Homeຊີວິດແລະຄວາມຮັກສາເຫດທີ່ເຮັດໃຫ້ "ໝົດຮັກຫຼັງແຕ່ງງານ"

ສາເຫດທີ່ເຮັດໃຫ້ “ໝົດຮັກຫຼັງແຕ່ງງານ”

Published on

ການນອກໃຈພັນລະຍາ ຫຼັງຈາກແຕ່ງງານກັນໄປຫຼາຍປີ ກາຍເປັນເລື່ອງປົກກະຕິໃນປະຈຸບັນ ຂອງຊີວິດຂອງຜູ້ຊາຍ, ຜູ້ຊາຍຫຼາຍຄົນຕັ້ງໃຈຮັກດຽວໃຈດຽວ ແລະເປັນສາມີທີ່ດີຫຼັງຈາກແຕ່ງງານໄປ ແຕ່ກໍບໍ່ເປັນແນວນັ້ນ ເພາະຫຼັງຈາກແຕ່ງງານ ບໍ່ໄດ້ເປັນດັ່ງທີ່ຄິດ ເພາະສາເຫດທີ່ເຮັດໃຫ້ໝົດຮັກຫຼັງແຕ່ງງານ

  1. ມີເຊັກສ໌ກ່ອນແຕ່ງງານ: ການມີເຊັກສ໌ກ່ອນແຕ່ງງານບໍ່ໄດ້ເປັນເລື່ອງດີ ເພາະຈະເຮັດໃຫ້ເວລາແຕ່ງງານມາຄວາມຫວານຂອງຄວາມຮັກຈະໝົດໄປ ຄົນທີ່ມີປະຫວັດຮັກດຽວໃຈດຽວກໍຈະມີໂອກາດນອກໃຈແຟນຕົວເອງ ເພາະມີຄວາມເບື່ອກັນ ເຖິງແມ່ນບໍ່ມີການນອກໃຈກໍບໍ່ມີຄວາມອົດທົນກັນຫຼາຍພໍ
  2. ຜູ້ຊາຍຄິດວ່າການແຕ່ງງານເປັນເລື່ອງໜ້າເບື່ອ: ເພາະການແຕ່ງງານເໝືອນກັບມີກອບໃນຊີວິດ ເພາະມັນຄືເລື່ອງທີ່ຈິງຈັງທີ່ສຸດສຳລັບຜູ້ຊາຍ ແລະບົ່ງບອກເຖິງຊ່ວງເວລາທີ່ພວກເຂົາຕ້ອງມີຄວາມຮັບຜິດຊອບ, ທັງເລື່ອງການລ້ຽງດູ, ການມີລູກ ເຊິ່ງຈະເຮັດໃຫ້ຜູ້ຊາຍບາງຄົນປະຕິເສດດ້ວຍເຫດຜົນບໍ່ທັນພ້ອມ ແລະຖ້າເຂົ້າພິທີແຕ່ງງານ ທັງໆທີ່ບໍ່ພ້ອມກໍຄືຈຸດທີ່ຂາດຄວາມຮັບຜິດຊອບໄດ້ງ່າຍ, ເຊິ່ງຜູ້ຊາຍເປັນພວກທີ່ມັກບໍ່ມັກກົດດັນ ເລີຍເຮັດໃຫ້ເຂົາຜ່ອນຄາຍດ້ວຍການນອກໃຈ
  3. ຫຼິ້ນອິນເຕີເນັດຫຼາຍເກີນໄປ: ເພາະໂລກອອນລາຍເຮັດໃຫ້ຄົນນອກໃຈກັນໄດ້, ບາງຄັ້ງຕ້ອງໝັ່ນເຊັກໂທລະສັບຕະຫຼອດ, ເຊິ່ງມັກມີກິ໋ກຕາມອອນລາຍໄດ້ງ່າຍ ແລະເຖິງແມ່ນແຟນຂອງເຈົ້າຈະເປັນຄົນທີ່ຮຽບຮ້ອຍ ແຕ່ຜູ້ບາງຄົນກໍມັກໂຊຜ່ານໂຊຊຽວ, ບາງຄັ້ງເຮັດໃຫ້ຜູ້ຊາຍໃຈແຕກ ແຍກທາງກັບສາວໆໄດ້
  4. ຮັກເກົ່າເກີນໄປ: ຍ້ອນຮັກກັນມາດົນ ເລີຍເຮັດໃຫ້ບໍ່ມີຄວາມຫວານ, ບໍ່ໂລແມນຕິກ,​ ຄວາມຮັກຈືດຈາງ, ຄົນທີ່ແຕ່ງງານດົນໆ ມັກຈະພົບບັນຫານີ້ ເພາະການພົບສິ່ງທີ່ເກົ່າໆຕະຫຼອດ ເລີຍເຮັດໃຫ້ຜູ້ຊາຍເບື່ອ
  5. ການປ່ຽນແປງເຂົາບໍ່ສຳເລັດ: ຜູ້ຍິງຫຼາຍຄົນ ພະຍາຍາມໃຊ້ການແຕ່ງງານເປັນເຄື່ອງມມືໃນການປ່ຽນພຶດຕິກຳຜູ້ຊາຍ, ເຊິ່ງຜູ້ຊາຍບາງຄົນບໍ່ພ້ອມ ແຕ່ຍອມແຕ່ງງານຍ້ອນຄວາມຮັກ ເຊິ່ງອາດຈະໄປກັນບໍ່ໄດ້ດົນ ເພາະການແຕ່ງງານມັກບໍ່ແມ່ນຄວາມຕ້ອງການ ແລະຄວາມສຸກຂອງເຂົາແທ້, ດັ່ງນັ້ນ ຢ່າຄິດວ່າເຂົາຈະປ່ຽນເມື່ອເປັນແຕ່ງງານ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...