Homeຂ່າວພາຍ​ໃນນະໂຍບາຍຂຶ້ນເງິນເດືອນລັດ 500 ກີບຕໍ່ດັດຊະນີ ເລີ່ມປະຕິບັດແລ້ວ

ນະໂຍບາຍຂຶ້ນເງິນເດືອນລັດ 500 ກີບຕໍ່ດັດຊະນີ ເລີ່ມປະຕິບັດແລ້ວ

Published on

ເລີ່ມປະຕິບັດແລ້ວ ນະໂຍບາຍເພີ່ມຂຶ້ນເງິນເດືອນພະນັກງານລັດ 500 ກີບຕໍ່ດັດຊະນີຈາກ 6.700 ກີບ ໃນເມື່ອກ່ອນ ມາເປັນ 7.200 ກີບ ນັບແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນມາ ເຊິ່ງໄດ້ເປັນຂວັນກຳລັງໃຈຕ້ອນຮັບປີໃໝ່ 2017 ໃຫ້ກັບພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດພະນັກງານບຳນານ

ສຳລັບການເພີ່ມຂຶ້ນດັດຊະນີເງິນເດືອນ ພະນັກງານລັດຖະກອນຈາກ 6.700 ກີບໃນເມື່ອກ່ອນມາເປັນ 7.200 ກີບຕໍ່ດັດຊະນີ ທີ່ຖືກຮັບຮອງໃນກອງປະຊຸມສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8  ເຊິ່ງໄດ້ຈັດຂຶ້ນລະຫວ່າງທ້າຍເດືອນຕຸລາ ຫາກາງເດືອນພະຈິກ 2016 ຜ່ານມານີ້ ແມ່ນໄດ້ມີຜົນປະຕິບັດພ້ອມກັນທົ່ວປະເທດ ນັບແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນມາ ໂດຍສົກປີ 2015-2016 ພະນັກງານລັດຖະກອນທົ່ວປະເທດມີທັງໝົດ 1,7 ແສນຄົນສ່ວນປີ 2017 ນີ້ຈະຮັບໃໝ່ອີກ 5 ພັນຄົນ

ແນວໃດກໍດີ ການປັບຂຶ້ນດັ່ງກ່າວຄາດວ່າຈະເຮັດໃຫ້ຕົວເລກລາຍຈ່າຍ ຂອງລັດຖະບານສົກປີ 2017 ມີທັງໝົດ 32.262 ຕື້ກີບ ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີ 2015-2016 ໃນນີ້ມີລາຍຈ່າຍເງິນເດືອນ-ເງິນອຸດໜູນ 10.500 ຕື້ກີບ ເພີ່ມຂຶ້ນ 14,75%, ເງິນເດືອນນະໂຍບາຍ 1.700 ຕື້ກີບ, ເງິນບໍລິຫານ-ເງິນຊື້ໃໝ່ 2.800 ກີບ ເງິນດັດສົມ-ສົ່ງເສີມເທົ່າກັບປີກ່ອນ 1.580 ຕື້ກີບ ເຫຼືອນັ້ນແມ່ນເງິນຊຳລະໜີ້ສິນ ແລະຈ່າຍການລົງທຶນພາຍໃນ

ຂະນະທີ່ສົກປີ 2015-2016 ຜ່ານມາຕາມບົດສະຫຼຸບເບື້ອງຕົ້ນ ຕົວເລກ ລາຍຈ່າຍລັດຖະບານມີທັງໝົດປະມານ 30.128 ຕື້ກີບ ໃນນີ້ສະເລ່ຍລາຍຈ່າຍເງິນເດືອນ-ເງິນອຸດໜູນມີທັງໝົດ 9.150 ຕື້ກີບ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...