spot_img
Homeຂ່າວການສຶກສາເປີດຮັບສະມັກແລ້ວ ໂຄງການ Diversity Voyage ລຸ້ນທີ 4 ຮ່ວມກັບນັກສຶກສາຍີ່ປຸ່ນ

ເປີດຮັບສະມັກແລ້ວ ໂຄງການ Diversity Voyage ລຸ້ນທີ 4 ຮ່ວມກັບນັກສຶກສາຍີ່ປຸ່ນ

Published on

ເປີດຮັບ ສະຫມັກແລ້ວ ທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາ ຮ່ວມກັບນັກຮຽນ ຈາກມະຫາວິທະຍາໄລ ໂຕໂຢ ປະເທດ ຍີ່ປຸ່ນ (Diversity Voyage Program)
– ຖ້າທ່ານ ເປັນນັກຮຽນ ມະຫາວິທະຍາໄລ ຫຼື ວິທະຍາໄລ ແຕ່ປີທີ່ 1 ຫາ ປີ ທີ່ 3 ໃນທົ່ວປະເທດ
– ຖ້າທ່ານ ມີຄວາມສົນໃຈ ໃນການແລກປ່ຽນວັດທະນາທໍາ ແລະ ສ້າງມິດຕະພາບໃໜ່ ກັບນັກສຶກສາຢິ່ປຸ່ນ
– ຖ້າທ່ານມີຄວາມສົນໃຈ ທາງດ້ານວັດທະນາທໍາ, ການທ່ອງທ່ຽວ ແລະ ການພັດທະນາ ແບບຢືນຢົງ
– ຖ້າທ່ານ ມີິຄວາມສາມາດສື່ສານ ພາສາອັງກິດ ຫຼື ພາສາຢີ່ປຸ່ນ ໄດ້ໃນລະດັບປານກາງ/ດີ
ໂອກາດນີ້ ທ່ານ ບໍ່ຄວນພາດ ທີ່ຈະສະຫມັກ !
ຜູ້ສະຫມັກ 12 ນ້ອງ ທີ່ຜ່ານການຄັດເລືອກ ຈະໄດ້ຮ່ວມເຮັດກິດຈະກໍາ ກັບນັກຮຽນຍີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ແລະ ຈະໄດ້ຮັບໃບປະກາດຢັ້ງຢືນ ການເຂົ້າຮ່ວມນໍາອີກດ້ວຍ.
ພາສາທີ່ໃຊ້ ແມ່ນ ພາສາອັງກິດ ໃນຊ່ວງການເຮັດກິດຈະກໍາ
ປິດຮັບສະຫມັກ ວັນພະຫັດ ທີ: 20/01/2017 ເວລາ 9:00 ໂມງເຊົ້າ.
ສະຫມັກອອນລາຍ ໄດ້ທີ່ ເວັບໄຊທ໌ ຕໍ່ໄປນີ້: http://bit.ly/dv-vientiane0

ທ່ານສາມາດ ເບິ່ງ ວິດີໂອຕົວຢ່າງ ໂຄງການ Diversity Voyage ປີຜ່ານມາໄດ້ ທີ່ວິດີໂອ ຂ້າງລຸ່ມນີ້:

https://youtu.be/VF6HdGYzGYs

ຂ່າວຈາກ: http://www.laoyouth-radio.com/2016/12/diversity-voyage-4.html

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...