Homeວັນນະກຳເລື່ອງເລົ່າປິດສະໜາສາຍມໍລະນະ

ປິດສະໜາສາຍມໍລະນະ

Published on

ເປັນເລື່ອງລາວຂອງພະນັກງານປະກັນໄພຄົນໜຶ່ງ ເລື່ອງນີ້ເກີດຂຶ້ນຕັ້ງແຕ່ຕອນທີ່ບ້ານເຮົາຍັງບໍ່ທັນມີໜ່ວຍກູ້ໄພແລະ ຍັງບໍ່ທັນມີໂທລະສັບມືຖືໃຊ້ເທື່ອ ເຊິ່ງສະໃໝນັ້ນຍັງໃຊ້ໂທລະສັບຕັ້ງໂຕະຢູ່ ມີຄືນໜຶ່ງໄດ້ມີລູກຄ້າ (ຜູ້ຊາຍ) ໂທເຂົ້າໂທລະສັບຕັ້ງໂຕະທີ່ເຮືອນຂອງພະນັກງານຂາຍປະກັນ ແຈ້ງວ່າລົດເກີດອຸບັດຕິເຫດ ຜູ້ໂທມາໄດ້ບອກເລກຖັງລົດ, ເລກປະກັນ, ສະຖານທີ່, ຊື່ເຈົ້າຂອງລົດ ດ້ວຍນຳສຽງທຳມະດາແບບບໍ່ຮ້ອນອົກຮ້ອນໃຈໃດໆເລີຍ ຄືກັບວ່າເປັນອຸບັດຕິເຫດເລັກນ້ອຍເທົ່ານັ້ນ ຫຼັງຈາກທີ່ລາວໄດ້ວາງສາຍຈາກລູກຄ້າແລ້ວ ລາວກໍ່ຟ້າວຂັບລົດຈັກອອກໄປຫາລູກຄ້າຕາມສະຖານທີ່ເກີດເຫດນັ້ນທັນທີ ຕອນນັ້ນເປັນເວລາທ່ຽງຄືນ (ຕອນເດິກ) ເສັ້ນທາງທີ່ເກີດອຸບັດຕິເຫດນັ້ນເປັນເສັ້ນທາງປ່ຽວ ທັງປ່ຽວທັງມືດ ເມື່ອລາວຂັບລົດໄປຮອດຈຸດເກີດເຫດ ແສງໄຟຕາລົດຈັກຂອງລາວໄດ້ເຢືອງໄປທີ່ຖະໜົນ ສິ່ງທີ່ລາວເຫັນແມ່ນທາງໜ້າມີການເກີີດອຸບັດຕິເຫດແທ້ ລາວຈິ່ງໄດ້ຈອດລົດ ແລະ ຍ່າງຫ່າງອອກຈາກລົດປະມານສາມກ້າວແລ້ວຢຸດສັງເກດເບິ່ງ ເຫັນລົດໃຫຍ່ຕຳຫຼັກເສົາໄຟຟ້າແຄມທາງສະພາບຫົວລົດມຸ່ນອຸ້ຍປຸ້ຍ ແລະ ຫ່າງອອກມາໜ້ອຍໜຶ່ງກໍ່ເຫັນລົດຈັກນອນຕະແຄງສະພາບກົງລົດເປັນເລກແປດ ໂກບລົດແຕກກະຈາຍທົ່ວທາງ ແນມໄປໃກ້ໆກັບລົດ ເຫັນຜູ້ຊາຍຄົນໜຶ່ງນອນຫງາຍຢຽດບໍ່ເໜັງຕີງຈົມກອງເລືອດຢູ່ ຕາມືນມີເລືອດໄຫລອອກຕາທັງສອງຂ້າງ, ເລືອດໄຫລອອກທີ່ຫູທັງສອງຂ້າງ ເລືອດໄຫລອອກທາງຮູດັງ ແລະ ປາກ ຄາດວ່າຊາຍຄົນນັ້ນຄົງເສຍຊີວິດແລ້ວ ໃນເວລານັ້ນກັບສະຖານທີ່ນັ້ນບໍ່ມີພຽງແຕ່ລົດຄັນດຽວຂັບກາຍມາ ບັນຍາກາດເຢັນໆ ຂົນຄີງລຸກ ສຽວສັນຫຼັງວ໊າບໆ ແບບບອກບໍ່ຖືກ ມີພຽງລາວກັບສົບທີ່ນອນຕາຍຂ້າງທາງ ແລະ ບໍໍ່ແນ່ໃຈວ່າຄົນ ຫຼື ສົບທີ່ຢູ່ໃນລົດໃຫຍ່ຄັນນັ້ນ ບັນຍາກາດງຽບສະງັດ ໄດ້ຍິນແຕ່ສຽງຫາຍໃຈຂອງຕົນເອງດັງຖີ່ໆ ຕອນນັ້ນລາວທັງຕົກໃຈ ແລະ ຫຼອນສຸດໆ ຫົວໃຈຂອງລາວເຕັ້ນແຮງດ້ວຍຄວາມຢ້ານກົວ ສິ່ງທີ່ລາວເຮັດໄດ້ມີພຽງສິ່ງດຽວຄືຕັ້ງສະຕິ ເພື່ອບໍ່ໃຫ້ລາວເກີດພາວະຈິດຕົກໄປຫຼາຍກວ່ານີ້ ເມື່ອຕັ້ງສະຕິໄດ້ ລາວກໍ່ຟ້າວຂັບລົດກັບໄປແຈ້ງຕຳຫຼວດທີ່ປ້ອມຍາມແຄມທາງທີ່ລາວຂັບລົດກາຍມາທັນທີ ເຊິ່ງຢູ່ປ້ອມຕຳຫຼວດພໍດີມີຕຳຫຼວດປະຈຳຢູ່ສອງຄົນ ແລະ ລາວກໍ່ໄດ້ພາຕຳຫຼວດທັງສອງຄົນນັ້ນມາເບິ່ງສະຖານທີ່ເກີດເຫດ ປະກົດວ່າຊາຍຄົນຂັບລົດໃຫຍ່ຄັນທີ່ເກີດອຸບັດຕິເຫດນັ້ນກໍ່ເສຍຊີວິດຄາທີ່ເຊັ່ນດຽວກັນ ຫຼັງຈາກເຫດການໃນມື້ນັ້ນລາວກໍ່ຍັງຮູ້ສຶກຫຼອນກັບເຫດການທີ່ເກີດຂຶ້ນເປັນເວລາຫຼາຍເດືອນ ພາບເຫດການວັນນັ້ນມັນຍັງຕິດຕາຂອງລາວທຸກຄັ້ງທີ່ຫຼັບຕາພາບເຫຼົ່ານັ້ນກໍ່ຈະວົນວຽນມາໃນຈິດສຳນຶກຂອງລາວທັນທີ ແລະ ສຽງຜູ້ຊາຍທີ່ລາວໄດ້ຍິນຈາກໂທລະສັບວັນນັ້ນ ລາວຍັງຈື່ບໍ່ລືມ ລາວຄິດສົງໃສສະເໝີວ່າ “ຄົນທີ່ໂທລະສັບຫາລາວນັ້ນ ແມ່ນຜີ ຫຼື ຄົນ” ເມື່ອຕອນນັ້ນກໍ່ບໍ່ມີໃຜກາຍທາງມາ ແລ້ວຄົນທີ່ໂທມາຫາລາວເອົາໂທລະສັບທາງໃດໂທ, ແລ້ວໃຜຈະສາມາດບອກເລກຖັງລົດ, ເລກປະກັນ ແລະ ຊື່ເຈົ້າຂອງລົດໄດ້ ຖ້າບໍ່ແມ່ນເຈົ້າຂອງລົດ ຜູ້ທີ່ເສຍຊີວິດນັ້ນ

ໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...