spot_img
Homeຊີວິດແລະຄວາມຮັກຂໍ້ດີຂອງການມີແຟນບໍ່ຫຼໍ່ ທີ່ສາວໆຄວນຮູ້

ຂໍ້ດີຂອງການມີແຟນບໍ່ຫຼໍ່ ທີ່ສາວໆຄວນຮູ້

Published on

ແນ່ນອນວ່າ ຄວາມຫຼໍ່ ຈະເປັນທີ່ສະດຸດຕາຂອງສາວໆ, ຄວາມຫຼໍ່ຈຶ່ງເປັນທີ່ໝາຍປອງຂອງສາວໆຫຼາຍຄົຍ, ແຕ່ຄວາມຈິງ ການມີແຟນຫຼໍ່ບໍ່ແມ່ນຈະເຮັດໃຫ້ຊີວິດຮັກສົມບູນສະເໝີໄປ ແລະຄວາມເປັນຈິງສາວໆ ຫຼາຍຄົນກໍພົບວ່າການມີແຟນໜ້າຕາທຳມະດາ ເຮັດໃຫ້ຄວາມຮັກຍືນຍາວຂຶ້ນອີກ, ມື້ນີ້ແອັດມິນ ຈະມາບອກການມີແຟນບໍ່ຫຼໍ່ໃຫ້ຮູ້ນຳກັນ

  1. ແຟນເຮົາຈະປອດໄພຈາກຜູ້ຍິງ: ເພາະຄົນຫຼໍ່ຈະເປັນເປົ້າສາຍຕາ ແລະເປັນທີ່ໝາຍຕາສຳລັບສາວໆ ໂດຍສະເພາະຄວາມຮັກທີ່ເບິ່ງກັນແຕ່ພາຍນອກ ເຊິ່ງບໍ່ແມ່ນຮັກແທ້ທີ່ມາຈາກຄວາມຈິງໃຈ, ດັ່ງນັ້ນ ຄົນຫຼໍ່ ຈຶ່ງເປັນເປົ້າສາຍຕາຂອງສາວໆຈຳນວນຫຼາຍ ເຊິ່ງຢາກໄດ້ຜູ້ຊາຍຫຼໍ່ໆມາຄວງອວດໝູ່, ເຊິ່ງຖ້າເຮົາມີແຟນບໍ່ຫຼໍ່ ຈະບໍ່ມີເຫດການແບບນີ້ແນ່ນອນ
  2. ເຂົາຈະບໍ່ຫຼົງໂຕເອງ: ຜູ້ຊາຍຫຼໍ່ໆ ບາງທີອາດຈະບໍ່ໄດ້ຕັ້ງໃຈຫຼົງໂຕເອງ ແຕ່ພໍມີຄົນມາເອົາອົກເອົາໃຈ ສາວໆກໍມີແຕ່ຄົນໜ້າຮັກ ເວົ້າຈາມ່ວນຫູ, ບາງຄົນເມື່ອຮູ້ວ່າມີຄົນມາເອົາໃຈຫຼາຍຄົນ ກໍເກັກທ່າອີກ, ແຕ່ສຳລັບຄົນບໍ່ຫຼໍ່ ບັນຫານີ້ຈະບໍ່ມີ ເພາະທຸກຄົນຈະປະຕິບັດນຳແບບທຳມະດາ
  3. ເຂົາຈະຍອມເຈົ້າທຸກຢ່າງ: ເມື່ອເຂົາມີແຟນ ຈະຍອມແຟນທຸກຢ່າງ ເພາະເຂົາຮູ້ຕົວເອງດີວ່າຕົນເອງບໍ່ແມ່ນຄົນຫຼໍ່ ເມື່ອມີແຟນທີ່ໜ້າຮັກ ເຂົາຈະຍອມຕາມໃຈ ແລະໃຫ້ອະໄພເຈົ້າໄດ້ທຸກສິ່ງ
  4. ຈະພະຍາຍາມພັດທະນາຕົນເອງໃນດ້ານອື່ນໆ: ເພາະຄວາມຕ້ອງການພື້ນຖານຂໍ້ໜຶ່ງຂອງຄົນເຮົາຄື ການເປັນທີ່ຍອມຮັບໃນສັງຄົມ, ຄົນທີ່ເກີດມາໜ້າຕາທຳມະດາຕ້ອງມີດີຢ່າງອື່ນ ເພື່ອໃຫ້ຕົນເອງມີຊີວິດດີຂຶ້ນ
  5. ຄົນອື່ນຈະເບິ່ງທີ່ຄວາມດີ ແລະຄວາມສາມາດ: ເມື່ອມີແຟນບໍ່ຫຼໍ່ ແຕ່ເປັນຄົນທີ່ມີຄວາມສາມາດ ແລະເປັນຄົນທີ່ດີ ຈະເຮັດໃຫ້ສັງຄົມໄດ້ຮັບຮູ້ຄວາມດີຂອງເຂົາ
  6. ເຈົ້າຈະງາມຂຶ້ນມາທັນທີ: ເມື່ອມີແຟນບໍ່ຫຼໍ່ ເມື່ອຖ່າຍຮູບອອກມາ ເຈົ້າຈະງາມຂຶ້ນມາທັນທີ
  7. ພູມໃຈໄດ້ວ່າເຈົ້າບໍ່ໄດ້ຮັກຄົນທີ່ພາຍນອກ: ເພາະເຈົ້າຮັກເຂົາທີ່ຈິດໃຈ ແລະຄວາມດີຂອງເຂົາທີ່ປະຕິບັດຕໍ່ເຈົ້າ, ນັ້ນມັນກໍສະແດງໃຫ້ເຫັນວ່າເຈົ້າກໍເປັນຄົນທີ່ມີຈິດໃຈດີ ທີ່ບໍ່ຕັດສິນຄົນທີ່ພາຍນອກ ແລະການທີ່ຮັກເຂົາ ຍ້ອນທາງໃນ ຍ່ອມຈະເຮັດໃຫ້ຄວາມຮັກຂອງເຈົ້າໝັ້ນຄົງຫຼາຍກວ່າຮັກພາຍນອກ ເພາະຄວາມຫຼໍ່, ຄວາມງາມ ບໍ່ດົນກໍຈະຫຼຸດລົງ ແຕ່ການຮັກຍ້ອນຄວາມເຂົ້າໃຈຈະເພີ່ມຄຸນຄ່າຫຼາຍຂຶ້ນທຸກມື້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...