spot_img
Homeຊີວິດແລະຄວາມຮັກ5 ເຫດຜົນທີ່ເຮັດໃຫ້ມີການ “ຢ່າຮ້າງ” ກັນເກີດຂຶ້ນ

5 ເຫດຜົນທີ່ເຮັດໃຫ້ມີການ “ຢ່າຮ້າງ” ກັນເກີດຂຶ້ນ

Published on

ຄອບຄົວປະກອບດ້ວຍຫຼາຍສິ່ງຫຼາຍຢ່າງ ການທີ່ຜູ້ຍິງ ແລະຜູ້ຊາຍມາຢູ່ຮ່ວມກັນ, ແນ່ນອນຕ້ອງມີບັນຫາໃນອະນາຄົດ ເຊິ່ງຫາກທັງສອງຫາກມີຄວາມໝັ້ນຄົງ ຄອບຄົວກໍຈະມີຄວາມສົມບູນ ແຕ່ຫາກລະຫວ່າງທາງ ຝ່າຍໃດໜຶ່ງຜິດພາດກໍອາດເປັນເຫດເຮັດໃຫ້ຊີວິດຄູ່ຈົບລົງດ້ວຍການ “ຢ່າຮ້າງ” ແລະເຫດຜົນທີ່ຜູ້ຊາຍຂໍ “ຢ່າຮ້າງ” ພັນລະຍາມີຄື

  1. ມີຄົນໃໝ່: ເພາະຖ້າຫາກຝ່າຍໃດໜຶ່ງຫາກມີຄົນໃໝ່ ແນ່ນອນວ່າຄວາມຮັກກໍອາດຈົບລົງ ດ້ວຍການຢ່າຮ້າງ
  2. ຂາດການເອົາໃຈໃສ່: ຜູ້ຊາຍກໍຕ້ອງການເອົາໃຈໃສ່ຄືກັນ, ບາງຄັ້ງເລື່ອງເລັກນ້ອຍ ແຕ່ສະສົມໄວ້ຫຼາຍໆເດືອນ ຫຼືເປັນປີ ເຮັດໃຫ້ຄວາມຮູ້ສຶກຮັກຄ່ອຍໆຫຼຸດລົງ ຈົນກາຍເປັນຄວາມຮູ້ສຶກເສີຍຊາ, ຖ້າຫາກເຖິງຂັ້ນນີ້ແລ້ວ ຈະກັບມາເບິ່ງແຍງອີກຄັ້ງກໍອາດຈະຊ້າໄປເສຍແລ້ວ
  3. ມີເປົ້າໝາຍໃນອະນາຄົດບໍ່ຄືກັນ: ບາງຄັ້ງມີແຕ່ຄວາມຮັກຢ່າງດຽວ ກໍຈະພາຊີວິດຮັກໄປຮອດຝັ່ງບໍ່ໄດ້ ເພາະເປົ້າໝາຍທີ່ມີຕ່າງກັນ ກໍອາດເປັນເຫດໃຫ້ຕ້ອງໄດ້ຂາດຄວາມສຳພັນເຊັ່ນ: ຝ່າຍຊາຍຢາກມີລູກ ແຕ່ຝ່າຍຍິງບໍ່ຢາກມີ, ຝ່າຍຍິງຢາກໃຫ້ຜູ້ຊາຍຊ່ວຍວຽກໃນເຮືອນ ແຕ່ຜູ້ຊາຍບໍ່ເຮັດ ນີ້ກໍເປັນສາເຫດໜຶ່ງ ທີ່ເຮັດໃຫ້ມີການຢ່າຮ້າງ
  4. ບັນຫາເລື່ອງເງິນ: ການເງິນບາງຄັ້ງຫາກບໍ່ເຂົ້າໃຈກັນ ພາກັນຝ່າອຸປະສັກໄປນຳກັນ, ຄວາມສຳພັນທີ່ອ້ອມລ້ອມດ້ວຍໜີ້ ກໍມີສ່ວນເຮັດໃຫ້ຫຼາຍຄູ່ຮັກຈົບບັນຫາກັນດ້ວຍການຢ່າຮ້າງ ເພາະຖ້າຈະໃຊ້ໃຈຢ່າງດຽວ ພາຍໃຕ້ລາຍຈ່າຍທີ່ຫຼາກຫຼາຍກໍເປັນເລື່ອງຍາກໃນປະຈຸບັນ
  5. ຕິດການພະນັນ: ບັນຫາໜຶ່ງຂອງຊີວິດຄູ່ຄື ຝ່າຍໃດໜຶ່ງຕິດການພະນັນ ຖ້າຫາກຝ່າຍໃດໜຶ່ງມີບັນຫາເລື່ອງນີ້ ການຈົບບັນຫາດ້ວຍການຢ່າຮ້າງກໍເປັນທາງອອກທີ່ດີທີ່ສຸດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...