Homeສຸຂະພາບ ແລະ ສີ່ງແວດລ້ອມ7 ເຄື່ອງດື່ມກໍາຈັດໜ້າທ້ອງໃຫຍ່

7 ເຄື່ອງດື່ມກໍາຈັດໜ້າທ້ອງໃຫຍ່

Published on

ນອກຈາກການອອກກໍາລັງກາຍຈະເປັນວິທີໜຶ່ງທີ່ຊ່ວຍເຜົາຜານໄຂມັນສ່ວນເກີນ ແລະຫຼຸດໜ້າທ້ອງໄດ້ແລ້ວ ການດື່ມເຄື່ອງດື່ມສຸຂະພາບກໍເປັນອີກໜຶ່ງວິທີງ່າຍໆທີ່ສາມາດຫຼຸດໄດ້.

  1. ນໍ້າທໍາມະດາ: ເປັນສິ່ງທີ່ີປະໂຫຍດຕໍ່ສຸຂະພາບຮ່າງກາຍທີ່ສຸດ ເປັນໂຕດັບຄວາມເມື່ອຍຂອງຮ່າງກາຍ ນໍ້າສະອາດດີຕໍ່ລະບົບເຜົາຜານ ແລະຊ່ວຍຮັກສາສົມດຸນຂອງແຫຼວພາຍໃນຮ່າງກາຍ ທັ້ງຍັງຊ່ວຍຫຼຸດອາການໂຕບວມທີ່ມາຈາກການບວມນໍ້າ ຄືເປັນໂຕເລືອກທີ່ງ່າຍສໍາຫຼັບການຄວບຄຸມນໍ້າໜັກ.
  2. ຊາຜັກຫອມລາບ: ຈະຊ່ວຍຍ່ອຍອາຫານໃນການຍ່ອຍ ແລະລະລາຍໄຂມັນ ແມ້ແຕ່ອາຫານທີ່ມີໄຂມັນສູງ ກໍສາມາດຍ່ອຍໄດ້ຢ່າງໄວ ແລະຍັງຊ່ວຍຫຼຸດອາການທ້ອງອືດ ພ້ອມເລັ່ງການຂັບຖ່າຍໄດ້ດີ.
  3. ຊາຂຽວ: ສາມາດຄວບຄຸມໄຂມັນໄດ້ ຈຶ່ງມີສ່ວນຊ່ວຍຫຼຸດຄວາມຕຸ້ຍ ແລະມີສານຕ້ານອະນຸມຸນອິດສະລະທີ່ມີຊື່ວ່າ ຄາເທຊິນ ທີ່ຊ່ວຍຫຼຸດໄຂມັນໜ້າທ້ອງ ພຽງດື່ມນໍ້າຊາຂຽອຸ່ນໆກ່ອນອອກກໍາລັງກາຍ ກໍຈະຊ່ວຍເພີ່ມອັດຕາເຜົາຜານໄຂມັນໄດ້.
  4. ນົມຖົ່ວເຫຼືອງ: ຊຶ່ງມີສານ ແລດຕິນ ທີ່ຊ່ວຍປ້ອງກັນການສະສົມໄຂມັນຂອງເຊວໃນຮ່າງກາຍ ພ້ອມຊ່ວຍລະລາຍໄຂມັນສ່ວນເກີນ ພຽງແຕ່ດື່ມນົມຖົ່ວເຫຼືອງ 3 ຄັ້ງຕໍ່ອາທິດ.
  5. ນໍ້າໝາກແຕງໂມ: ມີສານອາຫານຫຼາຍລວມເຖິງ ໄລໂຄປີນ ທີ່ຊ່ວຍຕ້ານມະເຮັງ ລວມເຖິງກົດອາມິໂນທີ່ມີຊື່ວ່າ ອາດຈິນີນ ແລະຕ້ອງອອກກໍາງລັງກາຍໄປພ້ອມ
  6. ນໍ້າໝາກນັດ: ມີສານທີ່ເອີ້ນວ່າ ໂບຣມີເລນ ຊຶ່ງຊ່ວຍຍ່ອຍໂປຣຕີນ ເຮັດໃຫ້ກາຍຍ່ອຍອາຫານງ່າຍຂຶ້ນ ຊ່ວຍຫຼຸດອາການທ້ອງອືດ ຖ້າຫາກໃສ່ນໍ້າມັນທີ່ມີໄຂມັນບໍ່ອີ່ມໂຕໂມເລກຸນດ່ຽວໃນປະລິມານທີ່ພໍເໝາະ ກໍຈະຊ່ວຍຫຼຸດຄໍເລດເຕີລອຍໃນເລືອດ ແລະປ້ອງກັນພະຍາດຫົວໃຈໄດ້.
  7. ນໍ້າໝັກ ແລະນໍ້າສົມ: ສານພິດມັກກໍ່ໃຫ້ເກີດການອັກເສບພາຍໃນຮ່າງກາຍ ແລະຫາກເກີດຂຶ້ນກັບລະບົບຍ່ອຍອາຫານ ທ້ອງຈະໃຄ້ບວມ ຕ້ອງຮັບມືດ້ວຍ ໂປຣໄບໂອຕິກ, ແບັກທີເຣຍ ຊຶ່ງພົບຫຼາຍຢູ່ໃນ ໂຢເກີດ, ນົມສົມ, ນໍ້າໝັກໝາກໄມ້ ຫຼືສະໝູນໄພ, ມິໂສະ ຈະຊ່ວຍຫຼຸດທ້ອງທີ່ໃຄ້ບວມໄດ້ ຍັງຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍໄດ້ດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...