HomeຊີວິດແລະຄວາມຮັກWedding-Sex-loveຜົນການວິໄຈເຜີຍ! ຄູ່ຮັກແຕ່ງງານກັນ ໃຊ້ວິທີຄຸມກຳເນີດ ມີເຊັກສ໌ຫຼາຍກວ່າຄົນປົກກະຕິ

ຜົນການວິໄຈເຜີຍ! ຄູ່ຮັກແຕ່ງງານກັນ ໃຊ້ວິທີຄຸມກຳເນີດ ມີເຊັກສ໌ຫຼາຍກວ່າຄົນປົກກະຕິ

Published on

ນັກວິໄຈຈາກສະຫະລັດອາເມລິກາ ເຫັນວ່າ ຜູ້ຍິງໃນຊ່ວງແຕ່ງງານທີ່ໃຊ້ການຄຸມກຳເນີດ ຈະມີເຊັກຫຼາຍກວ່າຄົນປົກກະຕິ ເມື່ອທຽບກັບຜູ້ຍິງອື່ນໆ ເຊິ່ງນັກວິໄຈໄດ້ເລີ່ມສຶກສາດ້ວຍການ ເກັບຂໍ້ມູນຈາກຄຳຖາມເລື່ອງເຊັກສ໌ ກັບຜູ້ຍິງໃນໄວຈະເລີນພັນ ຫຼືແຕ່ງງານແລ້ວ ຫຼາຍກວ່າ 210,000 ຄົນ ໃນປີ 205 ໃນປະເທດຕ່າງໆກວ່າ 47 ປະເທດ

ເຊິ່ງຄຳຖາມຈະປະກອບໄປດ້ວຍ ການມີເພດສຳພັນໃນຊ່ວງສີ່ອາທິດ ທີ່ຜ່ານມາຫຼືບໍ່ ແລະການໃຊ້ການຄຸມກຳເນີດ ໂດຍຜູ້ຍິງທີ່ໃຊ້ການຄຸມກຳເນີດ 90% ບອກວ່າ ມີເຊັກສ໌ໃນຊ່ວງ 4 ອາທິດທີ່ຜ່ານມາ, ໃນຂະນະທີ່ 72% ຂອງຜູ້ຍິງທີ່ບໍ່ໄດ້ຄຸມກຳເນີດນັ້ນບໍ່ມີເພດສຳພັນໃນຊ່ວງ 4 ອາທິດທີ່ຜ່ານມາ, ຂໍ້ມູນຍັງພົບວ່າ ສາວໆໃນໄວ 20-29 ປີ ທີ່ມີການສຶກສາ ແລະຕ້ອງມີລູກໃນປີໜຶ່ງ ຫຼືສອງປີຂ້າງໜ້າ ສ່ວນຫຼາຍຈະມີເຊັກສ໌ ໃນຊ່ວງສີ່ອາທິດຜ່ານມາ

Suzanne Bell ຫົວໜ້ານັກຮຽນແພດຈາກ Bloomberg School ເວົ້າວ່າ”ເຮົາຕ້ອງການໃຫ້ຜູ້ຍິງ ມີຊີວິດທີ່ດີ ສຸຂະພາບດີ ປອດໄພຈາກເຊັກສ໌ ແລະແຍກລະຫວ່າງເຊັກສ໌ ກັບຊ່ວງຖືພາ ໃຫ້ໄດ້ ແລະວິທີການຄຸມກຳນົດກໍຊ່ວຍໃຫ້ຜູ້ຍິງມີຄວາມສຸກ,

  • ການໄດ້ຮູ້ວ່າ ຜູ້ຍິງມີເຊັກສ໌ຕະຫຼອດ ແລະການໃຊ້ການຄຸມກຳເນີດ ເຮັດໃຫ້ເຮົາເຂົ້າໃຈ ແລະຮຽນຮູ້ການວາງແຜນຄອບຄົວ ເພື່ອຮູ້ຈຳນວນທີ່ເໝາະສົມໃນການພັດທະນາຈຳນວນອັດຕາປະຊາກອນໃນອະນາຄົດ

ບາງຄັ້ງ ເຊັກສ໌ ອາດບໍ່ໄດ້ໝາຍເຖິງການມີລູກພຽງຢ່າງດຽວ ແຕ່ອາດຄືການໃຫ້ຄວາມສຸກແກ່ກັນ ແລະກັນ ແຕ່ປ້ອງກັນໃຫ້ຖືກວິທີ ພຽງເທົ່ານີ້ຊີວິດຮັກເທິງຕຽງຂອງທັງສອງ ກໍມີຄວາມສຸກຫຼາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...