spot_img
Home​ຂ່າວທ່ອງທ່ຽວເຕັກນິກການໄປທ່ຽວຕ່າງປະເທດຢ່າງປະຢັດ

ເຕັກນິກການໄປທ່ຽວຕ່າງປະເທດຢ່າງປະຢັດ

Published on

ສຳລັບຄົນທີ່ມີຄວາມຝັນຢາກໄປທ່ຽວຕ່າງປະເທດ ແຕ່ມີງົບໜ້ອຍ ມື້ນີ້ແອັດມິນ ຈະມານຳສະເໜີເຕັກນິກການໄປທ່ຽວຕ່າງປະເທດຢ່າງປະຢັດ ບໍ່ໃຊ້ງົບຫຼາຍເກີນກຳລັງຊັບ ແຕ່ກໍ່ທ່ຽວສະໃຈໄດ້ ເຊິ່ງຈະມີເຕັກນິກໃດແນ່ນັ້ນ ເຮົາມາຮູ້ຈັກນຳກັນເລີຍ

1. ຕັ້ງງົບປະມານໃນການທ່ຽວໄວ້ກ່ອນ

2. ສຶກສາຂໍ້ມູນປະເທດທີ່ທ່ານຢາກໄປ ເຊັ່ນ: ການສຶກສາຄ່າຄອງຊີບ, ລາຍຈ່າຍອື່ນໆ ເພື່ອມາປຽບທຽບກັບງົບທີ່ມີ

3. ເລືອກປະເທດທີ່ຄ່າຄອງຊີບບໍ່ແພງ ແຕ່ກໍ່ມີສະຖານທີ່ສວຍງາມໃຫ້ທ່ຽວ

4. ລອງຫາ Local tourist office ບາງເທື່ອເຮົາອາດໄດ້ tourist card ເຊິ່ງອາດໄດ້ຮັບສິດທິພິເສດ ຫຼື ສ່ວນຫຼຸດຕ່າງໆ ສຳລັບນັກທ່ອງທ່ຽວ

5. ໄປທ່ຽວແບບເປັນກຸ່ມຄະນະ ວິທີນີ້ປະຢັດກວ່າໄປທ່ຽວຄົນດຽວ

6.​ ຫຼີກລ່ຽງການແລກປ່ຽນເງິນທີ່ສະໜາມບິນ ຫຼື ໃນໂຮງແຮມ

7.​ ຫາທີ່ພັກທີ່ໃກ້ກັບຕະຫຼາດ ຫຼື ຈຸດທີ່ມີການຂາຍຂອງກິນ ເພື່ອຫຼີກລ່ຽງການກິນອາຫານໃນໂຮງແຮມ

8.​ ຈອງປີ້ຍົນຕອນທີມີໂປຣໂມຊັ່ນ

9. ຫາຫ້ອງພັກທີ່ລາຄາຖືກທີ່ສຸດ

10. ກຽມສິ່ງອງທີ່ຈຳເປັນເຊັ່ນ:​ ຢາ ແລະ ອື່ນໆທີ່ຄິດວ່າຈຳເປັນທີ່ສຸດຕິດຕົວໄປນຳເພື່ອສຸກເສີນ

ສຳລັບຄົນທີ່ມີແຜນຈະເດີນທາງໄປທ່ຽວຕ່າງປະເທດ ກໍ່ລອງເອົາເຕັກນິກທີ່ກ່າວມາຂ້າງເທິງນີ້ໄປໃຊ້ເບິ່ງເດີ້
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...