spot_img
Homeຂ່າວພາຍ​ໃນເທັນນິສ ເຍົາວະຊົນລາວ ຍາດໄດ້ 2 ລາງວັນ ຈາກການແຂ່ງຂັນລາຍການເທັນນິສ ອຸດອນແຊ້ມປ້ຽນຊິບ

ເທັນນິສ ເຍົາວະຊົນລາວ ຍາດໄດ້ 2 ລາງວັນ ຈາກການແຂ່ງຂັນລາຍການເທັນນິສ ອຸດອນແຊ້ມປ້ຽນຊິບ

Published on

ການແຂ່ງຂັນ ເທັນນີສ ໃນລາຍການ ອຸດອນ ແຊ້ມປ່ຽນຊິບ, ທີ່ຈັດຂຶ້ນທີ່ວິທະຍາໄລ ພະລະສຶກສາ ອຸດອນທານີ ປະເທດໄທ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2016 ທີ່ຜ່ານມາ. ໃນນັ້ນ ໄດ້ມີການສົ່ງ ນັກກິລາເຍົາວະຊົນລາວ ເຂົ້າຮ່ວມແຂ່ງຂັນ 5 ຄົນເຊິ່ງສາມາດສ້າງຜົນງານໄດ້ດີສົມຄວນ ໂດຍການຍາດໄດ້ 2 ລາງວັນຈາກ: ທ ລັງ ໄຊສົມບູນ ໄດ້ຮັບລາງວັນຮອງຊະນະເລີດ ລຸ້ນ12 ປີ ຊາຍ, ທ ສົມພອນ ຊົງບັນດິດ ໄດ້ຮອງຊະນະເລີດລຸ້ນ 10 ປີຊາຍ.

ທາງທີມງານພວກເຮົາຂໍສະແດງຄວາມຍິນດີ ແລະ ຊົມເຊີຍແກ່ນ້ອງໆທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ໂດຍສະ ເພາະ 2 ນ້ອງທີ່ສາມາດຍາດລາງວັນມາໄດ້ ເຊິ່ງໄດ້ສ້າງຊື່ສຽງໃກ້ແກ່ປະເທດໄດ້ອີກລາຍການໜຶ່ງ ແລະ ຂໍໃຫ້ນ້ອງໆທຸກຄົນພັດທະນາສີມືຕົນເອງໃຫ້ມີກ້າວໜ້າຂຶ້ນໄປເລື່ອຍໆ ຈົນໃຫ້ທຽບເທົ່າກັບສາມາດ ເພາະໃນຕອນນີ້ພວກນ້ອງທຸກຄົນຄືຄວາມພາກພູມໃຈຂອງຊາດ ແລະ ຄວາມຫວັງໃນວົງການກີລາລາວ.

 

ຂອບໃຈພາບ ແລະ ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...