spot_img
Homeຊີວິດແລະຄວາມຮັກ6 ວິທີສັງເກດຜູ້ຊາຍບໍ່ຈິງໃຈ ທີ່ເຂົ້າມາຈີບ

6 ວິທີສັງເກດຜູ້ຊາຍບໍ່ຈິງໃຈ ທີ່ເຂົ້າມາຈີບ

Published on

ໂສດມາດົນ ແຕ່ບໍ່ແມ່ນວ່າ ໃຜທີ່ເຂົ້າມາຈີບນັ້ນ ຈະຕ້ອງຍອມເປັນແຟນນຳ ແຕ່ຕ້ອງມີຄວາມສະຫຼາດເລືອກ ຈະບໍ່ເຈັບໃນພາຍຫຼັງ, ບາງທີການຢູ່ແບບໂສດໆ ຍັງດີກວ່າການມີແຟນ, ເຊິ່ງຜູ້ຊາຍທີ່ບໍ່ຈິງໃຈຈະມີອາການດັ່ງນີ້

  1. ມີແຟນແລ້ວ ແຕ່ຍັງມາລົມກັບເຮົາ: ຜູ້ຊາຍຄົນນັ້ນມີແຟນແລ້ວ ແຕ່ກໍບອກກັບເຮົາວ່າຈະເລີກກັບແຟນມາລົມກັບເຮົາ, ເມື່ອເຂົາສາມາດນອກໃຈແຟນເຂົາມາລົມກັບເຮົາໄດ້ ເມື່ອຫາກລົມກັນໄປ ເປັນແຟນກັນ ເຂົາກໍສາມາດນອກໃຈເຮົາໄດ້ເຊັ່ນກັນ
  2. ລືມແຟນເກົ່າບໍ່ໄດ້: ຜູ້ຊາຍທີ່ມີເລີກກັບແຟນແລ້ວ ແຕ່ຍັງລືມແຟນເກົ່າບໍ່ໄດ້, ແຕ່ກໍຍັງມາລົມກັບເຮົາ ຖ້າຫາກຫາກຕັດສິນໃຈເປັນແຟນກັນ ເຮົາກໍຈະເປັນພຽງເງົາຂອງແຟນເກົ່າເທົ່ານັ້ນ
  3. ຢູ່ກັບເຮົາເປັນຄົນດີ ຢູ່ກັບໝູ່ເປັນຢ່າງໜຶ່ງ: ຢູ່ກັບເຈົ້າສອງຕໍ່ສອງເປັນຄົນທີ່ດີ ຊ່າງເອົາໃຈ, ເວົ້າມ່ວນ ຍອມເຮັດທຸກຢ່າງໃນສິ່ງທີ່ເຈົ້າບອກ, ແຕ່ເວລາພົບກັບໝູ່ກໍກາຍເປັນອີກຄົນ ເຮັດຄືກັບເຮົາບໍ່ມີຕົວຕົນ ຫຼືເວົ້າຈາຂົ່ມເຫັງ, ຢ້ານໝູ່ເວົ້າຢອກ ນີ້ຖ້າເລີ່ມຕົ້ນຍັງເປັນແບບນີ້ ຕໍ່ໄປຫາກເຈົ້າເປັນແຟນມາ ກໍຈະເປັນຫຼາຍກວ່ານີ້
  4. ບໍ່ຍອມບອກຊີວິດສ່ວນຕົວກັບເຮົາ: ເຂົາຈະປິດເລື່ອງສ່ວນຕົວທຸກຢ່າງບໍ່ໃຫ້ເຈົ້າຮູ້ ມີແຕ່ມັກເວົ້າວ່າຕົນເອງມີຄວາມເປັນສ່ວນຕົວສູງ, ບໍ່ມັກໃຫ້ໃຜຮູ້ ແມ່ນແຕ່ເລື່ອງເລັກໆນ້ອຍ
  5. ມືໄວ: ເວລາເວົ້າຫຍັງອອກມາ ກໍມັກຈະເອົາມືໄປພ້ອມ ຂະໜາດຈີບກັນຊື່ໆ ຍັງມືໄວຂະໜາດນີ້ ຖ້າຫາກຕົກລົງເປັນແຟນກັນຄືຈະຫຼາຍກວ່ານີ້ຫຼາຍເທົ່າ
  6. ບໍ່ເຄີຍຊັດເຈນ: ເຮັດຄືວ່າຈະຈີບເຮົາ ຫຼືເຮັດມາເບິ່ງແຍງດູແລຄືກັບຄົນເປັນແຟນ ແຕ່ບໍ່ເຄີຍເວົ້າອອກມາຈິງຈັງຈັກເທື່ອວ່າ ເປັນແຟນກັນບໍ? ຫຼືຊິເຮັດຫຍັງກໍບໍ່ບອກກັນ, ຄົນທີ່ບໍ່ຊັດເຈນກັບຫົວໃຈຂອງຕົນເອງແບບນີ້ ຈະຊັດເຈນກັບຄວາມພັນ ຫຼືອະນາຄົດໄດ້ແນວໃດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...