spot_img
Homeຊີວິດແລະຄວາມຮັກ12 ເຫດຜົນ ທີ່ຄວນໄປທ່ຽວກັບແຟນ ເພາະຈະຮັກກັນຫຼາຍຂຶ້ນ

12 ເຫດຜົນ ທີ່ຄວນໄປທ່ຽວກັບແຟນ ເພາະຈະຮັກກັນຫຼາຍຂຶ້ນ

Published on

ຈາກການສຳຫຼວດຄູ່ຮັກ 1000 ຄູ່ ພົບວ່າ ການທ່ຽວນັ້ນສຳຄັນຫຼາຍ ເພາະສົ່ງຜົນກັບຄວາມສຳພັນໃນດ້ານບສກ ປະມານ 63% ບອກໄດ້ເລີຍວ່າການໄປທ່ຽວກັບແຟນ ຈະເຮັດໃຫ້ຮັກກັນ ແລະເຮັດໃຫ້ຮັກກັນກັນໄດ້ດົນຂຶ້ນ ເຊິ່ງມີເຫດຜົນຫຼັກໆທີ່ເຮັດໃຫ້ຮັກກັນດັ່ງນີ້:

  1. ມີຈຸດມຸ່ງໝາຍຮ່ວມກັນ: ຖ້າໄປທ່ຽວກັບແຟນຈະເຮັດໃຫ້ເຈົ້າບອກເປົ້າໝາຍ ແລະສິ່ງທີ່ຢາກເຫັນຮ່ວມກັນຈາກນັ້ນເຈົ້າກໍເລີ່ມເຫັນປະສົບການມ່ວນໆຮ່ວມກັນ ແລະວາງແຜນຊີວິດຮ່ວມກັນ
  2. ເຂົ້າໃຈກັນ ແລະກັນ: ການທ່ອງທ່ຽວເປັນການເປີດເຜີຍຕົວຕົນ ເພາະເຈົ້າສອງຄົນຈະເປັນຕົວເອງທີ່ສຸດ ທັງຮູ້ຂໍ້ດີ ແລະຂໍ້ເສຍຂອງກັນ ແລະກັນ
  3. ສື່ສານກັນດີຂຶ້ນ: ຄູ່ຮັກທີ່ໄປທ່ຽວຮ່ວມກັນ ມັກມີຄວາມຄິດທີ່ກົງກັນ ຫຼາຍກວ່າຈະຖຽງກັນ
  4. ເຊັກສ໌ດີຂຶ້ນ: ຜົນການສຳຫຼວດພົບວ່າ ຄູ່ຮັກທີ່ໄປທ່ຽວຮ່ວມກັນ ຈະມີເຊັກສ໌ທີ່ດີຂຶ້ນກວ່າຄູ່ອື່ນໆ ເນື່ອງຈາກການໄປທ່ຽວ ເຮັດໃຫ້ບໍ່ມີເລື່ອງກັງວົນໃຈ ແລະໃຊ້ບັນຍາກາດເປັນຕົວກະຕຸ້ນອາລົມ
  5. ພົບເລື່ອງໃໝ່ໆພ້ອມກັນ: ການເຫັນສິ່ງໃໝ່ໆນຳກັນ ຈະເຮັດໃຫ້ເຈົ້າຮູ້ສຶກວ່າ ມັນຈະຢູ່ກັບເຈົ້າສອງຄົນຕະຫຼອດໄປ ແລະເປັນເລື່ອງທີ່ເຈົ້າສອງຄົນເທົ່ານັ້ນທີ່ຮູ້
  6. ສະແດງອອກວ່າເປັນຄົນແນວໃດໃນສາຍຕາກັນ ແລະກັນ: ເພາະກັນໃຊ້ເວລາຢູ່ນຳກັນຫຼາຍກວ່າຄົນອື່ນ ຈຶ່ງຍາກທີ່ຈະເກັບຄວາມລັບໄດ້ ແລະຮູ້ກັນຈັກກັນທຸກຢ່າງ ທັງຈິດໃຈ ແລະການກະທຳ
  7. ມີເລື່ອງທີ່ມ່ວນ ແລະຕະຫຼົກນຳກັນ: ບາງທີເຮົາພົບເລື່ອງທີ່ບໍ່ຄາດຄິດນຳກັນ ເຈົ້າສອງຄົນກໍຫົວນຳກັນ ເຊິ່ງເລື່ອງທີ່ບໍ່ຄາດຄິດນີ້ ເຮັດໃຫ້ເຈົ້າໄດ້ຮຽນຮູ້ວ່າ ຢ່າງໜ້ອຍເລື່ອງລາວບໍ່ໄດ້ເປັນໄປຕາມທີ່ຄິດ
  8. ຮູ້ສຶກໂຣແມນຕິກ: 86% ຂອງຄູ່ຮັກຍອມຮັບວ່າ ການໄປທ່ຽວ ເຮັດໃຫ້ຄວາມຮັກຂອງເຂົາຫວານຂຶ້ນ
  9. ພວກເຂົາຢູ່ກັບປະຈຸບັນ: ໃນຂະນະທີ່ຄົນອື່ນ ຄິດເລື່ອງອະນາຄົດ ເລື່ອງເງິນຄຳ ແຕ່ຄູ່ທີ່ໄປທ່ຽວນຳກັນ ຄິດວ່າຈະມີຊ່ວງເວລາທີ່ຄຸ້ມຄ່າເວລານີ້ໄດ້ແນວໃດ ເຊິ່ງເຮັດໃຫ້ເຈົ້າເຫັນປະຈຸບັນສຳຄັນທີ່ສຸດ
  10. ພວກເຂົາກາຍເປັນໝູ່ສະໜິດ: ບໍ່ວ່າຈະເປັນການສະແດງຄວາມຄິດ, ການໄປພັກບ່ອນດຽວກັນ, ເດີນທາງນຳກັນ ບໍ່ເປັນເລື່ອງແປກທີ່ຈະກາຍເປັນໝູ່ທີ່ລົມກັນໄດ້ທຸກເລື່ອງ
  11. ໃຫ້ອະໄພກັນຫຼາຍຂຶ້ນ: ຂໍ້ຜິດພາດຈາກການໄປທ່ຽວນຳກັນມີຫຼາຍ ຖ້າຄູ່ຮັກທີ່ໄປນຳກັນ ບໍ່ໃຫ້ອະໄພກັນຈະໄປທ່ຽວກັນໄດ້ແນວໃດ ເພາະສະນັ້ນ ຕໍ່ໃຫ້ອະນາຄົດພົບບັນຫາຫຍັງ ເຮົາກໍບໍ່ຢ້ານຢູ່ແລ້ວ
  12. ຮຽນຮູ້ໄປນຳກັນ: ການໄປທ່ຽວເປັນການເພີ່ມໂອກາດໃຫ້ກັບການຮຽນຮູ້ ຄືກັບເວລາເຮົາຮຽນໜັງສືໃນຫ້ອງຮຽນກັບໝູ່ ຄວາມຮູ້ຈະຄ່ອຍໆຜູກພັນເຈົ້າສອງຄົນໃຫ້ເຂົ້າກັນຫຼາຍຂຶ້ນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...