spot_img
Homeວັນນະກຳເລື່ອງເລົ່າຫຼົງທາງກາງອາຖັນ

ຫຼົງທາງກາງອາຖັນ

Published on

ໃນຕອນທ່ຽງມື້ໜຶ່ງມີເດັກນ້ອຍ 7 ຄົນ ທີ່ອາໃສ ຢູ່ແຖວຄ້າຍທະຫານ ໄດ້ຊວນກັນໄປອາບນ້ຳ ທີ່ໜອງປາ ແຄມທົ່ງ ນາ ໃນຄ້າຍ ເປັນໜອງປາຂະໜາດນ້ອຍ ເມື່ອໄປຮອດໜອງປາ ເດັກນ້ອຍຍິງ-ຊາຍ ຈຳນວນ 7 ຄົນກໍ່ພາກັນໂດດລົງຫຼິ້ນນ້ຳຢ່າງມ່ວນຊື່ນ ຈົນຮອດເວລາຄ້າຍແລງ ເມື່ອພວກເຂົາໄດ້ຍິນສຽງຕີກອງແລງ (ສຽງກອງວັນສິນ) ທີ່ດັງກ້ອງມາຈາກວັດແຖວເຂດນັ້ນ ພວກເຂົາກໍ່ພາກັນຂຶ້ນຈາກໜອງປານັ້ນທັນທີ ແລ້ວກໍ່ພາກັນຍ່າງເປັນແຖວໄຕ່ຕາມຄັນນາ ເພື່ອມຸ່ງໜ້າກັບມາເຮືອນ ເມື່ອຢ່າງໄປຮອດເຄິ່ງທາງ ເດັກຊາຍຜູ້ທີ່ມີອາຍຸຫຼາຍກວ່າໝູ່ (ປະມານ 10 ປີ) ທີ່ຍ່າງນຳໜ້າເກີດຄິດແຜນຫລອກໃຫ້ໝູ່ຢ້ານ ໂດຍການຮ້ອງບອກວ່າ “ຜີຫລອກ” ແລ້ວແລ່ນໜີ ເມື່ອພວກທາງຫຼັງໄດ້ຍິນກໍ່ເກີດຄວາມຢ້ານກົວ ເລີຍພາກັນທັງຮ້ອງທັງແລ່ນນຳຫຼັງທັນທີ ແຕ່ກໍ່ມີເດັກຊາຍຄົນໜຶ່ງອາຍຸນ້ອຍກວ່າໝູ່ປະມານ 6 ປີ ແລ່ນລົ້ມຕົກຄັນນາ ຜູ້ເປັນເອື້ອຍທີ່ໄປນຳເມື່ອເຫັນນ້ອງລົ້ມ ຈິ່ງຢຸດແລ່ນແລ້ວຟ້າວຊ່ວຍເອົານ້ອງຂຶ້ນຈາກຄັນນາ ເມື່ອໂຈມນ້ອງລຸກຂຶ້ນຢືນຢູ່ຄັນນາແລ້ວ ລາວໄດ້ແນມຫາໝູ່ແຕ່ກໍ່ບໍ່ເຫັນໃຜຈັກຄົນເລີຍ ດັ່ງນັ້ນລາວຈິ່ງຈູງແຂນນ້ອງຍ່າງຕາມຄັນນາດ້ວຍຄວາມລະວັງ

