Homeສຸຂະພາບ ແລະ ສີ່ງແວດລ້ອມວິທີປ້ອງກັນໜ້າເອິກຍານ ຫຼັງຈາກລູກນ້ອຍເຊົາກິນນົມ

ວິທີປ້ອງກັນໜ້າເອິກຍານ ຫຼັງຈາກລູກນ້ອຍເຊົາກິນນົມ

Published on

ໜ້າເອິກຍານໃນຊ່ວງໃຫ້ນົມລູກ ຫຼືອາການຢ່ອນຍານຂອງເຕົ້ານົມຫຼັງຈາກເກີດລູກ, ເຊິ່ງໜ້າເອິກຂອງແມ່ນັ້ນ ເລີ່ມຍານລົງຕັ້ງແຕ່ຖືພາ ໂດຍເລີ່ມຍານລົງເທື່ອລະໜ້ອຍ ຂຶ້ນຢູ່ກັບຂະໜາດຂອງເຕົ້ານົມ, ປະລິມານໄຂມັນໃນໂຕ ແລະອາຍຸຂອງແມ່ອີກດ້ວຍ, ນອກຈາກນີ້ ຍັງມີປັດໄຈອື່ນໆເຊັ່ນ: ການຖືພາຫຼາຍເທື່ອ, ການສູບຢາກໍສົ່ງຜົນໃຫ້ໜ້າເອິກຍານໄດ້, ມື້ນີ້ແອັດມິນ ມີວິທີປ້ອງກັນ ບໍ່ໃຫ້ໜ້າເອິກຍານອີກຕໍ່ໄປ

  1. ໃສ່ເສື້ອຊ້ອນທີ່ໂອບເຕົ້ານົມ ແລະບໍລິເວນອ້ອມຮອບ: ເສື້ອຊ້ອນທີ່ຊ່ວຍໂອບເຕົ້ານົມ ຈະຊ່ວຍປ້ອງກັນການຍານໄດ້ດີທີ່ສຸດ, ແຕ່ຄວນເລືອກເສື້ອຊ້ອນທີ່ພໍດີ ບໍ່ຄວນໃຫຍ່ໂຕໃຫຍ່ ຫຼືນ້ອຍເກີນໄປ
  2. ຢ່າໃຫ້ນໍ້າໜັກຂຶ້ນຫຼາຍເກີນໄປ: ປົກກະຕິແມ່ຍິງທີ່ມີລູກແລ້ວ ມັກມີນໍ້າໜັກເພີ່ມຂຶ້ນຊ່ວງທ້ອງ ແຕ່ກໍຄວນລະວັງຢ່າໃຫ້ນໍ້າໜັກຂຶ້ນຫຼາຍເກີນ 15 ໂລໃນຊ່ວງຖືພາ, ແຕ່ຖ້ານໍ້າໜັກໜ້ອຍກໍຄວນເພີ່ມໃຫ້ພໍດີ
  3. ອອກກຳລັງກາຍສະໝໍ່າສະເໝີ: ເມື່ອທ່ານໝໍອະນຸຍາດໃຫ້ອອກກຳລັງກາຍໄດ້ ກໍຄວນອອກກຳລັງກາຍຢ່າງສະໝໍ່າສະເໝີ ແລະກວດສອບນໍ້າໜັກທີ່ເພີ່ມຂຶ້ນໃຫ້ພໍດີ
  4. ບຳລຸງຜິວໃຫ້ຊຸ່ມຊື່ນ: ຄວນບຳລຸງຜິວໃຫ້ຊຸ່ມຊື່ນຕະຫຼອດ, ລວມເຖິງຜິວບໍລິເວນເຕົ້ານົມ ເພາະຈະຊ່ວຍໃຫ້ເຕົ້ານົມຄືນຮູບໄດ້ໄວຂຶ້ນຫຼັງເກີດລູກ
  5. ຄວນຫຼຸດນໍ້າໜັກຊ້າໆ: ຫຼັງຈາກເກີດລູກ ແມ່ຍິງມັກຈະວາງແຜນຫຼຸດນໍ້າໜັກ, ແຕ່ຫຼາຍຄົນມັກຈະວາງແຜນໃຫ້ຫຼຸດນໍ້າໜັກລົງໄດ້ຫຼາຍໆ ໃນເວລາສັ້ນໆ ເຊິ່ງນັ້ນເປັນສາເຫດເຮັດໃຫ້ເຕົ້ານົມຍານລົງໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...