ກອງປະຊຸມລັດຖະບານ ປະຈຳສົກປີ 2015-2016 ເປີດກວ້າງ ຮັບຮອງແກ້ໄຂຫລາຍບັນຫາສໍາຄັນ

ຂປລ. ກອງປະຊຸມລັດຖະບານ ປະຈໍາສົກປີ 2015-2016 ໄດ້ດໍາເນີນມາເປັນເວລາ 2 ວັນ ( 13-14 ທັນວາ 2016 )​ ​ເຊິ່ງກອງ​ປະຊຸມດັ່ງກ່າວ ​ໂດຍ​ໃຫ້​ກຽດ​ເປັນ​ປະທານ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ພ້ອມບັນດາ ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງ, ເຈົ້າແຂວງ ແລະ ບັນດາທ່ານຫົວໜ້າອົງການພັກ-ລັດເຂົ້າຮ່ວມ.

ໃນ​ໂອກາດ​ດັ່ງກ່າວ ​ນີ້​ກໍໄດ້ຮັບຟັງການລາຍງານ, ປະກອບຄຳຄິດຄຳເຫັນ ແລະ ຕົກລົງຫລາຍບັນຫາທີ່ສໍາຄັນດັ່ງນີ້: ເຫັນດີໃຫ້ປັບປຸງຮ່າງຄຳສັ່ງມາເປັນດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2017 ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການລົງທຶນຂອງລັດ ແລະ ມະຕິຂອງສະພາແຫ່ງຊາດ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍໃຫ້ກະທັດຫັດ ແລະ ຊັດເຈນຕື່ມ ເພື່ອໃຫ້ສາມາດປະກາດໃຊ້ ແລະ ເລີ່ມຈັດຕັ້ງປະຕິບັດໂດຍໄວ.

ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງ-ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າ ແລະ ກວດກາຕື່ມ ການມອບພັນທະງົບປະມານ, ການຄຸ້ມຄອງການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍ ໂດຍຫັນເອົາການຄຸ້ມຄອງດັ່ງກ່າວ ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ ແລະ ສາມາດກວດກາ-ກວດສອບໄດ້; ໃຫ້ເອົາໃຈໃສ່ແກ້ໄຂການເບີກຈ່າຍເງິນເດືອນ ໃຫ້ສຳເລັດພາຍໃນປີ 2016 ນີ້ ໂດຍບໍ່ໃຫ້ມີການເບີກຈ່າຍຄ້າງຄາອີກ, ຖ້າມີບັນຫາກໍ່ໃຫ້ຮີບຮ້ອນສະເໜີຫາລັດຖະບານ ເພື່ອມີວິທີແກ້ໄຂ, ໃນປີ 2017 ຕ້ອງໃຫ້ການເບີກ-ຈ່າຍເງິນເດືອນໄປຕາມລະບົບ, ວ່ອງໄວ ແລະ ທົ່ວເຖິງທົ່ວປະເທດ; ມອບໃຫ້ກະຊວງການເງິນ ສົມທົບກັບທະນາຄານ ແລະ ກະຊວງພາຍໃນ ປະສານງານໃກ້ຊິດ ເພື່ອແກ້ໄຂບັນຫານີ້, ມອບໃຫ້ບັນດາແຂວງ ຊີ້ນຳຂັ້ນເມືອງຢ່າງໃກ້ຊິດ, ລວມທັງເງິນອຸດໜູນຕ່າງໆ ເພາະໄດ້ມີການຕົກລົງໄປແລ້ວ, ໃຫ້ກະຊວງພາຍໃນ ສົມທົບກັບບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຮີບຮ້ອນກວດກາບັນຊີ ພະນັກງານ-ລັດຖະກອນໃຫ້ລະອຽດ ແລະ ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບົບທັນສະໄໝ, ວ່ອງໄວ.

ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 15/ນຍ, ພ້ອມນີ້ກໍ່ໃຫ້ສືບຕໍ່ແກ້ໄຂ ບັນຫາໂຮງເລື່ອຍ-ໂຮງຊອຍທີ່ຢູ່ໃນເຂດປ່າສະຫງວນ ແລະ ການເຄື່ອນຍ້າຍໄມ້ ເພື່ອໃຫ້ຖືກຕ້ອງຕາມການຕົກລົງ ແລະ ບໍ່ໃຫ້ລັດເສຍຜົນປະໂຫຍດ; ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດເຖິງທ້ອງຖິ່ນ ເອົາໃຈໃສ່ວຽກງານຄຸ້ມຄອງລາຄາສິນຄ້າໃຫ້ມີປະສິດທິຜົນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ ແລະ ຜູ້ມີລາຍໄດ້ຕ່ໍາ. ຢູ່ສູນກາງມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ສ່ວນຢູ່ທ້ອງຖິ່ນແມ່ນມອບໃຫ້ແຂວງ ເອົາໃຈໃສ່ຊີ້ນຳພະແນກອຸດສາຫະກຳ ແລະ ການຄ້າ ສົມທົບກັນລົງຕິດຕາມກວດກາຢ່າງເປັນປົກກະຕິ. ຄວນກຳນົດວ່າ ມີຈັກປະເພດສິນຄ້າທີ່ຄວນມີການຄວບຄຸມ ພ້ອມທັງລາຍງານນາຍົກ-ຮອງນາຍົກລັດຖະມົນຕີ ແລະ ແຈ້ງລາຄາສິນຄ້າໃຫ້ປະຊາຊົນໄດ້ຮັບຊາບເປັນປົກກະຕິ, ສຶກສາອົບຮົມໃຫ້ຜູ້ຄ້າຂາຍ ແລະ ປະຊາຊົນເຂົ້າໃຈສະພາບ, ບໍ່ໃຫ້ມີການສວຍໂອກາດປັ່ນປ່ວນ; ມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າມາດຕະການ ເພື່ອຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ມາດຕະການ ຕ້ານການຟຸມເຟືອຍ ເປັນແຕ່ລະບັນຫາໃຫ້ສຳເລັດໂດຍໄວ, ໂດຍເລີ່ມຈາກບັນຫາການນຳໃຊ້ລົດ ແລະ ການປະມູນ, ການຈັດຊື້-ຈັດຈ້າງແລ້ວ ໃຫ້ຈັດສຳມະນາຢ່າງກວ້າງຂວາງ ເພື່ອລະດົມຄວາມຄິດເຫັນ ກ່ອນຈະເຊັນປະກາດໃຫ້ສາມາດຈັດຕັ້ງປະຕິບັດໄດ້.

ກ່ຽວກັບຮ່າງຄຳສັ່ງ ວ່າດ້ວຍການຄຸ້ມຄອງຮ້ານອາຫານ ແລະ ຮ້ານບັນເທິງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ສະຖານທີ່ຫຼໍ່ແຫຼມ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຄົ້ນຄວ້າ ແລະ ຈັດສຳມະນາ ແລ້ວປັບປຸງກ່ອນ ນຳສະເໜີລັດຖະບານພິຈາລະນາ.

ໃຫ້ເອົາໃຈໃສ່ກວດກາ, ມີມາດຕະການທີ່ເໝາະສົມ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫລວງ ໃນທຸກຮູບແບບ, ມອບໃຫ້ຄະນະຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ລົງເລິກຊີ້ນໍາ ແລະ  ມອບໃຫ້ຄະນະຊີ້ນຳ ການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດ ລົງເລິກເຮັດວຽກແກ້ໄຂໜີ້ສິນຢ່າງຖືກຕ້ອງ, ແທດຕົວຈິງ, ໂປ່ງໃສ ແລະ ສືບຕໍ່ເກັບກຳຂໍ້ມູນໃຫ້ຊັດເຈນ ແລະ ຄົ້ນຄວ້າມາດຕະການແກ້ໄຂ ບັນຫາໜີ້ສິນຂອງລັດ ສືບຕໍ່ສະກັດກັ້ນການບໍ່ໃຫ້ເກີດມີໜີ້ສິນຂຶ້ນຕື່ມອີກ. ພ້ອມທັງໃຫ້ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີຄວາມຮັບຜິດຊອບ ໃນການຄົ້ນຄວ້າອະນຸມັດໂຄງການລົງທຶນຂອງລັດ ໃຫ້ໄປຕາມແຜນການ, ສອດຄ່ອງກັບລະບຽບການ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ຄວາມສາມາດຕົວຈິງທາງດ້ານງົບປະມານ.