ຜູ້ເອື້ອຍຈູງແຂນນ້ອງຍ່າງ ແຕ່ຍ່າງຈັ່ງໃດກໍ່ຄືວ່າບໍ່ເຫັນທາງອອກ ຜິດຈາກຕອນທີ່ພວກເຂົ້າຍ່າງເຂົ້າມາ ຜູ້ເປັນເອື້ອຍໄດ້ພານ້ອງຢຸດແລ້ວກໍ່ສັງເກດບໍລິເວນຮອບທົ່ງນາເພື່ອຊອກຫາທາງອອກ ລາວຢືນຊຶງຢູ່ບຶດໜຶ່ງ ເພື່ອຄິດບາງຢ່າງ ລາວຈື່ໄດ້ວ່າເສັ້ນທາງເຂົ້າ-ອອກທົ່ງນາແຫ່ງນີ້ ຈະມີຕົ້ນຕານສອງຕົ້ນຮຽງກັນ ແຕ່ຕອນນີ້ຕົ້ນຕານນັ້ນຫາຍໄປທາງໃດ ລາວບໍ່ເຫັນຕົ້ນຕານສອງຕົ້ນນັ້ນເລີຍ ເວລານັ້ນລາວຈິ່ງຄິດວ່າລາວຕ້ອງພານ້ອງຫຼົງທາງແນ່ນອນ ແລ້ວລາວກໍ່ໄດ້ພານ້ອງຍ່າງຍ້ອນກັບຄືນມາທາງເກົ່າ ແຕ່ກໍ່ຍັງບໍ່ເຫັນຕົ້ນຕານສອງຕົ້ນນັ້ນ ພວກເຂົາທັງສອງໄດ້ຍ່າງມາອ້ອມທົ່ງນານັ້ນຫຼາຍຮອບເພື່ອຊອກຫາທາງອອກ ເມື່ອຍ່າງຫຼາຍທັງສອງກໍ່ຮູ້ສຶກເມື່ອຍ ແລະ ກໍ່ໄດ້ນັ່ງພັກຜ່ອນຈັກບຶດກໍ່ຍ່າງຕໍ່ ແຕ່ກໍ່ຍັງຫາທາງອອກຈາກທົ່ງນານັ້ນບໍ່ໄດ້ ຈົນຕະເວັນໃກ້ຈະຕົກດິນ ຄວາມມືດເລີ່ມຄືບຄານເຂົ້າມາເທື່ອລະໜ້ອຍ ຕະຫຼອດເວລາທີ່ພວກເຂົາຍ່າງຊອກຫາທາງອອກບໍ່ມີໃຜຈັກຄົນໜຶ່ງຜ່ານມາທາງທົ່ງນານີ້ເລີຍ ມີພຽງນົກທີ່ບິນຢູ່ເທິງຟ້າ ແລະ ສຽງນົກກາທີ່ຫ້ອງຢູ່ຕົ້ນໄມ້ເທົ່ານັ້ນ ຊ່າງໜ້າແປກໃຈທີ່ມື້ນີ້ບໍ່ມີພຽງແຕ່ຄົນດຽວມາທີ່ທົ່ງນາເລີຍ ທ່າມກາງທົ່ງນາທີ່ແສນກວ້າງໃຫຍ່ ມີພຽງສອງເອື້ອຍນ້ອງ ທັງສອງເມື່ອຍທັງຢ້ານ ຜູ້ເປັນເອື້ອຍຍັງພໍທົນໄດ້ແຕ່ຜູ້ເປັນນ້ອງທີ່ຍັງນ້ອຍ ທັງເມື່ອຍທັງຫິວທັງຢ້ານ ເລີຍໄຫ້ຮ້ອງຫາແມ່ ຜູ້ເປັນເອື້ອຍເມື່ອເຫັນນ້ອງໄຫ້ກໍ່ອົດບໍ່ໃຈໄດ້ ເລີຍໄຫ້ຕາມໆກັນ ເຖິງຈະຢ້ານ, ຈະຫິວ, ຈະເມື່ອຍພຽງໃດ ຜູ້ເປັນເອື້ອຍຍັງພານ້ອງຍ່າງຊອກຫາທາງອອກຄືເກົ່າ ແລ້ວຍ່າງຢູ່ດີໆທັງສອງກໍ່ໄດ້ພົບກັບຊາຍຜູ້ມີອາຍຸຮຸ້ນລາວຄາວພໍ່ ນຸ່ງຊຸດທະຫານເກົ່າໆ ຢືນຢູ່ຄັນນາ ອີກຝາກ ສອງເອື້ອຍນ້ອງແນມເບິ່ງລຸງທະຫານຄົນນັ້ນດ້ວຍນ້ຳຕາ ແຕ່ຊາຍຄົນນັ້ນກໍ່ເຮັດໜ້າຕາເສີຍໆບໍ່ປາກບໍ່ເວົ້າຫຍັງ ມີແຕ່ເອົາມືຊີ້ໄປທາງໜ້າ ຜູ້ເປັນເອື້ອຍໄດ້ແນມຕາມມືລຸງຄົນນັ້ນຊີ້ ພໍດີຊ່ວງເວລານັ້ນຕະເວັນຍັງບໍ່ທັນຕົກດິນຄັກ ຍັງພໍເຫັນລາງໆ ຜູ້ເປັນເອື້ອຍໄດ້ເບິ່ງເຫັນຕົ້ນຕານສອງຕົ້ນຮຽງກັນ ເຊິ່ງກ່ອນໜ້ານັ້ນລາວພະຍາ ຍາມແນມຊອກຕົ້ນຕານຕະຫຼອດເວລາທີ່ຍ່າງຢູ່ນັ້ນແຕ່ກໍ່ບໍ່ເຫັນ ລາວໝັ້ນໃຈເລີຍວ່ານັ້ນມັນແມ່ນທາງອອກແນ່ ນອນ ດ້ວຍຄວາມດີໃຈຫຼາຍລາວຈິ່ງຟ້າວຈູງແຂນນ້ອງມຸ່ງໜ້າໄປຫາທາງອອກທັນທີ ໂດຍລືມກ່າວຄຳຂອບໃຈລຸງຄົນນັ້ນ ໃຊ້ເວລາພຽງບໍ່ດົນສອງເອື້ອຍນ້ອງກໍ່ອອກຈາກທົ່ງນານັ້ນໄດ້ ແລະ ກັບມາເຮືອນຢ່າງປອດໄພ.

