Homeຊີວິດແລະຄວາມຮັກ9 ນິໄສທີ່ຄວນປ່ຽນ ເພື່ອເຮັດໃຫ້ຄວາມຮັກຍືນຍາວ

9 ນິໄສທີ່ຄວນປ່ຽນ ເພື່ອເຮັດໃຫ້ຄວາມຮັກຍືນຍາວ

Published on

ຄົນເຮົາເມື່ອຮັກກັນດົນໆໄປ ຊີວິດຄູ່ກໍມີການປ່ຽນແປງ ບາງຄັ້ງກໍເກີດມີການຜິດຖຽງກັນເກີດຂຶ້ນ ຈົນບາງຄູ່ຕ້ອງໄດ້ເລີກລາກັນໄປ, ມື້ນີ້ ແອັດມິນມາແນະນຳ ນິໄສທີ່ຄວນປັບປ່ຽນເຂົ້າຫາກັນ ເພື່ອເຮັດໃຫ້ຊີວິດຄູ່ຂອງເຈົ້າທັງສອງຍືນຍາວຂຶ້ນ

  1. ເວົ້າກົງໆບໍ່ຕ້ອງອ້ອມ: ສາເຫດທີ່ເຮັດໃຫ້ຄົນເຮົາເຂົ້າໃຈກັນຜິດຕະຫຼອດຍ້ອນ ຕ່າງຝ່າຍຕ່າງບໍ່ເປີດເຜີຍຄວາມຮູ້ສຶກຂອງຕົນອອກມາ, ສະນັ້ນ ຄວນປ່ຽນນິໄສ ໂດຍການເປີດເຜີຍສິ່ງທີ່ຢູ່ໃນໃຈອອກມາ ເພື່ອເຮັດໃຫ້ຮູ້ປັບຕົວເຂົ້າຫາກັນໄດ້ດີ ເພື່ອຄວາມຮັກທີ່ໝັ້ນຄົງ
  2. ໃສ່ໃຈເລື່ອງເລັກໆນ້ອຍໆ: ການໃສ່ໃຈເລື່ອງເລັກໆນ້ອຍໆ ແລະຊ່ວຍເຫຼືອກັນ ກໍສາມາດສື່ເຖິງຄວາມຮັກ ພ້ອມທັງສ້າງຄວາມໃກ້ຊິດສະໜິດສະໜົມແກ່ກັນອີກ
  3. ໃຫ້ໂອກາດເມື່ອເຮັດຜິດ: ຫາກຝ່າຍໃດໜຶ່ງຫາກເຮັດຜິດ ກໍຄວນໃຫ້ອະໄພກັນ ເຊິ່ງທຸກຄົນສາມາດເຮັດຜິດກັນໄດ້ທຸກເມື່ອ
  4. ແບ່ງເວລາໃຫ້ຄົນຮັກ: ເພື່ອເຮັດໃຫ້ຊີວິດຄູ່ສົດຊື່ນ, ສົດໃສ ແລະມີຄວາມສຸກ ຄືກັບຕອນທີ່ຮັກກັນໃໝ່ໆ
  5. ປັບຕົວເຂົ້າຫາກັນ: ຄົນເຮົາອາດຄິດ ແລະເຮັດແຕກຕ່າງກັນ ເມື່ອທັງສອງຕ້ອງການໃຫ້ຄວາມຮັກຍືນຍາວ ກໍຄວນປັບຕົວ ແລະປັບທັດສະນະຄະຕິໃຫ້ກົງກັນ, ຍອມຮັບຟັງຄວາມຄິດເຫັນຂອງອີກຝ່າຍ ເພື່ອເປີດມຸມມອງໃໝ່ໆໃຫ້ຕົນເອງ
  6. ໃຫ້ອິດສະຫຼະ: ຄົນເຮົາຮັກກັນບໍ່ແມ່ນວ່າຕ້ອງໃຊ້ເວລາຢູ່ນຳກັນຕະຫຼອດເວລາ ເພາະບາງຄັ້ງຄວາມໃກ້ຊິດຫຼາຍເກີນໄປ ກໍສາມາດທຳຮ້າຍຄວາມສຳພັນໄດ້ຄືກັນ, ດັ່ງນັ້ນ ຈຶ່ງຄວນປ່ອຍໃຫ້ອີກຝ່າຍມີພື້ນທີ່ສ່ວນຕົວແດ່
  7. ໃຫ້ກຳລັງໃຈກັນ ແລະກັນ: ຄວາມສຳພັນທີ່ຍືນຍາວບໍ່ໄດ້ເກີດຈາກຄວາມຮັກ ແລະຄວາມເຂົ້າໃຈເທົ່ານັ້ນ ແຕ່ລະຫວ່າງທີ່ຮັກກັນຄວນໃຫ້ກຳລັງໃຈກັນ ແລະກັນ ໂດຍສະເພາະຊ່ວງທີ່ອີກຝ່າຍພົບບັນຫາ ຫຼືອຸປະສັກ ທັງເລື່ອງສ່ວນຕົວ ຫຼືເລື່ອງວຽກ ເຖິງແມ່ນຈະຊ່ວຍຫຍັງບໍ່ໄດ້ແຕ່ຄອຍເບິ່ງແຍງໃກ້ໆ ບໍ່ຖິ້ມກັນໃນວັນທີ່ບໍ່ມີໃຜ ເທົ່ານີ້ກໍພໍແລ້ວ
  8. ເຮັດກິດຈະກຳໃໝ່ໆຮ່ວມກັນ: ຫາກຜ່ານມາຊີວິດທັງສອງ ເຮັດແຕ່ກິດຈະກຳແບບເກົ່າໆ ກໍຄວນປ່ຽນກິດຈະກຳໃໝ່ໆເຮັດ ເພາະສິ່ງໃໝ່ໆຈະຊ່ວຍສ້າງຄວາມຕື່ນເຕັ້ນ ແລະຄວາມແປກໃໝ່ໃຫ້ກັບຊີວິດສົດໃສຂຶ້ນ
  9. ເຊື່ອໃຈກັນ ແລະກັນ: ເປັນສິ່ງທຳອິດທີ່ຊີວິດຄູ່ຕ້ອງເຮັດໃຫ້ໄດ້ ເພາະຫາກຜ່ານຂໍ້ນີ້ໄດ້ ຈະເຮັດໃຫ້ຊີວິດຕໍຄູ່ຂອງເຈົ້າຍືນຍາວທີ່ສຸດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...