Homeຊີວິດແລະຄວາມຮັກ8 ສິ່ງທີ່ຜູ້ຊາຍສ່ວນຫຼາຍ ສັງເກດໃນຕົວຂອງຜູ້ຍິງ

8 ສິ່ງທີ່ຜູ້ຊາຍສ່ວນຫຼາຍ ສັງເກດໃນຕົວຂອງຜູ້ຍິງ

Published on

ຜູ້ຊາຍຫຼາຍຄົນ ເມື່ອເຫັນຜູ້ຊາຍກາຍໄປມາ ຕ້ອງໄດ້ຫຼຽວເບິ່ງ ແລະສັງເກດເບິ່ງອ້ອມຕົວຄົນໆນັ້ນ ເຊິ່ງສິ່ງທີ່ຜູ້ຊາຍມັກເບິ່ງນັ້ນ ລວມໆແລ້ວກໍມີ 8 ສິ່ງທີ່ຜູ້ຊາຍສ່ວນຫຼາຍມັກສັງເກດໃນຕົວຂອງຜູ້ຍິງ ເຊິ່ງມີແນວໃດແດ່ນັ້ນ ເຮົາມາຮູ້ນຳກັນເລີຍ

  1. ຊົງຜົມ: ເສັ້ນຜົມງາມໆຂອງຜູ້ຍິງ ຖືເປັນຈຸດໜຶ່ງທີ່ຜູ້ຊາຍບາງຄົນສົນໃຈ ເພາະວິທີການທີ່ຜູ້ຍິງດູແລເສັ້ນຜົມ ຫຼືຊົງຜົມນັ້ນ ກໍສາມາດບົ່ງບອກສິ່ງຕ່າງໆໃນຕົວໄດ້ຫຼາຍຢ່າງເຊັ່ນ: ຖ້າມັກມັດຜົມຕະຫຼອດ ເປັນໄປໄດ້ວ່າເປັນຄົນມັກລຸຍ ບໍ່ຕ້ອງງາມເປະຕະຫຼອດເວລາ ຫຼືບາງຄົນ ອາດມັກປ່ຽນຊົງຜົົມຕະຫຼອດ ກໍອາດເດົາໄດ້ວ່າ ລາວເປັນຄົນຂີ້ເບື່ອ ມັກໃສ່ໃຈເບິ່ງແຍງຕົວເອງເປັນຕົ້ນ
  2. ທ່າທາງການວາງຕົວ: ຜູ້ຍິງວາງຕົວສະຫງ່າຜ່າເຜີຍ, ເປັນຄົນຮຽບຮ້ອຍ ວາງຕົວຖືກກາລະເທສະ ຈະເປັນຄົນທີ່ດຶງດູດສາຍຕາຄົນອ້ອມຂ້າງໄດ້ຫຼາຍກວ່າ
  3. ເກີບ: ຜູ້ຊາຍຫຼາຍໆຄົນມັກສັງເກດວ່າຜູ້ຍິງໃສ່ເກີບແບບໃດ ໂດຍສະເພາະເກີບສົ້ນສູງ ເພາະເກີບຊະນິດນີ້ ຊ່ວຍໃຫ້ຜູ້ຍິງເຊັກຊີ່ຂຶ້ນ ໄດ້ຫຼາຍກວ່າ ແລະຍັງເສີມບຸກຄະລິກຂຶ້ນອີກດ້ວຍ
  4. ຮີມປາກ: ເຊິ່ງຮີມປາກຂອງຜູ້ຍິງມີສະເໜ່ຊວນໃຫ້ຜູ້ຊາຍເຄີບເຄີ້ມໄປຕາມ, ບໍ່ວ່າຈະສາວປາກນ້ອຍ ຫຼືສາວປາກອວບ ກໍມີຄວາມສົນໃຈແຕກຕ່າງກັນ
  5. ຮອຍຍິ້ມ: ຜູ້ຍິງບາງຄົນອາດໜ້າຕາບໍ່ໜ້າຮັກປານໃດ ຫຼືມີຫຸ່ນເຊັກຊີ່ທີ່ຜູ້ຊາຍຫຼາຍຄົນມັກ ແຕ່ຮອຍຍິ້ມ ທີ່ມີຄວາມສຸກ ເຮັດໃຫ້ຫົວໃຈຜູ້ຊາຍລະລາຍໄດ້
  6. ດວງຕາ: ແວວຕາສາມາດສື່ຄວາມໝາຍຫຼາຍຢ່າງໄດ້ຫຼາຍກວ່າຄຳເວົ້າ, ສາວໆບາງຄົນ ມີດວງຕາທີ່ຊວນໃຫ້ຫຼົງໄຫຼ ແລະເກັບໄປຝັນເຫັນໄດ້
  7. ທັດສະນະຄະຕິ: ຜູ້ຊາຍຫຼາຍຄົນມັກເບິ່ງຜູ້ຍິງຢູ່ທີ່ທັດສະນະຄະຕິ, ຄວາມຄິດ ແລະມຸມມອງຕໍ່ສິ່ງອ້ອມຂ້າງ, ຄວາມງາມພຽງຢ່າງດຽວ ບໍ່ສາມາດດຶງດູດໃຈຜູ້ຊາຍໄດ້ດົນ
  8. ໜ້າເອິກ: ເປັນສິ່ງທີ່ຜູ້ຊາຍມັກສັງເກດຫຼາຍທີ່ສຸດ ເພາະໜ້າເອິກທີ່ໃຫຍ່ ທີ່ງົດງາມ ທີ່ເປັນຕາເບິ່ງ ເຮັດໃຫ້ຜູ້ຊາຍເບິ່ງແລ້ວທຸກຄົນຫຼົງໄຫຼ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...