ນັບຈາກມື້ນັ້ນມາ ພໍ່ແມ່ຂອງທັງສອງກໍ່ໄດ້ສັງເກດເຫັນພຶດຕິກຳແປກໆຂອງລູກ ລູກສາວບາງຄືນກໍ່ຈະຕື່ນຂຶ້ນມານັ່ງເວົ້າຄົນດຽວທີ່ຕີນຕຽງ ລົມເປັນຄຳຖາມ-ຕອບ ຄັກແນ່ ຈົນພໍ່ແມ່ຕົກໃຈວ່າລູກລົມກັບໃຜ ເມື່ອສອບຖາມລູກກໍ່ບອກວ່າລົມກັບລຸງ ສ່ວນລູກຊາຍບາງມື້ກໍ່ນອນລະເມີຮ້ອງໄຫຢ້ານກົວຈົນຕົວສັ່ນ, ບາງມື້ກໍ່ຍິ້ມຫົວຄືກຳລັງຫຼິ້ນມ່ວນອົກມ່ວນໃຈເອົາແທ້ເອົາວ່າ ເມື່ອເຫັນເປັນແບບນີ້ຜູ້ເປັນພໍ່ແມ່ຈິ່ງໄດ້ຖາມເລື່ອງລາວກັບລູກໆໃນເວລາກິນເຂົ້າ ແລ້ວລູກສາວກໍ່ໄດ້ເລົ່າເລື່ອງທີ່ເກີດຂຶ້ນມື້ນັ້ນໃຫ້ພໍ່ກັບແມ່ຟັງ ຫຼັງຈາກໄດ້ຍິນເລື່ອງລາວທົງໝົດຜູ້ເປັນພໍ່ແມ່ກໍ່ຟ້າວເຮັດພິທີມັດແຂນເອີ້ນຂັວນໃຫ້ລູກ ພ້ອມທັງພາລູກທັງສອງໄປມັດແຂນນຳຄູບາຢູ່ວັດເປັນເວລາສາມສິນ ແລະ ສັ່ງຫ້າມບໍ່ໃຫ້ລູກໄປຫຼິ້ນທີ່ທົ່ງນານັ້ນອີກ.

ໂດຍ: ແອັດມີນ ປັອກເລັກ ລາວໂພສຕ໌

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...