Homeຊີວິດແລະຄວາມຮັກວິທີເອົາຊະນະໃຈພໍ່ແມ່ ແລະ ຄົນໃນຄອບຄົວຂອງແຟນ

ວິທີເອົາຊະນະໃຈພໍ່ແມ່ ແລະ ຄົນໃນຄອບຄົວຂອງແຟນ

Published on

ເມື່ອຮັກກັບລູກຂອງເຂົາແລ້ວ ຈະເຮັດແນວໃດລະ! ຖ້າຢາກໄດ້ລູກຂອງເຂົາມາເປັນຄູ່ຊີວິດ ເຊິ່ງອຸປະສັກໃຫຍ່ຂອງຄວາມຮັກທີ່ຕ້ອງຝ່າຝັນໄປໃຫ້ໄດ້ນັ້ນກໍ່ຄືການເອົາຊະນະໃຈພໍ່ແມ່ ຂອງຄົນຮັກ ນັ້ນລ່ະ! ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ ແອັດມິນກໍ່ມີສິ່ງດີໆມານຳສະເໜີ ຄື ວິທີການເອົາຊະນະໃຈພໍ່ແມ່ຂອງແຟນຕົນເອງທີ່ກຳລັງຄົບຢູ່ ເຊິ່ງຈະມີວິທີໃດນັ້ນ ເຮົາມາອ່ານໄປພ້ອມກັນເລີຍ

  1. ກ່ອນຈະໄປພົບກັບພໍ່ແມ່ ຫຼື ຄົນໃນຄອບຄົວຂອງແຟນທ່ານຕ້ອງເຮັດຫາຂໍ້ມູນຂອງພໍ່ແມ່ ແລະ ຄົນໃນຄອບຄົວຂອງແຟນທາງກ່ອນ ທ່ານຕ້ອງຮູ້ຢ່າງໜ້ອຍວ່າ ພວກເພິ່ນມັກຫຍັງ ຫຼື ບໍ່ມັກຫຍັງ?
  2. ຮູ້ຈັກກາລະເທສະ ແລະ ຮູ້ຈັກອ່ອນນ້ອມຖ່ອມຕົນເມື່ອເວລາໄປພົບຜູ້ໃຫຍ່ ແລະ ການແຕ່ງຕົວກໍ່ໃຫ້ຮູ້ຈັກກາລະເທສະອີກດ້ວຍ
  3. ເວລາໄປພົບຄອບຄົວຂອງແຟນ ຢ່າລືມວ່າຕ້ອງມີຂອງຕ້ອນ ຕິດມືໄປນຳ
  4. ມີຄວາມເປັນກັນເອງເຂົ້າກັບຄົນອື່ນໄດ້ງ່າຍ, ບໍ່ຫຼາຍເລື່ອງ ບໍ່ເອົາແຕ່ໃຈ ແລະ ຢ່າຍິ່ງຈົນເຂົ້າກັບຄົນອື່ນໄດ້ຍາກ
  5. ເຮັດຕົວໃຫ້ກົມກືນກັບຄອບຄົວຂອງ ແຟນ ຖ້າຄົນທີ່ເຮືອນແຟນຂອງທ່ານຮັກໝາ, ແມວ ແລະ ມັກມ່ວນຊື່ນ ທ່ານເອງກໍ່ຕ້ອງເຮັດໄປຕາມນ້ຳ ຢ່າໄປສະແດງທ່າທີລັງກຽດສັດລ້ຽງຂອງພວກເພິ່ນ
  6. ຢ່າແອັບສ້າງພາບ ຄືກັບຕົວເອງເປັນຄົນດີ, ຄົນເກັ່ງ ແລະ ຮູ້ໝົດທຸກເລື່ອງ
  7. ທ່ານເອງຕ້ອງອາລົມດີ ເມື່ອເວລາຢູ່ກັບຄອບຄົວຂອງແຟນ ບໍ່ແມ່ນວ່າຈະເຮັດໜ້າເຊັງຄືກັບຄົນເບື່ອໜ່າຍໂລກ
  8. ຈິງໃຈພ້ອມຊ່ວຍເຫລືອວຽກງານໃນຄອບຄົວຂອງແຟນບໍ່ວ່າຈະເປັນວຽກໜັກ ຫຼື ວຽກເບົາ
  9. ຢ່າເນັ້ນຄວາມສຳພັນກັບລູກຂອງເຂົາຫຼາຍ ຄື ເວລາທີ່ທ່ານໄປທ່ຽວເຮືອນຂອງແຟນ ແລ້ວໄດ້ນອນຄ້າງຄືນ ທ່ານກໍ່ບໍ່ຄວນນອນຫ້ອງດຽວກັບແຟນເດັດຂາດ ເພາະຈະເບິ່ງບໍ່ງາມໃນສາຍຕາຜູ້ໃຫຍ່
  10. ເຮັດດີກັບຄົນໃນຄອບຄົວຂອງແຟນຢ່າງສະເໝີຕົ້ນສະເໝີປາຍ

ລອງເອົາ 10 ວິທີທີ່ກ່າວມາຂ້າງເທິງນີ້ໄປປະຕິບັດໃຊ້ໃນຊີວິດຄວາມຮັກລອງເບິ່ງ ຮັບຮອງວ່າ ທ່ານຈະສາມາດເອົາຊະນະໃຈຄອບຄົວພໍ່ແມ່ຂອງແຟນທ່ານໄດ້ແນ່ນອນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...