Homeຊີວິດແລະຄວາມຮັກ5 ເຫດຜົນທີ່ຄົນໝົດຮັກ ແຕ່ບໍ່ຍອມເລີກ

5 ເຫດຜົນທີ່ຄົນໝົດຮັກ ແຕ່ບໍ່ຍອມເລີກ

Published on

ຄວາມຮັກເປັນເລື່ອງທີ່ຊັບຊ້ອນ ການທີ່ຄົນໆໜຶ່ງ ທີ່ຮັກກັນ ແລະຈະສາມາດຢູ່ຮ່ວມກັນໄປຈົນຕະຫຼອດຊີວິດ ມັນເປັນໄປໄດ້ຍາກ, ບາງຄົນຮັກກັນ ແຕ່ນິໄສ ແລະການກະທຳບໍ່ເຂົ້າກັນ, ບາງຄົນຢູ່ນຳກັນ ແຕ່ໝົດຮັກກັນ ຈົນເກືອບຈະບໍ່ເບິ່ງກັນ ແຕ່ວ່າ ບໍ່ຍອມປ່ອຍມືຈາກຄົນຮັກ ນັ້ນຍ້ອນເຫດຜົນດັ່ງນີ້

  1. ຄວາມຜູກພັນ: ຄົນເຮົາຮັກກັນມາໄດ້ໄລຍະໜຶ່ງ ຕ້ອງມີຄວາມຜູກພັັນ, ມີກິດຈະກຳຕ່າງໆ ຫຼາກຫຼາຍຮ່ວມກັນ, ມີທັງທຸກ ແລະສຸກຮ່ວມກັນມາ, ເຖິງແມ່ນຈະໝົດຮັກກັນ ແຕ່ຄວາມຜູກພັນ ແລະເລື່ອງຕ່າງໆຍັງວົນວຽນຢູ່ໃນຄວາມຊົງຈຳ ຈຶ່ງເຮັດໃຫ້ບໍ່ຍອມປ່ອຍກັນໄປ
  2. ຄວາມຢ້ານ: ສິ່ງທີ່ເປັນຕາຢ້ານທີ່ສຸດຄືຄວາມຢ້ານ, ໂດຍສະເພາະສາວໆ ທີ່ອາຍຸຫຼາຍຂຶ້ນກໍຢ້ານ ຫາກເລີກັນໄປຢ້ານຫາແຟນໃໝ່ບໍ່ໄດ້ ຫຼືຢ້ານບໍ່ມີໃຜເຂົ້າມາໃນຊີວິດ, ມີຄວາມກັງວົນຫຼາຍໆຢ່າງ ຈົນຕ້ອງຍອມທົນກັບຄວາມຮັກທີ່ທຸກທໍລະມານກໍເພາະຢ້ານ
  3. ເສຍດາຍ: ຄືກັນກັບເດັກນ້ອຍທີ່ຕົນເອງກໍບໍ່ໄດ້ຢາກຫຼິ້ນ ພຽງແຕ່ເຄີຍເປັນເຈົ້າຂອງ ຈຶ່ງບໍ່ຢາກໃຫ້ໃຜໄດ້ໄປ, ກໍຄ້າຍກັບກໍລະນີແບບນີ້ ບາງຄັ້ງເຮົາຮູ້ສຶກວ່າ ຄົນນີ້ເປັນຄົນຮັກຂອງເຮົາມາດົນ ຈົນເຮົາຮູ້ສຶກເປັນເຈົ້າຂອງ ບໍ່ຢາກໃຫ້ໄປເປັນຂອງໃຜ ບໍ່ຢາກໃຫ້ເຂົາໄປເຮັດດີກັບໃຜ
  4. ຕ້ອງການເພິ່ງພາກັນ: ຜົນປະໂຫຍດກໍເປັນສ່ວນໜຶ່ງ ທີ່ເຮັດໃຫ້ຫຼາຍຄົນຍອມອົດທົນ, ບາງຄົນໃຊ້ລົດຂອງແຟນ ບາງຄົນຕ້ອງອາໄສຄ່າໃຊ້ຈ່າຍຕ່າງໆຈາກແຟນ, ບາງຄົນຢູ່ບ້ານດຽວກັນ ມີສ່ວນໄດ້ສ່ວນເສຍໃນທຸລະກິດຮ່ວມກັນ, ຫາກຈະເລີກກັນກໍຍາກ ຕ້ອງມານັ່ງແບ່ງນັ້ນນີ້ ເຮັດສັນຍາອີກຫຼາກຫຼາຍ, ສູ້ໄປຕໍ່ຈະດີກວ່າ, ຜົນປະໂຫຍດກໍຍັງບໍ່ໄດ້ ແຕ່ຕ້ອງອົດທົນຝືນໃຈ
  5. ຄວາມສົງສານ: ການທີ່ເຮົາໝົດຮັກ ແລະຢາກເລີກ ບໍ່ໄດ້ໝາຍຄວາມວ່າອີກຝ່າຍຈະເລີກຮັກ ແລະພ້ອມຈະເລີກ ມັນເປັນເລື່ອງຍາກທັນທີ ຫາກອີກຝ່າຍ ຍັງຮັກເຕັມຫົວໃຈຄືເກົ່າ ແລະຍ້ອນຄວາມຜູກພັນ ຈະເຮັດໃຫ້ຄວາມສົງສານເກີດຂຶ້ນໃນໃຈ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...