝາະສົມກໍພຽງພໍແລ້ວ, ເພາະຜູ້ຍິງລາວເຮົາຕ້ອງຮັກນວນສະຫງວນຕົວ ເພາະຖ້າຫາກມີຫຍັງກ່ອນຜູ້ຊາຍອາດບໍ່ຈິງໃຈກັບເຮົາໄດ້
  4. ສາວບໍລິສຸດ: ຜູ້ຍິງທີ່ມີຄວາມບໍລິສຸດຜຸດຜ່ອງທາງກາຍ ແລະໃຈ ຈະເຮັດໃຫ້ຜູ້ຊາຍມັກ ແລະຖະໜຸຖະໜອມທີ່ສຸດ, ດັ່ງນັ້ນ ຖ້າຜູ້ຊາຍພົບສາວໆແບບນີ້ ຈຶ່ງຕ້ອງການປົກປ້ອງ, ດູແລເຈົ້ານັ້ນເອງ
  5. ສາວງາມທີ່ເກັ່ງ: ຜູ້ຊາຍຫຼາຍຄົນມັກຜູ້ຍິງທີ່ເກັ່ງ ທີ່ເຮັດຫຍັງກໍເປັນ ແລະເພິ່ງພາຕົນເອງໄດ້, ສະນັ້ນ ຖ້າສິ່ງໃດທີ່ເຈົ້າເຮັດໄດ້ກໍຄວນເຮັດເອງ ເພາະຜູ້ຊາຍບາງຄົນຄິດວ່າຜູ້ຍິງທີ່ເກັ່ງ ຈະເຊັກຊີ່ທີ່ສຸດ
  6. ສາວງາມທີ່ດູແລຕົວເອງ: ສາວໆທີ່ແຕ່ງຕົວຮຽບຮ້ອຍ ແລະດູແລຕົວເອງດີ ກໍເປັນຜູ້ຍິງແບບໜຶ່ງທີ່ຜູ້ຊາຍໃຫ້ຄວາມສົນໃຈ ເພາະມັນສະແດງໃຫ້ເຫັນວ່າ ຜູ້ຍິງໃຫ້ຄວາມສຳຄັນກັບຮູບລັກສະນະຕົວເອງ ເຊິ່ງໝາຍຄວາມວ່າຜູ້ຍິງ ຈະສາມາດດູແລເບິ່ງແຍງເຂົາ ແລະຄອບຄົວໄດ້ເປັນຢ່າງດີ
  7. ສາວງາມທີ່ໝັ້ນໃຈຕົວເອງ: ຄວາມໝັ້ນໃຈໃນຕົວເອງ ຖືເປັນສະເໜທີ່ດຶງດູດໜຸ່ມໆໄດ້ດີທີ່ສຸດ, ຜູ້ຊາຍມັກຈະປະທັບໃຈກັບຜູ້ຍິງທີ່ກ້າເວົ້າເຖິງຄວາມຕ້ອງການຂອງຕົນເອງ ແລະກ້າສະແດງຄວາມຕຄິດເຫັນ ເພາະມັນເຮັດໃຫ້ເຂົາໝັ້ນໃຈໄດ້ວ່າ ເມື່ອໃດທີ່ເຂົາມີບັນຫາ ສາວໆແບບນີ້ຈະເປັນຜູ້ທີ່ຊ່ວຍແກ້ໄຂບັນຫາກັບເຂົາໄດ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...