ໃຫ້ທະນາຄານ ແຫ່ງ ສປປ ລາວ ເອົາໃຈໃສ່ ຄຸ້ມຄອງອັດຕາເງິນເຟີ້, ໃຫ້ຮີ້ບຮ້ອນຄົ້ນຄວ້າແກ້ໄຂ ບັນຫາຄວາມແຕກຕ່າງລະຫວ່າງ ອັດຕາແລກປ່ຽນໃນລະບົບທະນາຄານ ແລະ ນອກທະນາຄານ; ໃຫ້ເອົາໃຈໃສ່ຕິດຕາມກວດກາ ຮ້ານແລກປ່ຽນເງິນຕາ ໃຫ້ເຄື່ອນໄຫວຖຶກຕ້ອງຕາມລະບຽບການ ບໍ່ໃຫ້ມີການກັກຕູນເງິນຕາຕ່າງປະເທດ ເພື່ອເກງກຳໄລ ຖ້າພົບເຫັນຕ້ອງດຳເນີນມາດຕະການເດັດຂາດຕໍ່ຜູ້ກະທຳຜິດ.

ໃຫ້ບັນດາກະຊວງ, ອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ກວດກາ, ຄົ້ນຄວ້າ ແລະ ຫາວິທີແກ້ໄຂ ບັນຫາການຈັດສັນທີ່ຢູ່ອາໄສ ແລະ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການຕ່າງໆໃຫ້ເໝາະສົມ  ພ້ອມທັງນຳສະເໜີລາຍງານຫາລັດຖະບານ.

ຄວາມຄືບໜ້າໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ໄລຍະສອງ: ກອງປະຊຸມ ຮັບຊາບການລາຍງານ ກ່ຽວກັບຄວາມຄືບໜ້າ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ໄລຍະສອງ, ກອງປະຊຸມເຫັນດີເປັນເອກະພາບ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງສອງໂຄງການດັ່ງກ່າວ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຄົ້ນຄວ້າປຶກສາຫາລືໃນລາຍລະອຽດຕາມການປະກອບຄໍາເຫັນຂອງກອງປະຊຸມ.

ການປັບປຸງກົນໄກປະສານງານ ລະຫວ່າງບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ສໍານັກງານນາຍົກລັດຖະມົນຕີ:  ກອງປະຊຸມ ເຫັນດີໃຫ້ປັບປຸງ ດໍາລັດ 220/ນຍ. ແຕ່ມອບໃຫ້ກະຊວງພາຍໃນ ນໍາໄປຈັດສໍາມະນາໃຫ້ມີລັກສະນະກວ້າງຂວາງດຳລັດສະບັບປັບປຸງ ໃຫ້ລວມເອົາການປະສານງານລະຫວ່າງ ສຳນັກງານນາຍົກລັດຖະມົນຕີ ກັບບັນດາກະຊວງ – ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ພ້ອມກັນນັ້ນ ກໍ່ໃຫ້ກຳນົດລະອຽດ ບັນຫາໃດທີ່ຈະເອົາເຂົ້າກອງປະຊຸມລັດຖະບານ, ກອງປະຊູມນາຍົກ-ຮອງນາຍົກລັດຖະມົນຕີ, ຜູ້ຕົກລົງເອົາຫົວຂໍ້ເຂົ້າຜ່ານບັນດາກອງປະຊຸມດັ່ງກ່າວ ແລະ ບັນຫາອື່ນໆ. ຫລັງຈາກນັ້ນ ຈຶ່ງນໍາມາຜ່ານກອງປະຊຸມ ລັດຖະບານປະຈໍາເດືອນ ມັງກອນ 2017 ນີ້.

ຮ່າງລັດຖະບັນຍັດ ວ່າດ້ວຍການກໍານົດອັດຕາຄ່າທໍານຽມທາງ: ກອງປະຊຸມເຫັນດີໃຫ້ປັບຄ່າອັດຕາຄ່າທຳນຽມທາງ ໃຫ້ແທດເໝາະກັບສະພາບຕົວຈິງ ໃນປະຈຸບັນ, ການສະຫຼຸບຕີລາຄາການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຂອງບັນດາຂະແໜງການ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ; ກອງປະຊຸມ ໄດ້ຕົກລົງໃຫ້ພາກສ່ວນກ່ຽວຂ້ອງ ລົງເລິກ, ປັບປຸງລະບຽບການຂັ້ນຕອນຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ, ມີວິທະຍາສາດ ໃນການສ້າງ ປະກອບຄໍາເຫັນ ແລະ ຜ່ານກົດໝາຍ ລວມທັງ ການຈັດຕັ້ງປະຕິບັດກົດໝາຍ, ການສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານ ຂອງຄະນະລັດຖະບານ ຊຸດທີ 8.

