Homeຂ່າວພາຍ​ໃນລາວເປັນປະເທດທີ່ໃຊ້ເງິນບາດຫຼາຍທີ່ສຸດໃນການຊຳລະຄ່າສິນຄ້າ ແລະ ການບໍລິການ

ລາວເປັນປະເທດທີ່ໃຊ້ເງິນບາດຫຼາຍທີ່ສຸດໃນການຊຳລະຄ່າສິນຄ້າ ແລະ ການບໍລິການ

Published on

ລາຍງານຈາກທະນາຄານແຫ່ງປະເທດໄທ ໃຫ້ຮູ້ເຖິງທິດທາງລະຫວ່າງການຊື້-ຂາຍ ລະຫວ່າງປະເທດ ໃນພາກພື້ນອາຊຽນປະຈຳໂຕມາດທີ 3 ປີ 2016 ພົບວ່າເງິນໂດລາຍັງເງິນສະກຸນຫຼັກຂອງການຄ້າຂາຍໃນພາກພືນອາຊຽນ ໂດຍມີອັດຕາສ່ວນຊຳລະຄ່າສິນຄ້າ ແລະ ການບໍລິການດ້ວຍເງິນໂດລາ ສູງເຖິງ 83% ຂອງວົງເງິນຊຳລະຄ່າສິນຄ້າ ແລະ ການບໍລິການໃນອາຊຽນ ຂະນະທີ່ເງິນບາດຂອງປະເທດໄທ ຖືວ່າເປັນເງິນສະກຸນອັນດັບສອງທີ່ໃຊ້ສຳລະຄ່າສິນຄ້າ ແລະ ການບໍລິການໂດຍກົງໃນອາຊຽນ ໂດຍມີອັດຕາສ່ວນໃນການຊຳລະສິນຄ້າ ແລະ ບໍລິການ 12.5% ຂອງວົງເງິນລວມ

ສະກຸນອັນດັບທີສາມທີ່ໃຊ້ສຳລະຄ່າສິນຄ້າ ແລະ ການບໍລິການໂດຍກົງໃນອາຊຽນ ມີ 2 ສະກຸນເງິນທີ່ເທົ່າກັນຄື: ເງິນເຢນຂອງຍີ່ປຸ່ນ ແລະ ເງິນໂດລາສິງກະໂປມີອັດຕາສ່ວນເທົ່າກັນຄື 1.4% ທັງນີ້ປະເທດທີ່ໃຊ້ເງິນບາດໃນການຊຳລະສິນຄ້າ ແລະຄ່າບໍລິການຫຼາຍທີ່ສຸດແມ່ນປະເທດລາວ ມີອັດຕາສ່ວນສູງເຖິງ 44.5% ຂອງວົງເງິນລວມໃນການຊຳລະຄ່າສິນຄ້າ ແລະ ບໍລິການ ຮອງລົງມາແມ່ນປະເທດຫວຽດນາມ, ກຳປູເຈຍ ແລະ ມຽນມາ ຕາມລຳດັບ.

 

ຂ່າວຈາກ: http://www.idsala.com/2016/12/blog-post_61.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...