HomeBaby-ແມ່ແລະເດັກ7 ພຶດຕິກໍາຂອງພໍ່ແມ່ ທີ່ບໍ່ຄວນເຮັດຕໍ່ໜ້າລູກ

7 ພຶດຕິກໍາຂອງພໍ່ແມ່ ທີ່ບໍ່ຄວນເຮັດຕໍ່ໜ້າລູກ

Published on

ລູກຄື “ແກ້ວຕາດວງໃຈ” ຂອງພໍ່ແມ່ທຸກຄົນ ແລະພະຍາຍາມລ້ຽງລູກໃຫ້ດີທີ່ສຸດ, ຄອຍລ້ຽງດູມາຕັ້ງແຕ່ນ້ອຍຈົນໃຫຍ່, ໃນຂະນະທີ່ລູກຍັງນ້ອຍ ພໍ່ແມ່ຄວນພະຍາຍາມຄວບຄຸມອາລົມ ແລະພຶດຕິກຳທີ່ບໍ່ດີຂອງຕົນ, ຢ່າໃຫ້ລູກເຫັນ ເພາະເດັກນ້ອຍຄືໄວອາຍຸ ທີ່ກຳລັງຮຽນແບບພໍ່ແມ່ທຸກຢ່າງ, ຖ້າຫາກພໍ່ແມ່ຫາກມີແຕ່ປະຕິບັດພຶດຕິກຳດີໆກັບລູກ ລູກກໍຈະປະຕິດີຄືກັບພໍ່ແມ່ເຊັ່ນກັນ

  1. ສູບຢາ ຫຼືດື່ມສິ່ງມຶນເມົາ: ນອກຈາກອັນຕະລາຍແລ້ວ ຍັງເປັນອັນຕະລາຍກັບຄົນອ້ອມຂ້າງອີກ ເພາະຄົນທີ່ຢູ່ອ້ອມຂ້າງຈະໄດ້ຮັບຄວັນພິດຈາກຢາສູບໄປນຳ ແລະຖ້າດື່ມເຫຼົ້າ ກໍຈະຂາດສະຕິ ອາດສະແດງພຶດຕິກຳທີ່ບໍ່ດີ ແລະບໍ່ສາມາດຄວບຄຸມຕົນເອງໄດ້ອອກມາໃຫ້ເດັກນ້ອຍເຫັນ
  2. ຢ່າເວົ້າປ້ອຍດ່າໃຫ້ເດັກເຫັນ: ເພາະຈະເຮັດໃຫ້ເດັກນ້ອຍຈື່ຈຳ ແລະເວົ້າອອກມາ ໂດຍບໍ່ໄດ້ສົນໃຈຄວາມໝາຍ ຫຼືບໍ່ເຂົ້າໃຈຄວາມໝາຍຂອງມັນ
  3. ຫຼິ້ນໂທລະສັບມືຖືຫຼາຍເກີນໄປ: ເພາະຈະເຮັດໃຫ້ລູກເບິ່ງນຳ ແລະສົ່ງຜົນບໍ່ດີຕໍ່ສຸຂະພາບ ລວມທັງສົ່ງຜົນຕໍ່ການພັດທະນາຕ່າງໆຂອງລູກເຊັ່ນ: ສະໝອງ, ຮ່າງກາຍ
  4. ຢ່າຜິດຖຽງກັນຕໍ່ໜ້າລູກ: ເພາະຈະສ້າງບາດແຜໃນໃຈກັບລູກ ເຊິ່ງເຂົາບໍ່ຮູ້ວ່າເຂົາຈະຕ້ອງຢູ່ກັບໃຜ ຈະເຮັດໃຫ້ລູກເກີດການສັບສົນ ແລະຮູ້ສຶກຂາດບ່ອນເພິ່ງພາອາໄສ ເພາະລູກທຸກຄົນຢາກເຫັນພໍ່ແມ່ຮັກກັນ
  5. ຢ່າດູຖູກຄົນອື່ນຕໍ່ໜ້າລູກ: ເພາະຈະເຮັດໃຫ້ເດັກຂາດການເຄົາລົບຄົນອື່ນ, ຄິດວ່າຕົນເອງເຮັດຖືກ ແລະບໍ່ເຫັນຄຸນຄ່າຂອງຄົນອື່ນ ລວມທັງບໍ່ເຫັນຄຸນຄ່າຂອງຕົນເອງ
  6. ຢ່າຕົວະ: ເພາະຖ້າຫາກເຈົ້າຕົວະລູກ ຈະເຮັດໃຫ້ລູກບໍ່ເຊື່ອໃນສິ່ງທີ່ພໍ່ແມ່ເວົ້າອີກຕໍ່ໄປ, ເປັນການຫຼຸດຄວາມໜ້າເຊື່ອຖື ແລະຄວາມໄວ້ໃຈກັບພໍ່ແມ່ລົງ
  7. ຢ່າເກັບອາລົມໃຈຮ້າຍມາລົງກັບລູກ: ເພາະເດັກນ້ອຍເຂົາບໍ່ຮູ້ເລື່ອງຄວາມສຳພັນ ແລະບໍ່ຮູ້ເລື່ອງຄວາມຄຽດ ຂອງເຈົ້າ, ກ່ອນເຂົ້າເຮືອນຄວນປະບັນຫາທຸກຢ່າງ ເພາະການທີ່ເຮົາຍິ້ມຫົວ, ມີຄວາມແຈ່ມໃສຕໍ່ລູກຕະຫຼອດ ຈະເປັນການສ້າງເດັກນ້ອຍໃຫ້ເປັນເດັກທີ່ມີຄວາມສົດໃສ, ລ່າເລີງ ເພື່ອພັດທະນາການດ້ານຕ່່່າງໆ ໃນອະນາຄົດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...