ໃນຕອນ​ທ້າຍ ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ, ​ເຈົ້າ​ຄອງ​ນະຄອນຫຼວງວຽງຈັນ ​ແລະບັນດາ​ເຈົ້າ​ແຂວງ ຈົ່ງນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ ​ເປັນ​ເອກະ​ພາບ ໃນ​ກອງປະຊຸມ​ຄັ້ງ​ນີ້ ລວມທັງ​ບັນດາວຽກ​ງານ ທີ່​ເປັນຈຸດ​ສຸມ​​ໃນ​ປີ2017 ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:​ ຕ້ອງສືບຕໍ່ຮັບປະກັນການ ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອຳນວຍໃຫ້ພວກເຮົາ ໃນການສ້າງສາພັດທະນາ ຢ່າງຕໍ່ເນື່ອງ, ສຸມທຸກກໍາລັງແຮງເຂົ້າ ໃນການພັດທະນາທາງດ້ານ ເສດຖະກິດ-ສັງຄົມ ຕາມທິດທາງ, ຄາດໝາຍສູ້ຊົນ, ນະໂຍບາຍ, ວຽກຈຸດສຸມ, ກົນໄກ ແລະ ມາດຕະການ ທີ່ໄດ້ກຳນົດໃນຮ່າງດຳລັດ ທີ່ພວກເຮົາໄດ້ເອົາມາຜ່ານ ກອງປະຊຸມລັດຖະບານໃນຄັ້ງນີ້ ແລະ ລັດຖະບານ ຈະປະກາດໃຊ້ ໃນອາທິດນີ້. ດຳລັດດັ່ງກ່າວ ໄດ້ກຳນົດວຽກງານຈຸດສຸມຂອງບັນດາກະຊວງ, ອົງການຂັ້ນສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ. ດັ່ງນັ້ນ ແຕ່ລະພາກສ່ວນ ຕ້ອງຈັດຕັ້ງເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ເພື່ອສະຫລຸບລາຍງານຄວາມຄືບໜ້າໃຫ້ລັດຖະບານເປັນປົກກະຕິ ທຸກໆໄຕມາດ; ຖອດຖອນບົດຮຽນ ແລະ ປັບປຸງບັນດາຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານໃນໄລຍະ 8 ເດືອນຜ່ານມາ. ໃນມື້ນີ້, ພວກເຮົາກໍ່ໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຂອງລັດຖະບານ ແລະ ຖອດຖອນບົດຮຽນຈຳນວນໜຶ່ງ. ຕໍ່ໜ້າຕ້ອງຖືເອົາການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ທີ່ເປັນພື້ນຖານໃຫ້ແກ່ການປັບປຸງ. ພ້ອມນີ້ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາການປະສານງານ ລະຫວ່າງຂະແໜງການດ້ວຍກັນ ແລະ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ ໂດຍໃຫ້ຮີບຮ້ອນປັບປຸງດຳລັດ 220/ນຍ ໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍລັດຖະບານ ແລະ ສະພາບຕົວຈິງໃນປະຈຸບັນ. ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການສ່ອງແສງ ແລະ ຄຳເຫັນຂອງສະພາແຫ່ງຊາດ ກໍ່ຄືສະພາທ້ອງຖິ່ນ ໃນການເຄື່ອນໄຫວບໍລິຫານຄຸ້ມຄອງລັດ ຄຸ້ມຄອງສັງຄົມຂອງລັດຖະບານ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ, ໃຫ້ບັນດາສະຫຍາຍເລຂາ, ເຈົ້າແຂວງ ຊີ້ນໍາການຈັດກອງປະຊຸມສະພາປະຊາຊົນແຂວງ (ຕາມການສະເໜີຂອງສະພາແຫ່ງຊາດ), ຕໍ່ໄປໃຫ້ເອົາໃຈໃສ່ບັນຫາທີ່ດິນ, ບັນຫາຢາເສບຕິດນັ້ນ ແມ່ນວຽກຈຸດສຸມສຳຄັນຈຳນວນໜຶ່ງຂອງປີ 2017 ທີ່ສະເໜີໃຫ້ບັນດາສະຫາຍ ຈະພ້ອມກັນເຊີດຊູຍົກສູງຄວາມຮັບຜິດຊອບ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!