Homeສຸຂະພາບ ແລະ ສີ່ງແວດລ້ອມເຫື່ອບົ່ງບອກເຖິງສຸຂະພາບໄດ້

ເຫື່ອບົ່ງບອກເຖິງສຸຂະພາບໄດ້

Published on

 

  1. ເຫື່ອເຄັມ: ປົກກະຕິແລ້ວ ຮ່າງກາຍຂອງຄົນເຮົາ ເຫື່ອຈະອອກເປັນພຽງນໍ້າໃສໆທຳມະດາ ແຕ່ຈະມີລົດຊາດທີ່ແຕກຕ່າງກັນ, ທີ່ເຫັນຕະຫຼອດແມ່ນລົດຊາດເຄັມຂອງເຫື່ອ ຈະເຮັດໃຫ້ເກີດຄາບເກືອຂຶ້ນເມື່ອນຸ່ງເຄື່ອງ ເຊິ່ງບໍ່ເປັນອັນຕະລາຍ ເພາະນັ້ນແປວ່າ ຮ່າງກາຍກຳລັງຂັບໂຊດຽມ ແລະສານອາຫານບາງຊະນິດອອກມາຕາມປົກກະຕິຂອງຮ່າງກາຍ
  2. ເຫື່ອອອກຫຼາຍ: ສຳລັບຄົນທີ່ເຫື່ອອອກຫຼາຍຕະຫຼອດນັ້ນ ຢ່າຄິດວ່າເພາະຮ່າງກາຍລະບາຍຄວາມຮ້ອນໄດ້ຫຼາຍ ເພາະບາງຄັ້ງອາດເປັນຄວາມຜິດປົກກະຕິຂອງຕ່ອມເຫື່ອທີ່ເອີ້ນວ່າ ພາວະຫຼັ່ງເຫື່ອອອກຫຼາຍ ໂດຍເຫື່ອສາມາດອອກມາໄດ້ທົ່ວຮ່າງກາຍບໍ່ເວັ້ນມື ແລະຕີນ ພາວະຫຼັ່ງເຫື່ອອອກຫຼາຍແບບນີ້ຈະເກີດຂຶ້ນ ສອງ ແບບຄື:
  • ເກີດຂຶ້ນໂດຍບໍ່ມີສາເຫດ: ເຫື່ອຈະອອກຫຼາຍໂດຍບໍ່ມີສາເຫດອາດເປັນເລື່ອງຜິດປົກກະຕິ ແຕ່ເຫື່ອທີ່ອອກນັ້ນກໍອາດບໍ່ໄດ້ເປັນສັນຍານຂອງສຸຂະພາບທີ່ອັນຕະລາຍ, ຍົກເວັ້ນແຕ່ວ່າ ເຫື່ອອອກຫຼາຍກັບອາການຂ້າງຄຽງ ກໍເປັນຄວາມຜິດປົກກະຕິໄດ້
  • ເກີດຂຶ້ນໂດຍຮູ້ສາເຫດ: ອາການເຫື່ອອອກຫຼາຍ ທີ່ເປັນສາເຫດນັ້ນ ສ່ວນຫຼາຍມັກເກີດຈາກຄວາມຜິດປົກກະຕິຂອງລະບົບການເຮັດວຽກຂອງຮ່າງກາຍ ຫຼືພະຍາດເຊິ່ງສາມາດຮູ້ໄດ້ດັ່ງນີ້: ມະເຮັງຕ່ອມນໍ້າເຫຼືອງ, ພະຍາດເບົາຫວານ, ຕຸ້ຍ, ພະຍາດທີ່ເກີດຈາກການຕິດເຊື້ອ, ພະຍາດກ່ຽວກັບຕ່ອມໄທລອຍ, ຫົວໃຈຫຼົ້ມເຫຼວ, ຖືພາ

3.​ ເຫື່ອບໍ່ອອກ: ເມື່ອຮ່າງກາຍພົບກັບອາກາດຮ້ອນໆ ຮ່າງກາຍກໍຈະຜະລິດເຫື່ອອອກມາ ແຕ່ຖ້າເຈົ້າຢູ່ໃນອາກາດຮ້ອນ ແລ້ວເຫື່ອບໍ່ໄຫຼອອກມາ ແຖມຍັງມີອາການວິນຫົວ ເຊິ່ງເປັນສັນຍານຂອງການເປັນລົມ, ໝົດສະຕິ ເຊິ່ງເປັນອາການທີ່ອັນຕະລາຍອາດເຖິງຂັ້ນເສຍຊີວິດໄດ້

  1. ເຫື່ອມີກິ່ນ: ປົກກະຕິເຫື່ອຈະບໍ່ມີກິ່ນ ແລະສີ ເຊິ່ງເປັນນໍ້າທໍາມະດາ ແຕ່ຖ້າຫາກວ່າຢູ່ດີໆເຫື່ອຂອງເຈົ້າກໍເກີດມີກິ່ນ ນັ້ນເປັນອາການວ່າເຈົ້າກຳລັງເຄັ່ງຄຽດຫຼາຍຈົນເກີນໄປ
  2. ເຫື່ອອອກຍາມກາງຄືນ: ສຳລັບຜູ້ຍິງທີ່ກຳລັງຈະໝົດປະຈຳເດືອນ ບໍ່ຄວນແປກໃຈ ຖ້າຫາກເຫື່ອອອກຍາມກາງຄືນ ເພາະອາການເຫຼົ່ານີ້ ເກີດຈາກການປ່ຽນແປງຂອງລະບົບໂຮໂມນໃນຮ່າງກາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...