Homeຊີວິດແລະຄວາມຮັກຄວາມຈິງແລ້ວ ຜູ້ຊາຍມັກ “ຜູ້ຍິງໜ້າຕາທຳມະດາ” ຫຼາຍກວ່າ

ຄວາມຈິງແລ້ວ ຜູ້ຊາຍມັກ “ຜູ້ຍິງໜ້າຕາທຳມະດາ” ຫຼາຍກວ່າ

Published on

ຈາກການສຶກສາຈາກ Julien P. Renoult  ໄດ້ທົດລອງກັບຜູ້ຊາຍ 169 ຄົນ ອາຍຸສະເລ່ຍ 39 ປີ ເບິ່ງພາບຜູ້ຍິງສອງເຊັດ ແລະຖາມຄວາມຮູ້ສຶກວ່າ ມີຄວາມປະທັບໃຈ ຫຼືມັກຜູ້ຍິງປະເພດໃດ ຜົນການທົດສອບອອກມາວ່າ ຜູ້ຊາຍມັກ “ຜູ້ຍິງໜ້າຕາທຳມະດາ” ຫຼາຍກວ່າ

ຜົນການສຶກສາພົບວ່າ ສະໝອງຂອງຄົນເຮົາສ່ວນຫຼາຍ ຖືກໂປຣແກັມໃຫ້ມັກສິ່ງທີ່ “ງ່າຍ” ແລະການເບິ່ງເຫັນໄດ້ໄວ ເຊິ່ງບໍ່ແມ່ນແຕ່ເລື່ອງໜ້າຕາ ພຽງຢ່າງດຽວ ແຕ່ຍັງລວມເຖິງ ສະຖານທີ່ອີກດ້ວຍ

ມະຫາວິທະຍາໄລ ຄະວີນສ໌ແລນດ ສາດສະດາຈານ Bill von Hippel ໄດ້ບອກກັບເວັບໄຊ ຕ່າງປະເທດວ່າ ຮີມປາກ, ແກ້ມ ແລະດວງຕາ ເປັນສິ່ງທີ່ເປັນຕົ້ນແບບໃນການສ້າງຄວາມປະທັບໃຈ ທີ່ສາມາດເບິ່ງເຫັນໄດ້ຊັດເຈນ ເພາະການທາແປ້ງ ແລະການທາລິບສະຕິກ ເປັນການສ້າງໜ້າຕາໃຫ້ມີຄວາມ “ທຳມະດາ” ໃຫ້ຊັດເຈນຂຶ້ນ

ແຕ່ແນວໃດກໍຕາມ ຜົນການທົດລອງນັ້ນ ເປັນພຽງໜຶ່ງໃນລະບົບການສ້າງຄວາມດຶງດູດໃຈເທົ່ານັ້ນ ບໍ່ກ່ຽວກັບການເລີ່ມຕົ້ນຄວາມສຳພັນເຊັ່ນ: ເຊັກສ໌ ຫຼືການເບິ່ງຄວາມງາມທີ່ແຕກຕ່າງກັນ ໃນແຕ່ລະເຊື້ອຊາດ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...