Homeຊີວິດແລະຄວາມຮັກເຫດຜົນທີ່ຜູ້ຊາຍບາງຄົນບໍ່ກ້າຈີບ “ຄົນງາມ”

ເຫດຜົນທີ່ຜູ້ຊາຍບາງຄົນບໍ່ກ້າຈີບ “ຄົນງາມ”

Published on

ຜູ້ຍິງງາມທັງຫຼາຍ ທີ່ຄິດວ່າງາມເລືອກໄດ້ ເຊິ່ງແທ້ຈິງແລ້ວ ອາດບໍ່ແມ່ນວ່າເຮົາຈະເລືອກໄດ້ທຸກຄົນ ເພາະຜູ້ຊາຍບາງຄົນບໍ່ກ້າທີ່ຈະຈີບສາວງາມ ເຊິ່ງເຫດຜົນທີ່ບໍ່ກ້າຈີບນັ້ນມີດັ່ງນີ້

  1. ກຳແພງສູງເກີນໄປ: ຄວາມງາມມັກດຶງດູດຜູ້ຊາຍທີ່ດີ ແລະບໍດີເຂົ້າມາຫາ ດັ່ງນັ້ນ ເປັນທຳມະດາທີ່ຜູ້ຍິງຈະຊິນຊາ ຈົນບໍ່ມີປະຕິກິລິຍາຕອບໂຕ້
  2. ຢ້ານຖືກຖິ້ມ: ຜູ້ຊາຍຫຼາຍຄົນຄິດວ່າ ຖ້າຫາກຄົບກັນແທ້ ຕ້ອງໄດ້ລະແວງວ່າ ມື້ໃດທີ່ສາວໆຫາກພົບຄົນທີ່ດີກວ່າ ຈະຖິ້ມເຂົາໄປຫາຄົນໃໝ່
  3. ມັກເລືອກຫຼາຍ: ຜູ້ຍິງທີ່ງາມໆສ່ວນຫຼາຍ ມັກບໍ່ເປັນຝ່າຍງໍ້ ແລະບໍ່ມັກເອົາໃຈໃຜເປັນພິເສດ ແລະເບິ່ງໆໄວ້ ແຕ່ຍັງບໍ່ຄິດຈິງຈັງກັບໃຜ ເພາະມີຄົນໃຫ້ເລືອກຫຼາຍ
  4. ມູຄູ່ແຂ່ງຫຼາຍ: ຜູ້ຍິງທີ່ງາມມັກຈະດຶງດູດໜຸ່ມໆຫຼາຍຄົນເຂົ້າມາຫາ, ນອກຈາກຈະຊະນະໃຈສາວແລ້ວ ຍັງຕ້ອງໄດ້ຊະນະຜູ້ຊາຍຄົນອື່ນນຳອີກ
  5. ຄິດວ່າມີແຟນແລ້ວ: ເພາະຄົນງາມໆ ມັກມີຄົນມາຈີບຕະຫຼອດ ແລະກໍຈະມີແຟນແລ້ວແນ່ນອນ
  6. ຄິດວ່າຕົນເອງບໍ່ລວຍພໍ: ເພາະຜູ້ຊາຍຄິດວ່າ ຕົນເອງບໍ່ລວຍພໍ ທີ່ຈະເຮັດໃຫ້ສາວໆມາສົນໄດ້ ເພາະມີຜູ້ຊາຍຫຼາຍຄົນທີ່ມາຈີບ ແລະກໍລວຍພ້ອມ
  7. ຢ້ານຖືກຫຼອກ: ເພາະວ່າ ຖ້າຫາກສາວໆເອີ່ຍປາກຢາກໄດ້ຫຍັງ ກໍພ້ອມທີ່ຈະມີໜຸ່ມໆສະເໜີມາໃຫ້ ເພື່ອເຮັດຄະແນນຊະນະໃຈສາວໆ ຈຶ່ງອາດຕົກຢູ່ໃນສະຖານະ ຖືກຫຼອກໃຊ້
  8. ຄົນງາມມັກເອົາແຕ່ໃຈ: ຍ້ອນວ່າມີຜູ້ຊາຍຫຼາຍຄົນມາໃສ່ໃຈ ກໍຈະເຮັດໃຫ້ສາວໆຫຼາຍຄົນເອົາແຕ່ໃຈ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...