spot_img
Homeຊີວິດແລະຄວາມຮັກແມ່ຍິງເວົ້າເກັ່ງ, ຕະລົກ, ອາລົມດີ vs ແມ່ຍິງເວົ້າໜ້ອຍ, ນິ້ງໆ, ຮຽບຮ້ອຍ ຜູ້ຊາຍມັກແບບໃດ?

ແມ່ຍິງເວົ້າເກັ່ງ, ຕະລົກ, ອາລົມດີ vs ແມ່ຍິງເວົ້າໜ້ອຍ, ນິ້ງໆ, ຮຽບຮ້ອຍ ຜູ້ຊາຍມັກແບບໃດ?

Published on

ໃນຄໍລຳຊີວິດ ກັບ ຄວາມຮັກ ມື້ນີ້ເຮົາຈະມາຕາມຫາສາວທີ່ເປັນສະເປັກຂອງຊາຍໜຸ່ມ ເຊິ່ງມື້ນີ້ແອັດມິນໄດ້ໄປເຊີດສ໌ຫາກະທູ້ກ່ຽວກັບຫົວຂໍ້ ແມ່ຍິງເວົ້າເກັ່ງ, ຕະລົກ, ອາລົມດີ vs ແມ່ຍິງເວົ້າໜ້ອຍ, ນິ້ງໆ, ຮຽບຮ້ອຍ ຜູ້ຊາຍມັກແບບໃດ? ໃນອິນເຕີເນັດ ເຊິ່ງໄດ້ເຂົ້າໄປອ່ານທີ່ “ເພສ ພັນທິບ, ເພສ ເດັກດີ” ແລະ ສຳຫຼວດຄວາມຄິດເຫັນຈາກຄົນໃນຄອບຄົວ, ໝູ່ເພື່ອນ ແລະ ຄົນອ້ອມຂ້າງ ກໍ່ໄດ້ສາມາດສັງລວມໄດ້ດັ່ງນີ້:

ແມ່ຍິງທີ່ມີບຸກຄະລິກທັງສອງປະເພດນີ້ແມ່ນມີສະເໜ່ຄືກັນທັງຄູ່ ຄວາມມີສະເໜ່ມັນກໍ່ບໍ່ຫຼຸດລື່ນກັນຫຼາຍປຽບງ່າຍໆກໍ່ຄືໄຂ່ເປັດກັບໄຂ່ໄກ່ ເພາະມັນກໍ່ຂຶ້ນກັບຄວາມມັກຂອງຜູ້ຊາຍແຕ່ລະຄົນມັກບໍ່ຄືກັນ

ແຕ່ຈາກການທີ່ີສຳຫຼວດຄຳຄິດເຫັນຕາມເພສຊື່ດັງຕ່າງໆທີ່ຕັ້ງກະທູ້ແບບນີ້ຂຶ້ນ ແລະ ສອບຖາມຄຳຄິດເຫັນຈາກຄົນຮູ້ຈັກ ຜູ້ຊາຍສ່ວນຫຼາຍຈະມັກຢູ່ກັບແມ່ຍິງທີ່ເວົ້າເກັ່ງ ຊ່າງເວົ້າຊ່າງລົມ, ອາລົມດີ, ເຮຮາມ່ວນຊື່ນ, ມີມຸກຕະລົກ ແລະ ມີຄວາມກວນໆເລັກນ້ອຍ ເພາະຢູ່ນຳແລ້ວເຮັດໃຫ້ມີຊີວິດມີສີສັນຂຶ້ນ ຢູ່ແລ້ວສະບາຍໃຈ ແລະ ມີຄວາມໜ້າຮັກຢູ່ໃນຕົວທີ່ສົ່ງຜ່ານໃນເວລາເວົ້າ, ເວລາຍິ້ມ ແລະ ເວລາຫົວ ເບິ່ງແລ້ວເຮັດໃຫ້ບັນຍາກາດທີ່ມືດຄຶ້ມສົດໃສຂຶ້ນ ດ້ວຍເຫດຜົນນີ້ຈິ່ງເຮັດໃຫ້ສາວລົມເກັ່ງເປັນຄົນທີ່ມີແຟນຫຼາຍ ເພາະມັກມີຊາຍໜຸ່ມເຂົ້າມາໃຫ້ຄວາມສົນໃຈຫຼາຍ ບໍ່ວ່າທ່ານຈະໄປຢູ່ສະຖານທີ່ແຫ່ງໃດກໍ່ຕາມ ໂດຍສະເພາະຜູ້ຊາຍທີ່ບໍ່ມັກປາກ ບຸກຄະລິກນິ້ງໆ ຈະມັກແມ່ຍິງປະເພດນີ້ຫຼາຍກວ່າແມ່ຍິງທີ່ບໍ່ມັກປາກ ແລະ ນິ້ງຄືກັບຕົວເອງ.

ສ່ວນແມ່ຍິງທີ່ເວົ້າໜ້ອຍ, ບຸກຄະລິກນິ້ງໆ ແລະ ຮຽບຮ້ອຍ ເບິ່ງແລ້ວກໍ່ລຶກລັບໜ້າຄົນຫາ ເພາະຄວາມງຽບຂອງນາງຈິ່ງເຮັດໃຫ້ເບິ່ງແລ້ວຄືມີຫຍັງບາງຢ່າງຊ້ອນເອົາໄວ້ ກໍ່ມີຜູ້ຊາຍຈຳນວນບໍ່ໜ້ອຍທີ່ຕົກຫຼຸມຮັກສາວປະເພດນີ້ ໂດຍສະເພາະຊາຍໜຸ່ມທີ່ເວົ້າເກັ່ງ ເພາະປຽບເໝືອນສິ່ງທີ່ທ້າທາຍ ແລະ ມີຜູ້ຟັງທີ່ດີ.

ນີ້ກໍ່ເປັນພຽງຂໍ້ມູນບາງສ່ວນທີ່ນຳມາປຽບທຽບໃຫ້ໄດ້ຮູ້ຈັກນຳກັນ ແມ່ຍິງແຕ່ລະຄົນມີສະເໜ່ຢູ່ໃນຕົວແຕກຕ່າງກັນອອກໄປ ທຸກຄົນມີຄວາມງາມ, ຄວາມໜ້າຮັກຕາມແບບສະບັບຂອງໃຜມັນ ແຕ່ສິ່ງທີ່ສຳຄັນແມ່ນຕ້ອງເປັນຕົວຂອງຕົວເອງ ບໍ່ຕ້ອງແອັບ ຫຼື ສ້າງພາບ ຫຼື ເຮັດໃຫ້ຕົວເອງໄປເປັນຄືຄົນອື່ນ ເພາະການເປັນຕົວຂອງຕົວເອງແມ່ນສະເໜ່ຕົວຈິງທີ່ຜູ້ຊາຍຕ້ອງການ.

 

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

 

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...