spot_img
Homeຊີວິດແລະຄວາມຮັກ4 ສິ່ງທີ່ຄວນຮູ້ກ່ອນຕັດສິນໃຈຄົບເປັນແຟນກັບຄົນທີ່ເຄີຍຜ່ານການແຕ່ງງານແລ້ວ

4 ສິ່ງທີ່ຄວນຮູ້ກ່ອນຕັດສິນໃຈຄົບເປັນແຟນກັບຄົນທີ່ເຄີຍຜ່ານການແຕ່ງງານແລ້ວ

Published on

ກ່ອນທີ່ທ່ານຈະຕັດສິນໃຈເລີ່ມຕົ້ນສານຄວາມສຳພັນໃນຖານະຄົນຮັກກັບຊາຍໜຸ່ມ ຫຼື ຍິງສາວທີ່ເຄີຍຜ່ານການແຕ່ງງານແລ້ວ ສິ່ງສຳຄັນທີ່ທ່ານຕ້ອງທຳເຮັດກ່ອນການຕົກລົງປົງໃຈເປັນແຟນກັບພວກເຂົາ ທ່ານຕ້ອງທຳຄວາມຮູ້ຈັກເຂົາໃຫ້ເລິກເຊິ່ງດີກ່ອນ ເພື່ອຈະໄດ້ຄົບກັບພວກເຂົາຢ່າງສະບາຍໃຈ ເຊິ່ງສິ່ງທີ່ຕ້ອງຮູ້ນັ້ນມີຫຍັງແນ່ ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ແອັດມິນມີຄຳຕອບກ່ຽວກັບເລື່ອງນີ້ມາຝາກກັນ

  1. ຕ້ອງຮູ້ວ່າເຂົາເລີກກັນຕອນໃດ

ກ່ອນທີ່ທ່ານຈະເລີ່ມຕັດສິນໃຈສານຄວາມສຳພັນກັບພວກເຂົາໃນຖານະຄູ່ຮັກ ທ່ານຕ້ອງຮູ້ວ່າ ເຂົາກັບຄົນຮັກເກົ່າຂອງເຂົານັ້ນເລີກກັນດົນປານໃດແລ້ວ.

2. ເຫດຜົນຂອງການໂສດ

ເຮົາຕ້ອງຮູ້ກ່ອນວ່າ ຄົນນີ້ເປັນໂສດຍ້ອນຫຍັງ ເປັນໂສດຍ້ອນເປັນໝ້າຍ (ຜົວ ຫຼື ເມຍຕາຍປະ), ຫຼື ເຂົາໂສດຍ້ອນການຢ່າຮ້າງ ແລະ ເຫດຜົນຂອງການຢ່າຮ້າງນັ້ນ

3. ກວດສອບສະຖານະພາບຂອງເຂົາ ກັບ ຄົນຮັກເກົ່າໃຫ້ຊັດເຈນ

ການຄົບກັນຕ້ອງໃຊ້ເວລາສຶກສາ ທ່ານຕ້ອງໝັ້ນໃຈວ່າ ຄົນທີ່ທ່ານກຳລັງຈະຄົບເປັນແຟນນີ້ ເລີກລາກັບແຟນເກົ່າຂາດຕົວແລ້ວ ທັງສອງບໍ່ມີເຍື້ອໃຍ ຫຼື ສາຍສຳພັນທາງໃຈ, ຄວາມຮູ້ສຶກ ຫຼື ທາງກົດໝາຍແລ້ວ

4. ຄວາມພ້ອມຂອງຕົວທ່ານເອງ

ທ່ານຕ້ອງຖາມໃຈຕົວເອງວ່າ ທ່ານຮັບກັບສະຖານະພາບຂອງເຂົາໄດ້ ຫຼື ບໍ່? ທ່ານສາມາດຮັບກັບຄວາມກົດດັນທາງສະພາບແວດລ້ອມອ້ອມຂ້າງທ່ານໄດ້ ຫຼື ບໍ່? ທ່ານຮັກ ແລະ ຕ້ອງການໃຊ້ຊີວິດຄູ່ຮ່ວມກັບເຂົາແທ້ ຫຼື ບໍ່?

ສິ່ງທີ່ກ່າວມາຂ້າງເທິງມັນເປັນພຽງທິດສະດີໜຶ່ງ ທີ່ຊ່ວຍໃນເລື່ອງຂອງຄວາມຄິດ ແຕ່ເລື່ອງຂອງຄວາມຮັກ ມັນເປັນເລື່ອງທີ່ບໍ່ເຂົ້າໃຜອອກໃຜ ມັນບໍ່ມີມາດຕະຖານຕາຍຕົວ ເອົາເປັນວ່າຖ້າຮັກໃຜມັກໃຜສິ່ງສຳຄັນຄືຕ້ອງຖາມໃຈຕົວເອງ ວ່າຕົນເອງມີຄວາມສຸກພຽງໃດທີ່ໄດ້ຮັກຄົນໆນັ້ນ

ຂໍ້ມູນຈາກ: http://wedding.kapook.com/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...