Homeສຸຂະພາບ ແລະ ສີ່ງແວດລ້ອມ7 ສາເຫດທີ່ເຮັດໃຫ້ພູມຄຸ້ມກັນຕໍ່າ

7 ສາເຫດທີ່ເຮັດໃຫ້ພູມຄຸ້ມກັນຕໍ່າ

Published on

ອາການປ່ວຍທຸກຊະນິດ ເປັນບັນຫາກະທົບທັງຄຸນນະພາບຊີວິດ, ເວລາ ແລະເງິນ ຫຼືວຽກງານ ແລ້ວເຈົ້າເຄີຍສົງໄສບໍວ່າເປັນຫຍັງບາງຄົນຈຶ່ງບໍ່ມັກເຈັບເປັນ ແຕ່ບາງຄົນມັກເຈັບປ່ວຍຕະຫຼອດ ເຊິ່ງນັ້ນຍ້ອນລະບົບພູມຄຸ້ມກັນຕໍ່າ ແລະສາເຫດທີ່ເຮັດໃຫ້ພູມຄຸ້ມກັນຕໍ່າຍ້ອນດັ່ງນີ້

  1. ມົນລະພາວະທາງອາກາດ: ອາກາດທີ່ເປັນພິດ, ຄວັນສານເຄມີຈາກອຸດສາຫະກຳ, ຄວັນຈາກລົດ ຫຼືພາຍໃນບ້ານ ທີ່ເຮົາອາໄສຢູ່ ທີ່ເຮົາຄິດວ່າສະອາດແລ້ວ ແຕ່ມັນກໍເຕັມໄປດ້ວຍເຊື້ອພະຍາດ ທີ່ເຮັດໃຫ້ພູມຕ້ານທານຕໍ່າ
  2. ອາຫານ: ແມ່ນຢູ່ວ່າອາຫານທີ່ເຮົາກິນທຸກມື້ ເພື່ອໃຫ້ໄດ້ຮັບສານອາຫານ ພະລັງງານທີ່ມີປະໂຫຍດຫຼໍ່ລ້ຽງຮ່າງກາຍ ແລະຫາກອາຫານເຫຼົ່ານັ້ນປົນເປື້ອນສານພິດ, ເຊື້ອພະຍາດ ເຊິ່ງເປັນສາເຫດຫຼັກເປັນພາລະ ໃຫ້ລະບົບພູມຄຸ້ມກັນອອກມາເຮັດວຽກໜັກ
  3. ສານເຄມີ: ທີ່ເຮົາເອົາເຂົ້າສູ່ຮ່າງກາຍ ເປັນຕົ້ນແມ່ນເຄື່ອງສຳອາງ, ການເຮັດສີຜົມ, ການຢືດຜົມ, ການສີດນໍ້າຫອມຕ່າງໆ ທຸກຢ່າງລ້ວນແລ້ວ ແຕ່ມີສ່ວນປະສົມຂອງເຄມີສະສົມໃນຮ່າງກາຍ
  4. ໂຮໂມນ: ໂຮໂມນບາງຊະນິດ ມີຜົນຕໍ່ລະບົບພູມຄຸ້ມກັນເຊັ່ນ: Steroid ເຊິ່ງມີລິດຢັບຢັ້ງການກິນເຊື້ອພະຍາດຂອງເມັດເລືອດຂາວ, ຫຼຸດການອັກເສບ ແລະຫຼຸດການສ້າງແອນຕິບໍດີ ເຮັດໃຫ້ເກີດພະຍາດບາງຊະນິດໄດ້ງ່າຍກວ່າຄົນທົ່ວໄປ
  5. ຜິວໜັງ: ລວມເຖິງເນື້ອເຍື່ອເມືອກໃນອະໄວຍະວະຕ່າງໆ ເຮັດໜ້າທີ່ເປັນດ່ານທຳອິດ ທີ່ຮ່າງກາຍໃຊ້ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ ຫາກເກີດໃນຜູ້ທີ່ເຈັບປ່ວຍທີ່ເປັນພະຍາດຜິວໜັງ, ເປັນບາດແຜອັກເສບ ແລະເຍື່ອອ່ອນໆບາງໆ ຫຼືອາການຜິດປົກກະຕິໃດໆ ຈະເກີດການຕິດພະຍາດ ແລະແຜ່ໄປຮ່າງກາຍໄດ້ງ່າຍ
  6. ອາຍຸ: ຄວາມແຕກຕ່າງທາງດ້ານອາຍຸ ກໍເປັນເຫດເລື່ອງລະບົບພູມຄຸ້ມກັນໄດ້ເຊັ່ນກັນ, ເດັກນ້ອຍມີລະບົບພູມຄຸ້ມກັນບໍ່ເຕັມທີ່, ຜູ້ເຖົ້າ ມີລະບົບພູມຄຸ້ມກັນເສື່ອມຖອຍຕາມການໃຊ້ງານ, ໄວລຸ້ນມີລະບົບພູມຄຸ້ມກັນໄດ້ເຕັມທີ່
  7. ກຳມະພັນ: ການຕອບສະໜອງທາງລະບົບພູມຄຸ້ມກັນ ຢູ່ພາຍໃຕ້ການຄວບຄຸມຂອງຢີນໃນກຸ່ມ Histocompatibility antigens ເຊິ່ງອາດຖ່າຍທອດມາທາງກຳມະພັນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...